Ad

Ad

12 November 2013

ນະຄອນຫລວງວຽງຈັນເປີດຂະບວນສັກຢາກັນພະຍາດສັດປີ 2013



           ທ່ານ​ສີ​ຫຸນ ສິດທິ​ລື​ໄຊ ປະທານ​ກວດກາ​ພັກ-ລັດ ນະຄອນຫລວງ​ວຽງຈັນ ໄດ້​ເປັນ​ປະທານ​ເປີດ​ຂະ​ບວນການ​ສັກ​ຢາ​ກັນ​ພະ ຍາດ​ສັດ​ແຫ່ງ​ຊາດ​ໃນ​ວັນ​ທີ 11 ພະຈິກ 2013 ເຊິ່ງ​ເລີ່​ມຂຶ້ນທີ່​ບ້ານ​ອີ່​ໄລ​ໃຕ້ ​ເມືອງ​ນາ​ຊາຍ​ທອງ ໂດຍ​ມື້ທຳ​ອິດ​ຈະ​ປະຕິ ບັດ​ການ​ສັກ​ຢາ​ກັນ​ພະຍາດ​ສັດລ້ຽງ​ໃຫ້​ປະຊາຊົນ​ບ້ານ​ດັ່ງກ່າວ​ປະ​ເພດ​ງົວ-ຄວາຍ ປະມານ 100 ​ໂຕ, ສັດ​ປີກປະມານ 2.000 ​ໂຕ ​ແລະ ໝາ​ແບ້ໃຫ້​ໄດ້ ກວ່າ 200 ​ໂຕ. ຈາກ​ນັ້ນສັດຕະວະ​ແພດ ຂອງ 54 ບ້ານ, 64 ກຸ່ມ​ຂອງ​ເມືອງ​ນາ​ຊາຍ​ທອງ ຈະ​ສືບຕໍ່ ປະຕິບັດ​​ໃນທົ່ວ​ເມືອງ ເຊິ່ງ​ມີ​ງົວປະ ມານ 3.000 ​ໂຕ, ຄວາຍ 3.000 ​ໂຕ, ​ແບ້ 3.000 ​ໂຕ, ໝູ​ເກືອບ 50.000 ​ໂຕ ​ແລະ ສັດ​ປີກປະມານ 5 ​ແສນ​ໂຕ. ​​ໃນ​ຂະນະ​ດຽວກັນ ການສັກ​ຢາ​ກັນ​ພະຍາດ​ໃຫ້​ສັດ ລ້ຽງ​ທົ່ວ​​ນະຄອນ ຫລວງ​ວຽງຈັນ ກໍ​ມີ​ການ ວາງ​ເປົ້າ​ປະຕິບັດ​ໃຫ້​ໄດ້​ຢ່າງໜ້ອຍ 75% ຂອງ​ຝູງ​ສັດ​ທັງ ໝົດ.
         ທ່ານ​ສີ​ຫຸນ ສິດທິ​ລື​ໄຊ ກ່າວ​ເປີດ​ພິທີ​ວ່າ: ປັດຈຸ​ບັນ​ປະຊາຊົນ​​ນະຄອນຫລວງ​ວຽງຈັນ ສ່ວນ​ໃຫຍ່​ຍັງ​ຖື​ວຽກງານ​ປູກຝັງ- ລ້ຽງ ສັດ ​ເປັນ​ອາຊີບ​ຕົ້ນຕໍ ​ແລະ ສຳ ຮອງ ​ໃນ​ການ​ສ້າງ​ລາຍ​ຮັບ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ​ໂດຍ​ສະ​ເພາະ​ແມ່ນ​ການ​ລ້ຽງສັດ ​ແລະ ການ​ປະມົງ ທີ່​ມີ​ການ​ລ້ຽງ​ແບບ​ຟາ​ມ ​ແລະ ລ້ຽງ​ແບບ​ຄອບຄົວ​ຢ່າງ​ກວ້າງຂວາງ ເຊິ່ງ​ສາມາດ​ຕອບ​ສະໜອງທາດ​ຊີ້ນ​ໃຫ້​ນະຄອນ
ຫລວງ ​ແລະ ສົ່ງ​ຕ່າງ​ແຂວງ​ຈຳ ນວນໜຶ່ງ. ຢ່າງ​ໃດ​ກໍ​ຕາມ​ໃນ​ໄລ ຍະ​ຜ່ານ​ມາການ​ພັດທະນາ​ການ​ລ້ຽງສັດ​ໂດຍ​ລວມຍັງ​ມີ​ບັນຫາ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ປະການ​ເປັນຕົ້ນ​ແມ່ນ​ການ​ເກີດ​ລະບາດ​ຂອງ​ພະ ຍາດ​ສັດ​ຕາມ​ລະດູ​ການ ​ແລະ ການ​ອຸບັດ​ຂຶ້ນ ຂອງ​ພະຍາດ​ສັດສາ​ຍພັນ​ໃໝ່, ບວກ​ໃສ່​ສະພາບ​ການ​ລ້ຽງສັດ​ຂອງ​ປະຊາ​ຊົນແບບ​ທຳ​ມະ​ຊາດ ທີ່ຂາດ​ຄວາມ​ເອົາ​ໃຈ​ໃສ່​ດູ​ແລ​ຮັກສາ​ສຸຂະພາບ​ສັດ​ເທົ່າ​ທີ່​ຄວນ ​ແລະ ຍັງ​ຖື​ເບົາ​ການ​ສັກ​ຢາ​ກັນ​ພະຍາດ​ໃຫ້​ສັດລ້ຽງຂອງ​ຕົນ. ຫລາຍ​ທ້ອງ​ຖິ່ນ​ອັດຕາ​ການ​ສັກ​ຢາ​ກັນ​ພະຍາດ​ເຫັນ​ວ່າ ບໍ່ທັນ​ພຽງພໍ​ກັບ​ຄວາມ​ຕ້ອງການອັນ​​ໄດ້​ເກີດ​ມີ​ການລະ ບາດ​ພະຍຸ​ພະຍາດ​ໃນ​ຝູງ​ສັດລ້ຽງ ​ເຮັດ​ໃຫ້​ສັດ​ຂອງ​ປະຊາຊົນ​ລົ້ມ​ຕາຍ ສ້າງ​ຄວາມ​ເສຍ​ຫາຍ​ທາງ​ເສດຖະກິດ​ຫລາຍ​ສົມຄວນ. ຕໍ່ບັນຫາ​ດັ່ງກ່າວ ລັດ ຖະບານ​ໄດ້​ເຫັນ​ຄວາມ​ສຳຄັນ​ ​ເພື່ອ​ມີ​ການ​ພັດທະນາ​ການ​ລ້ຽງ ສັດ​ໃຫ້​ນັບ​ມື້ຫລາຍ​ຂຶ້ນ ​​ໂດຍ​ໄດ້​ອອກ​ກົດໝາຍວ່າ​ດ້ວຍ​ການ​ລ້ຽງ ສັດ ​ແລະ ການ​ສັດຕະວະ​​ແພດ​ໃນ​ປີ 2008, ທັງ​ໄດ້​ກຳນົດ​ເອົາ​ວັນ​ທີ 11 ພະຈິກ ຂອງ​ທຸກ​ປີ​ເປັນ​ວັນ​ສັກ​ຢາ​ແຫ່ງ​ຊາດ ​ແລະ ນະຄອນ ຫລວງ​ວຽງຈັນ​ກໍ​ໄດ້​ມີ​ການຈັດ ຕັ້ງປະຕິບັດ​ເປັນ​ປີ​ທີ 5 ຕິດຕໍ່ກັນ, ສະນັ້ນຈຶ່ງ​ຮຽກຮ້ອງ​ໃຫ້​ປະຊາຊົນ​ຈົ່ງ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ​ແລະ ຕື່ນ​ຕົວນຳ​ເອົາ​ສັດລ້ຽງ ຂອງ​ຕົນ​ມາ​ສັກ​ຢາ​ກັນ​ພະຍາດ​ໃນ​ວັນ​ດັ່ງກ່າວ​ຂອງ​ທຸກໆ​ປີ ​ເພື່ອ​ເຮັດ​ໃຫ້​ສັດ ລ້ຽງທຸກ​ຊະນິດ​ປອດ​ໄພ​ຈາກ​ພະ ຍາດ​ຕ່າງໆ.
         ອີງ​ຕາມ​ສະຖິຕິ​ການ​ ລ້ຽງ ສັດ​ໃນ​ສົກ​ປີ 2012-2013 ທົ່ວ​ປະ​ເທດ​ມີງົວ 1,6 ລ້ານ​ກວ່າ​ໂຕ, ຄວາຍ 1,1 ລ້ານ​ກວ່າ​ໂຕ, ໝູ 2,7 ລ້ານ​ກວ່າ​ໂຕ, ​ແບ້ 6 ​ແສນ​ກວ່າ​ໂຕ ​ແລະ ສັດ​ປີ​ກຫລາຍ​ກວ່າ 35 ລ້ານ​ໂຕ. ​ເຖິງ​​ວ່າ​ສະພາບ​ການ​ລ້ຽງສັດ​ຢູ່​ ສປປ ລາວ ມີ​ການ​ພັດ ທະນາ​ດີ​ຂຶ້ນ​ໃນ​ລະດັບໜຶ່ງ​ແລ້ວ​ກໍ​ຕາມ ​ແຕ່​ຍັງ​ມີ​ອຸປະສັກ​ຫລາຍ​ດ້ານ​ເປັນ ຕົ້ນ: ​ແມ່ນ​ການ​ລະບາດ​ຂອງ​ພະ ຍາດ​ສັດ ເຊິ່ງ​ຍັງ​ເປັນ​ໄພ​ຂົ່ມຂູ່ ​ແລະ ສ້າງ​ຜົນ​ກະທົບ​ຕໍ່ການ​ລ້ຽງ ສັດຢ່າງໜັກໜ່ວງສົມຄວນ​ໃນ​ແຕ່ ລະ​ປີ ​ໂດຍ​ສະ​ເພາະ​ພະຍາດ​ປາກ​ເປື່ອຍ​ລົງ​ເລັບ, ພະຍາດ​ເຕົ້າ​ໂຮມ​ເລືອດ​ງົວ-ຄວາຍ,ພະຍາດ​ໄຂ້​ບວມ, ອະຫິວາ, ຫູູກ່ຳໝູ, ພະ ຍາດ​ນິວຄາ​ເຊິ​ນ, ອະຫິ​ວາ​ສັດ​ປີກ, ອະຫິວາ​ເປັດ, ​ໄຂ້ຫວັດ​ສັດ​ປີກ ​ແລະ ພະ​ຍາດ​ອື່ນໆ. ພະຍາດ​ດັ່ງ ກ່າວ​ນີ້ນອກຈາກ​ສົ່ງ​ຜົນ​ກະທົບ​ໂດຍ​ກົງຕໍ່ສັດ​ປີກ​ແລ້ວຍັງ​ສາ ມາດ​ຕິດຕໍ່​ໃສ່​ຄົນທັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ການ​ສົ່ງ​ອອກ​ສັດ ​ແລະ ຜະລິດ​ຕະພັນ​ສັດ​ນຳອີກ​.

No comments:

Post a Comment