ງານມະໂຫລານສິລະປະພື້ນເມືອງລາວຄັ້ງທີ
V ຈະເລີ່ມ ຂຶ້ນໃນຕອນແລງມື້ນີ້ (12 ພະຈິກ 2013) ຢູ່ຫໍວັດທະ ນະທຳແຫ່ງຊາດ ນະຄອນຫລວງວຽງຈັນ
ແລະ ຈະມີການຖ່າຍທອດສົດທາງໂທລະພາບແຫ່ງຊາດ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດໄດ້ຮັບຊົມກັນຢ່າງທົ່ວເຖິງ.
ທ່ານ ບົວເງິນ ຊາພູວົງ ລັດ ຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ງານມະໂຫ ລານດັ່ງກ່າວຈັດຂຶ້ນເພື່ອເປັນການສົ່ງເສີມການອະນຸລັກຮັກສາ
ແລະ ພັດທະນາສິລະປະບັນດາເຜົ່າໃຫ້ຍືນຍົງ ແລະ ເປັນການຊຸກຍູ້ການທ່ອງທ່ຽວໃຫ້ມີບັນຍາ
ກາດຟົດຟື້ນທັງເປັນການປະກອບ ສ່ວນສ້າງຂະບວນການເບີກບານມ່ວນຊື່ນໃຫ້ແກ່ການສະເຫລີມ
ສະຫລອງວັນຊາດທີ 2 ທັນວາ ຄົບຮອບ 38 ປີ ແລະ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ
65 ປີ ແລະ ສ້າງຂະບວນການເພື່ອສະຫລອງບຸນນະມັດສະການພະທາດຫລວງປີນີ້ໃຫ້ມີບັນຍາ
ກາດຟົດຟື້ນ ແລະ ມີຄວາມໝາຍ.
ທ່ານລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫລງຂ່າວ,
ວັດ ທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ພາຍຫລັງມື້ໄຂງານນີ້ແລ້ວ ຈະໄດ້ນຳພານັກສະແດງຈາກ
16 ແຂວງ ແລະ ນະຄອນຫລວງວຽງຈັນ ໄປສະແດງຢູ່ເວທີໃຫຍ່ໃນງານບຸນນະມັດສະກຸານພະທາດຫລວງນຳອີກ
ລະຫວ່າງວັນທີ 13-17 ພະຈິກນີ້ ແລະ ພ້ອມນັ້ນ ຍັງມີສິລະປິນຮັບເຊີນຈາກບັນດາປະເທດລຸ່ມແມ່ນ້ຳຂອງມາຮ່ວມສະແດງນຳອີກ
ເພື່ອໃຫ້ບຸນນະ ມັດສະການພະທາດຫລວງປີນີ້ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ.
ດັ່ງມີລາຍການລະອຽດຄື:
ສຳລັບຕອນຄ່ຳຂອງວັນທີ 13 ພະຈິກ ຢູ່ເວທີເດີ່ນທາດຫລວງຈະມີການສະແດງຂອງຄະນະສິລະປະແຂວງເຊກອງ,
ອຸດົມໄຊ, ຫົວພັນ, ບໍລິຄຳໄຊ ແລະ ຫລວງພະບາງ, ສ່ວນຕອນຄ່ຳຂອງວັນທີ 14 ພະຈິກ
ແມ່ນການສະແດງຂອງຄະນະສິລະປະກອນແຂວງໄຊຍະບູລີ, ຄຳມ່ວນ, ສາລະວັນ, ຜົ້ງສາລີ
ແລະ ຈຳປາສັກ, ຕອນຄ່ຳວັນທີ 15 ພະຈິກ ຈະມີການສະແດງຂອງໜ່ວຍສິລະປະກອນແຂວງບໍ່ແກ້ວ,
ຫລວງນ້ຳທາ, ຊຽງຂວາງ, ສະຫວັນນະເຂດ ແລະ ອັດຕະປື, ຕອນຄ່ຳວັນທີ 16 ພະຈິກ ແມ່ນການສະແດງຂອງໜ່ວຍສິລະປະກອນຂອງປະເທດເພື່ອນມິດ
ຄືກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຣາຊະອານາຈັກໄທ, ຫວຽດນາມ ແລະ ຄະນະສິລະປະກອນລາວເຮົາ,
ສ່ວນຕອນຄ່ຳວັນທີ 17 ພະຈິກ ຢູ່ໃນເວທີການສະແດງທີ່ເດີ່ນທາດ ຫລວງກໍຈະມີການສະແດງຂອງໜ່ວຍສິ
ລະປະກອນແຂວງວຽງຈັນ, ນະຄອນຫລວງວຽງຈັນ ແລະ ໜ່ວຍສິລະປະອາຊີບຕ່າງໆອີກຈຳນວນໜຶ່ງ.
No comments:
Post a Comment