Ad

Ad

11 November 2013

ເຊີນປວງຊົນລາວທັງຊາດທ່ຽວ ບຸນພະທາດຫລວງຢ່າງມ່ວນຊື່ນ



         ບຸນ​ນະມັດສະການ​ພະ ທາດ​ຫລວງ​ວຽງຈັນ ຊຶ່ງ​ຈະ​ເລີ່​ມ​ໄຂ​ຂຶ້ນ​ແຕ່​ວັນ​ທີ 11 -17 ​ແລະ ຢູ່ສູນ​ການ​ຄ້າ​ລາວ-​ໄອ​ເຕັກ 08-17 ພະ ຈິກ 2013, ນອກຈາກ​ເປັນ​ການ​ອະນຸລັກ​ຮັກສາ ​ແລະ ເສີມ​ຂະ ຫຍາຍວັດທະນະທຳ, ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ ທີ່​ໄດ້​ສືບ​ທອດ​ມາ​ຫລາຍ​ລຸ້ນຄົນ ​ໃຫ້​ມີ​ຄວາມ​ຍືນ​ຍົງ​ຄູ່​ກັບ​ຄົນ​ລາວ​ຕະ ຫລອດ​ໄປ​ແລ້ວ ຍັງ​ເປັນ​ໂອກາດ​ຊາວ​ນະ ຄອນຫລວງ​ວຽງຈັນ ​ກໍ​ຄືປະຊາຊົນບັນດາ​ເຜົ່າ​ທົ່ວ​ປະ​ເທດ​ໄດ້​ທ່ຽວຊົມ​, ​ຊື້ສິນຄ້າ​ໃຊ້​ສອຍ ​ແລະ ຜະລິດ​ຕະພັນຕ່າງໆຂອງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ດ້ວຍ​ບັນຍາກາດ​ຟົດຟື້ນມ່ວນ​ຊື່ນ, ທັງ​ດຶງດູດ​ນັກ​ທ່ອງ​ທ່ຽວ.
         ທ່າ​ນ ສາຍທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ, ປະທານ​ຄະນະ​ກຳມະການ​ຈັດ​ບຸນ​ນະມັດສະການ​ພະ ທາດ​ຫລວງ​ວຽງຈັນ ​ໄດ້​ຖະ​ແຫລ​ງຕໍ່ສື່​ມວນ​ຊົນ​ໃນ​ວັນ​ທີ 8 ພະຈິກ 2013 ​ໂດຍ​ລະບຸ​ວ່າ: ​ສຳລັບ​ຢູ່​ເດີ່ນ​ສະໜາມຫລວງ​ປະກອບ​ມີ 3 ກິດ ຈະກຳ​ຫລັກຄື ກິດຈະກຳ​ທາງ​ສາ ສະໜາພິທີ​ຂາບ​ໄຫວ້​ພະທາດ​ຫລວງ ​ແລະ ຟັງ​ທຳ​ມະ​ເທດສະໜາ, ຈັດ​ຂະ​ບວນ​ແຫ່​ຜາສາດ​ເຜິ້ງຕາມ​ປະ​ເພນີ, ການ​ໃສ່ບາດ​ຖວາຍ​ສັງຄະ​ທານ, ການ​ຫລິ້ນກິ ລາ​ພື້ນ​ເມືອງ​(ຕີຄີ) ​ແລະ ພິທີ​ວຽນ ທຽນຈູດ​ທູບ​ບູຊາ; ກິດຈະກຳ​ສະ​ແດງ​ສິລະ​ປະ​ວັນນະຄະດີ ຈາກ​ສູນ​ກາງ ​ແລະ ບັນດາ​ແຂວງ, ສິ ລະ​ປະພື້ນ​ເມືອງ ​ແລະ ການ​ຂັບ​ລຳ​ທ້ອງ​ຖິ່ນ. ກິດຈະກຳການວາງ ສະ​ແດງ​ສິນຄ້າ​ຄັ້ງນີ້ມີ​ບັນດາ​ຫົວໜ່ວຍທຸລະ​ກິດ​ການທ່ອງທ່ຽວ, ຫົວໜ່ວຍການ​ຜະລິດ​-ທຸລະ​ກິດ-ກະສິກຳ ​-ປ່າ​ໄມ້, ​ໂຮງງານ​
ອຸດສາຫະກຳ-ຫັດ ຖະກຳ, ບັນດາ​ບໍລິສັດ-ລັດ​ວິ​ສາ​ຫະກິດ, ຕົວ​ແທນ​ຈາກບັນດາ​ແຂວງ, ກະ ຊວງ, ​ເມືອງ ​ແລະ ຂະ​ແໜງການ​ກ່ຽວຂ້ອງ, ສິນຄ້າ​ອຸດ ສາຫະກຳ​ອຸປະ​ໂພ​ກ -ບໍລິ​ໂພ​ກ, ຮ້ານ​ອາຫານ, ວົງ​ດົນຕີ, ຮ້ານ​ວາງສະ​ແດງ​ສິນຄ້າ​ຂາຍຍ່ອຍ ​ແລະ ການ​ບໍລິການ​ອື່ນໆ. ພ້ອມ​ນີ້ຍັງ​ຈະ​ມີ​ຫົວໜ່ວຍທຸລະ​ກິດ​ຈາກ​ປະ​ເທດ​ເພື່ອນ​ບ້ານ​​ໂດຍສ​ເພາະ​ແມ່ນ​ຫວຽດນາມ ,ຈີນ, ​ໄທ, ກຳປູ​ເຈຍ ​ແລະ ບັນດາ​ປະ​ເທດ​ໃນ​ອາ ຊຽນຈຳນວນໜຶ່ງເຂົ້າ​ມາ​ຮ່ວມ​ວາງສະ​ແດງ ​ແລະ ຂາຍ​ສິນຄ້າ ນຳ​ດ້ວຍ. ຢ່າງ​ໃດ​ກໍ​ຕາມ​​ຮອງ​ເຈົ້າ​ຄອງ ຍັງ​ໄດ້​ແນະນຳ​ການ​ຊື້-ຂາຍ​ສິນຄ້າ​ທຸກ​ຊະນິດ ​ລວມ ທັງ​ອາຫານ​ໃຫ້​ສັງ​ເກດ​​ເບິ່ງ​ປ້າຍ​ຕິດ​ບອກລາຄາ ຖ້າ​ຫາກ​ມີ​ການ​ຂາຍ​ເກີນ​ລາຄາ​ໃຫ້​ພົວພັນ​ແຈ້ງ​ຕໍ່ຄະນະ​ກຳມະການ​ຊາບ. ​ເພາະ​ປີນີ້ພາກ​-ລັດ​ໄດ້​ມີ​ການ​ຊີ້ນຳ​ໃຫ້​ພາກສ່ວນ​ທຸລະ​ກິດ​ເຮັດ​ແນວ​ໃດ​ປະຊາຊົນ​ຈະ​ໄດ້​ບໍລິ​ໂພ​ກສິນ ຄ້າ​ທີ່​ມີ​ຄາ​ລາ​ຍ່ອມ​ເຍົາ.
        ​ບຸນປີນີ້ຈະ​ໄດ້​ນຳ​ໃຊ້​ກຳລັງ​ພະນັກງານ, ທະຫານ-ຕຳຫລດ ​ແລະ ຊາວໜຸ່ມ ​ເຂົ້າ​ຮ່ວມ​ປະຈຳ ການ ​ແລະ ວາງ​ແຜນ​ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ເຂັ້ມງວດ ທັງ​ພາຍ​ໃນ ​ແລະ ພາຍ​ນອກ​ສະ ຖານ​ທີ່​ງານ​ບຸນ​ໃຫ້​ມີ​ຄວາມ​ເປັບ​ລະ ບຽບຮຽບຮ້ອຍ ​​ແລະ ສະກັດ​ກັ້ນ ທຸກ​ກໍລະນີ​ທີ່​ເກີດ​ຂຶ້ນ​ໃຫ້​ທັນ​ການ. ຫ້າມ​ບໍ່​ໃຫ້​ຈູດ​ໝາກກະ​ໂພ​ກ ​ແລະ ບັ້ງ​ໄຟ​ດອກ​ທຸກ​ຊະນິດ, ທັງ​ຫ້າມ​ບໍ່​ໃຫ້​ມີ​ຫ້າງ​ຮ້ານ​ຂາຍ​ວັດຖຸ​ຊະນິດ​ດັ່ງກ່າວ​ຢ່າງ​ເດັດຂາດ, ​ຮອງ​ເຈົ້າ​ຄອງ​ຍັງ​ໄດ້​​ເຕືອນ​ປະຊາຊົນ​ທຸກ​ຊັ້ນຄົນ​ໃຫ້​ມີ​ສະຕິ​ລະວັງ​ຕົວ​ໃນ​ການ​ມາ​ທ່ຽວບຸນ, ຢ່າ​ຖື​ອາວຸດ ​ແລະ ​ຂອງແຂງ, ຢ່າ​ຖື​ຂອງ​ມີຄ່າ​ເຂົ້າ​ໃນ​ບຸນ ​ເພາະ​ມີ​ຄົນ​ບໍ່ດີ​ສວຍ​​ໂອກາດ ​ແລະ ​ໃຫ້​ຮັບ​ຮູ້​ກົດ​ລະ ບຽບຈະລາຈອນ, ການ​ນຳ​ໃຊ້​ລົດ​ໃຊ້​ຖະໜົນ, ການ​ຈອດ​ລົດ​ຢູ່ ຈຸດ​ຕ່າງໆ ​ໃຫ້​ຮັບປະກັນ​ຄວາມ​ປອດ​ໄພ ຫລີກ​ເວັ້ນການ​ເສຍ​ຫາຍ​ທີ່​ຈະ​ເກີດ​ຂຶ້ນ.

No comments:

Post a Comment