Ad

Ad

12 November 2013

ຕຳຫລວດເລັ່ງສືບຄະດີໂຈນປຸ້ນຮ້ານຄຳຢູ່ແຂວງອັດຕະປືມາລົງໂທດ



          ທ່ານ​ຮອງ​ຫົວໜ້າ​ຫ້ອງ ການ ປກສ ​ແຂວງ​ອັດ​ຕະປື ​ໃຫ້​ຮູ້​ວ່າ: ປັດຈຸບັນ ​ໄດ້​ຕັ້ງຄະ ນະ​ສືບສວນ​ສະ​ເພາະກິດ ​ເພື່ອ​ດຳ​ເນີນການ​ສືບສວນ-ສອບ​ສວນ​ຄະດີ​ຄົນ​ຮ້າຍ​​​ໃຊ້​ປືນສັ້ນ ປຸ້ນ​ຮ້ານ​ຄຳບຸນ​ເສັງ ຢູ່​ບ້ານ ເມືອງ​ໃໝ່ ​ເມືອງ​ສາມັກຄີ​ໄພ ​ແຂວງ​ອັດ​ຕະ ປື ​ໃນ​ວັນ​ທີ 3 ພະ ຈິກຜ່ານ​ມາ​ ​​ໂດຍ​ຄົນ​ຮ້າຍ​ໄດ້​ຄຳ​ໄປ​ປະມານ 3 ກິ​ໂລ​, ສ້າງ​ຄວາມ​ບໍ່​ສະຫງົບ​ຕໍ່​ສັງຄົມ ​ແລະ ​ເປັນ​ການ​ກະທຳ​ທີ່​ທ້າ​ທາຍ​ລະບຽບ​ກົດໝາຍ​ບ້ານ​ເມືອງ. ສະນັ້ນ ຈຶ່ງ​ໄດ້​ຕັ້ງໜ່ວຍ​ງານ​ສະ​ເພາະ​ກິດ ​ເພື່ອ​ເລັ່ງ​ສືບ ສວນ-ສອບ​ສວນ ​ແລະຕິດຕາມ ​ຫາ​ຄົນ​ຮ້າຍ​ມາ​ລົງ​ໂທດ​ຕາມ​ລະບຽບ​ກົດໝາຍ​ໃຫ້​ໄດ້.

No comments:

Post a Comment