ກົມອຸຕຸນິຍົມ ແລະ ອຸທົກ ກະສາດ ໄດ້ອອກມາເຕືອນວ່າ:
ພາຍຸ ຮາຍ ຢານ (HAIYAN) ຫົວທີ 30 ໄດ້ກໍ່ຂຶ້ນໃນ ເວລາ 7:00 ໂມງເຊົ້າຂອງວັນທີ 8 ພະຈິກ
2013 ມີຈຸດສູນກາງຢູ່ເສັ້ນ ຂະໜານທີ 11,0 ອົງສາເໜືອ ແລະ ເສັ້ນແວງ 124,8 ອົງສາ ຕາເວັນອອກ,ໄດ້ເຄື່ອນທີ່ເຂົ້າ
ຝັ່ງປະເທດຟີລິບປີນ ແລະ ເຄື່ອນທີ່ໄປທາງທິດ ຕາເວັນ ຕົກໃນຄວາມໄວ 35 ກິໂລ ແມັດ ຕໍ່ຊົ່ວໂມງ
ແລະ ໃນຕອນກາງຄືນ ຂອງວັນທີ 10 ພະຈິກ 2013 ພັດເຂົ້າຝັ່ງຫວຽດນາມ
ຕອນກາງ ແລະ ພັດຜ່ານ ແຂວງຄຳ ມ່ວນ ແລະ ບໍລິຄຳໄຊ ລາວເຮົາໃນວົງລັດສະໝີ ຂອງພາຍຸຈະກວມເອົາບັນດາ
ແຂວງພາກໃຕ້ຫາພາກກາງ ຊຶ່ງ ຈະເຮັດໃຫ້ ມີຝົນຕົກ ຟ້າຄະນອງ, ຝົນຕົກໜັກ, ລົມແຮງຢູ່ບັນດາແຂວງດັ່ງກ່າວລວມໄປຮອດແຂວງ
ຊຽງຂວາງ ແລະ ຫົວພັນ ນັບແຕ່ວັນ ທີ 9-11 ພະຈິກ 2013, ຈາກນັ້ນໃນວັນທີ 12-13 ພະຈິກ 2013
ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານ
ກາງຢູ່ ແຂວງພາກກາງ ຫາພກາເໜືອ, ດັ່ງນັ້ນ ຈຶ່ງຂໍແຈ້ງ ເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ, ພໍ່ແມ່ປະຊາຊົນ ຈົ່ງ ມີສະຕິກຽມພ້ອມ ມ້ຽນມັດຜົນຜະລິດໃຫ້ດີຖ້າບ່ອນໃດຍັງບໍ່ທັນການເກັບກ່ຽວກໍຄວນລໍຖ້າກ່ອນເຫດການຈະຜ່ານພົ້ນໄປ ແລະ ການຄົມມະນາ ຄົມທາງບົກ ແລະ ທາງອາກາດຈົ່ງມີສະຕິລະມັດລະວັງຕໍ່ສະພາບການດັ່ງກ່າວ ແລະ ໃຫ້ຕິດຕາມການລາຍງານ ຂ່າວພະຍາ ກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

No comments:
Post a Comment