Ad

Ad

12 November 2013

ພາກສ່ວນກ່ຽວຂ້ອງຄວນເບິ່ງຄືນເສັ້ນທາງໃນຕົວເມືອງຍັງຂາດແສງສະຫວ່າງ



        ບັນຫາແສງສະຫວ່າງ ແມ່ນ ໜຶ່ງໃນ 6 ສ ຢູ່ນະຄອນຫຼວງວຽງ ຈັນໄດ້ວາງທິດ ສູ້ຊົນໃຫ້ສຸມໃສ່ຈັດຕັ້ງປະຕິບັດ, ເພື່ອ ສ້າງໃຫ້ນະຄອນຫຼວງວຽງຈັນມີຄວາມ ຈະ ເລີນຮຸ່ງເຮືອງ ສ ສະຫວ່າງຖືເປັນປັດໄຈໜຶ່ງທີ່ສຳຄັນຕໍ່ຄວາມຮຸ່ງເຮືອງ ດັ່ງຄຳເວົ້າ ທີ່ວ່ານ້ຳໃສ, ໄຟສະຫວ່າງ, ເສັ້ນທາງດີ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ເຖິງ ຈະມີຖະໜົນຫົນທາງທີ່ອຳນວຍຄວາມສະ ດວກໃນການໄປມາ, ແຕ່ຕົວຈິງແລ້ວ ທຸກມື້ນີ້ຍັງມີຫົນທາງຫຼາຍເສັ້ນທີ່ຢູ່ໃນຄວາມມືດ ສ້າງຄວາມລຳບາກໃຫ້ແກ່ການສັນ ຈອນໄປມາໃນຍາມຄ່ຳຄືນ ຊຶ່ງເປັນບັນຫາຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງເລັ່ງແກ້ໄຂ ແລະ ຫຼາຍເສັ້ນທາງທັງຢູ່ໃນຕົວເມືອງ ແລະ ອອກສູ່ຊານເມືອງເກືອບວ່າຈະມີໄຟເຍືອງທາງແລ້ວກໍຕາມ, ແຕ່ບໍ່ຮູ້ວ່າດ້ວຍເຫດຜົນໃດຈຶ່ງມີມື້ປິດ, ມື້ເປີດ, ບາງຍ່ານ ເປີດ, ບາງຍ່ານປິດ ແລະ ມີບາງເສັ້ນທາງທີ່ມີໄຟເຍືອງທາງແຕ່ບໍ່ເປີດເລີຍ ເອົາໄວ້ພຽງປະດັບເອ້ກໍມີ, ອັນເຮັດໃຫ້ການສັນຈອນ ໄປມາພົບຄວາມຫຍຸ້ງຍາກລຳບາກ, ສ່ຽງຕໍ່ການເກີດອຸປະຕິເຫດ ແລະ ເປັນໂອກາດໃຫ້ກຸ່ມຄົນບໍ່ດີສວຍໃຊ້ປຸ້ນຈີ້ຊີງຊັບ, ຂ້າ
ເຈົ້າເອົາຂອງ ແລະ ສ້າງຄວາມບໍ່ສະຫງົບຕ່າງໆ ດັ່ງທີ່ເປັນຢູ່ໃນປັດຈຸບັນ, ຕໍ່ບັນຫານີ້ ຖ້າບໍ່ເຫຼືອບ່າກວ່າແຮງ ພາກສ່ວນກ່ຽວ
ຂ້ອງກໍຄວນປັບປຸງແກ້ໄຂເພາະປະເທດລາວເຮົາກໍເປັນປະເທດໜຶ່ງທີ່ສາມາດຜະລິດພະລັງງານໄຟຟ້າໄດ້ຫຼາຍ, ຈົນສາມາດສົ່ງ ຂາຍເປັນຈຳນວນບໍ່ໜ້ອຍ, ແຕ່ໄຟເຍືອງທາງໃນຕົວເມືອງຂອງຕົນຊຳພັດບໍ່ຕອບສະໜອງໄດ້ເທົ່າທີ່ຄວນນີ້ກໍໜ້າຄິດ, ດັ່ງນັ້ນ ຈຶ່ງຍາກໃຫ້ພາກສ່ວນກ່ຽວຂ້ອງເບິ່ງຄືນ, ເພື່ອເຮັດແນວໃດໃຫ້ນະຄອນຫຼວງວຽງຈັນມີຄວາມສະຫວ່າງສະໄຫວ ແລະ ສວຍ ສົດງົດງາມສົມກັບເປັນນະຄອນຫຼວງທີ່ສີວິໄລ ແລະ ເປັນໃບໜ້າໃບຕາຂອງປະເທດ.

No comments:

Post a Comment