Ad

Ad

12 November 2013

ໄກ່ ໂອເວີແດ໊ນ ເປັນໂຕແທນສິລະປິນລາວເຂົ້າຮ່ວມງານຄົນດັງລະດັບອາຊຽນຢູ່ປະເທດມາເລເຊຍ



   ຫາກໍນຳສະເໜີເພງໃໝ່ໃນອາລະບຳໃໝ່ “ຈັ່ງແມ່ນເຈົ້າເລີດ” ແນວເພງທີ່ມີດົນ ຕີຈັງຫວະເຕັ້ນມ່ວນໆເຮັດໃຫ້ໄກ່ໂອເວີແດ໊ນ ຖືກກ່າວຂານຈາກສັງຄົມຢ່າງກວ້າງ ຂວາງທັງໃນລາວ ແລະ ປະເທດເພື່ອນບ້ານ, ໄລຍະນີ້ ຈຶ່ງບໍ່ແປກທີ່ໄດ້ເຫັນສາວ ເກັ່ງຜູ້ນີ້ ເປັນຕົວແທນນຳສະເໜີຜະລິດຕະພັນສິນຄ້າ ຫລື ອອກຕາມງານສັງ ຄົມຕ່າງໆ. ຫລ້າສຸດນາງ ໄກ່ ໂອເວີແດ໊ນ ຍັງໄດ້ຖືກເຊີນໄປ ຮ່ວມງານ Tourism Malaysia Asean Division Explore Quest Malaysia 2013 ຢູ່ປະເທດມາເລເຊຍ ເພື່ອ ແລກປ່ຽນສິລະປະ, ວັດ ທະນະທຳ ແລະ ການທ່ອງທ່ຽວຮ່ວມກັບສິລະປິນທີ່ມີຊື່ສຽງຈາກ 10 ປະເທດອາຊຽນໃນລະຫວ່າງ ວັນທີ 10-17 ພະຈິກນີ້.
    ນາງ ໄກ່ ໂອເວີແດ໊ນ ຖະແຫລງຂ່າວຕໍ່ສື່ມວນຊົນເມື່ອທ້າຍອາທິດຜ່ານມາຢູ່ໂຮງແຮມດອນຈັນພາເລດ ນະຄອນຫລວງ ວຽງຈັນວ່າ: “ຮູ້ສຶກພູມໃຈ ແລະ ເປັນກຽດທີ່ໄດ້ເປັນຕົວແທນຂອງສິລະປິນລາວເຂົ້າຮ່ວມໂຄງການດັ່ງກ່າວ, ເຊິ່ງໃນງານຄັ້ງນີ້ ໄດ້ ກຽມເພງໃນອາລະບຳໃໝ່ຫລ້າສຸດຂອງໂຕເອງຄືເພງ “ ຈັ່ງແມ່ນເຈົ້າເລີດ” ແລະ ເພງລາວທີ່ເປັ ເອກະລັກຫລາຍເພງພ້ອມ ກັບຊຸດປະຈຳຊາດຫລາຍຊຸດເພື່ອຂຶ້ນສະແດງເທິງເວທີເຊິ່ງຈະຈັດຂຶ້ນທຸກຄືນ. ນອກຈາກນີ້ກໍໄດ້ກຽມຂໍ້ມູນກ່ຽວກັບແຫລ່ງ
ທ່ອງທ່ຽວທີ່ໜ້າສົນໃຈໃນປະເທດລາວເພື່ອໄປແລກປ່ຽນກັບສິລະປິນ ແລະ ສື່ມວນຊົນຈາກປະເທດສະມາຊິກອາຊຽນ. ໃນການເດີນທາງໄປປະເທດມາເລເຊຍຄັ້ງນີ້ ຍັງກຽມເກັບພາບທີ່ສວຍງາມມາຝາກແຟນເພງ ແລະ ເພື່ອກຽມຖ່າຍທຳມິວ ສິກວິດີໂອເພງໃໝ່ໃນໂອກາດທີ່ເໝາະສົມຕໍ່ໄປ”.
    ງານດັ່ງກ່າວ ເປັນໜຶ່ງໃນໂຄງການທີ່ປະເທດເຈົ້າພາບກຽມສະເຫລີມສະຫລອງປີທ່ອງທ່ຽວປະເທດມາເລເຊຍ 2014 ແລະ ກຽມເປັນເຈົ້າພາບຈັດ ກອງປະຊຸມທ່ອງທ່ຽວອາຊຽນ ATF ຄັ້ງທີ 33, ນອກຈາກສິລະ ປິນດັງທັງ 10 ປະເທດຈະໄດ້ ເລາະ ຊົມສະຖານທີ່ທ່ອງທ່ຽວທີ່ສວຍງາມໃນມາເລເຊຍແລ້ວ, ຍັງຈະໄດ້ແລກປ່ຽນວັດທະນະທຳ, ສິລະປະ, ຂໍ້ມູນກ່ຽວກັບ ແຫລ່ງ ທ່ອງທ່ຽວຂອງປະເທດຕົນ ແລະ ຫລິ້ນເກມຕ່າງໆຮ່ວມ ກັນນຳອີກ. ສຳລັບສິລະປິນທີ່ ມີຍອດຜູ້ຕິດຕາມທາງ Facebook ແລະ Instagram ຫລາຍກວ່າໝູ່ ຍັງຈະໄດ້ຮັບລາງວັນພິເສດທີ່ປະ ເທດເຈົ້າພາບຕັ້ງຂຶ້ນ. ດັ່ງນັ້ນ, ຖ້າຢາກໃຫ້ສາວ ໄກ່ ໂອ ເວີແດ໊ນ ສິລະປິນ ຕົວແທນຈາກລາວ ໄດ້ ຊະນະລາງວັນລະດັບອາຊຽນນີ້ ກໍເຂົ້າໄປຕິດຕາມສະໝັກເປັນ ເພື່ອນຕາມທີ່ຢູ່ Kai Overdance ໄດ້.
    ງານຖະແຫລງຂ່າວຄັ້ງນີ້ ມີທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ດາໂຕະ ຕັນ ໄຮ ເຮັງ ເອກອັກຄະລັດຖະທູດມາເລເຊຍ ປະຈຳລາວ, ທ່ານ ແກ້ວອຸດອນ ຫົວໜ້າອົງການທ່ອງທ່ຽວແຫ່ງຊາດມາເລເຊຍປະ ຈຳລາວ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

No comments:

Post a Comment