Ad

Ad

11 November 2013

ຄວາມຄືບຫນ້າໂຄງການພັດທະນາເຂື່ອນໄຟຟ້າດອນສະໂຮງຢູ່ຈຳປາສັກ



               ຄະນະຜູ້ແທນ ແລະ ສື່ມວນຊົນຈາກພາຍໃນ ແລະ ຕ່າງປະເທດ 100 ທ່ານ ໄດ້ຮັບຟັງການລາຍງານຄວາມ ຄືບ ໜ້າຂອງໂຄງການພັດທະນາເຂື່ອນໄຟຟ້າດອນສະ ໂຮງຢູ່ ກອງປະຊຸມລາຍງານຜົນຂອງຄວາມຄືບໜ້າໂຄງ ການດັ່ງກ່າວ ໃນຕອນ ເຊົ້າວັນທີ 10 ພະຈິກ 2013 ຢູ່ ໂຮງແຮມຈຳປາ ສັກແກຣນ ເມືອງປາກເຊ ແຂວງຈຳປາສັກ, ໂດຍການເປັນປະ ທານຂອງ ທ່ານ ວິຣະພົນ ວິຣະວົງສ໌ ລັດຖະມົນຕີ ຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ມີຄະນະຜູ້ແທນ, ຊ່ຽວ ຊານດ້ານສິ່ງ ແວດລ້ອມ, ນ້ຳ ແລະ ປາ, ສື່ມວນຊົນຈາກ ສປປ ລາວ, ຫວຽດນາມ, ກຳປູເຈຍ, ໄທ, ອົງການແມ່ນ້ຳຂອງແຫ່ງ ຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.                          
            ໃນກອງປະຊຸມ, ຄະນະຜູ້ ແທນ ແລະ ສື່ມວນຊົນໄດ້ປຶກສາຫາລື ແລະ ນຳສະເໜີເຖິງການພັດທະນາເຂື່ອນໄຟຟ້າ ດອນສະໂຮງໄປໃນທິດທາງທີ່ມີຄຸນນະພາບ, ມາດຕະຖານ ແລະ ຄວາມຍືນຍົງໃນຕໍ່ໜ້າອັນເປັນການປະກອບສ່ວນສຳຄັນຕໍ່ ການພັດທະນາເສດຖະກິດ-ສັງຄົມພາຍຂອງປະເທດ, ໂດຍສະເພາະປະຊາຊົນຢູ່ບ້ານ ຫາງສະດຳ, ບ້ານດອນ ສະໂຮງ ແລະ ບໍລິເວນອອ້ມຂ້າງເມືອງໂຂງ, ສາມາດໄດ້ຮັບການພັດ ທະນາ ແລະ ຍົກລະດັບຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນກວ່າເກົ່າ.
ຜູ້ຊ່ຽວຊານຫລາຍທ່ານໄດ້ເປີດເຜີຍໃນກອງປະຊຸມວ່າ: ຖ້າໂຄງການພັດທະນາເຂື່ອນໄຟຟ້າດອນສະໂຮງໄດ້ຮັບການເອົາໃຈໃສ່ ຕໍ່ຄຸນນະພາບ, ມາດຕະຖານ, ການບໍລິຫານ ແລະ ຄຸ້ມຄອງຢ່າງເປັນລະບົບຄົບຖ້ວນນັ້ນຈະເຮັດໃຫ້ການພັດທະນາເຂື່ອນຢູ່ ດອນສະໂຮງກາຍເປັນສ່ວນສຳຄັນກະຕຸກຊຸກການພັດທະນາເສດຖະກິດພາຍໃນແຂວງຢ່າງຕັ້ງໜ້າຈະຊ່ວຍເຮັດໃຫ້ປະຊາຊົນ ໄດ້ປະໂຫຍດ ແລະ ສາມາດແກ້ໄຂຄວາມທຸກຍາກໂດຍຜ່ານການສ້າງວຽກເຮັດງານທຳ, ພື້ນຖານໂຄງລ່າງໄດ້ຮັບການພັດທະ ນາ, ຊາວໜຸ່ມສາມາດເຂົ້າເຖິງການສຶກສາຫລາາຍຂຶ້ນ, ການບໍລິການສາທາລະນະສຸກສະດວກສະບາຍ ແລະ ທີ່ຢູ່ອາໄສໝັ້ນຄົງ ຂຶ້ນເປັນກ້າວໆ.                     
          ໂຄງການພັດທະນາເຂື່ອນໄຟຟ້າດອນສະໂຮງແມ່ນການລົງທຶນລະຫວ່າງລັດຖະລານລາວ ແລະ ບໍລິສັດ ເມກາເຟີດສ໌ ໂຄໂປເຣຊັນເບີຮາດ ຈາກມາເລ ເຊຍ ໃນນັ້ນລາວຖື ຫຸ້ນປະມານ 20%, ສ່ວນທີ່ເຫລືອແມ່ນບໍລິສັດ ເມກາເຟີດສ໌ເປັນຜູ້ຖືຫຸ້ນ ເຊິ່ງ ລວມມີມູນຄ່າລົງທຶນ 700 ກວ່າ ລ້ານໂດລາສະຫະລັດ ມີກຳນົດການສຳປະທານ 25 ປີ,  ສ້າງເປັນລະບົບຝາຍນ້ຳລົ້ນ, ມີກຳລັງຕິດຕັ້ງທັງໝົດ 265 ເມກາວັດ ປະ ກອບມີ 4 ຫົວຈັກປັ່ນໄຟຟ້າ ເຊິ່ງຈະຜະລິດກະແສໄຟຟ້າໄດ້ຫລາຍເຖິງ  2.000 ຈິກາວັດໂມງຕໍ່ປີ ແລະ ຄາດວ່າໂຄງການ ນີ້ຈະສຳເລັດການກໍ່ສ້າງພາຍໃນປີ 2018 ໂດຍຈະໜອງກະແສໄຟຟ້າໃຫ້ພາຍໃນ ທ້ອງຖິ່ນເປັນສ່ວນໃຫຍ່.

No comments:

Post a Comment