ໃນວັນທີ 8 ພະຈິກນີ້, ຢູ່ໂຮງແຮມດອນຈັນພາເລດ,
ນະຄອນຫລວງວຽງ ຈັນ. ໄດ້ມີພິທີເຊັນສັນຍາຂຸດຄົ້ນຫີນປູນ, ດິນໜຽວ ແລະ ແຮ່ລາແຕລິດລະຫວ່າງລັດ ຖະບານລາວຕາງໜ້າ
ໂດຍທ່ານ ບຸນທະວີ ສີສຸພັນທອງ ລັດຖະມົນຕີຊ່ວຍວ່າ ການ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ
ຈິດຕະກອນ ສຸກສົມບູນ ປະທານ ກຸ່ມບໍລິສັດສຸກສົມບູນຈຳກັດ, ໂດຍ ການເຂົ້າຮ່ວມເປັນສັກຂີພະຍານ
ຂອງ ທ່ານ ຄຳໃບ ດຳລັດ ເຈົ້າແຂວງຄຳມ່ວນ.
ປະທານກຸ່ມບໍລິສັດ ສຸກສົມ ບູນ ກ່າວວ່າ: ກຸ່ມບໍລິສັດ
ຕົນ, ໄດ້ຮັບອະນຸ ຍາດຈາກລັດຖະບານ ໃນການຂຸດຄົ້ນຫີນ ປູນ, ດິນໜຽວ ແລະ ແຮ່ລາແຕລິດ ເພື່ອສະໜອງວັດຖຸດິບ ດັ່ງກ່າວໃຫ້ແກ່ໂຮງງານຊີມັງລາວພັດທະນາຢູ່ແຂວງຄຳມ່ວນ
ທີ່ມີ ກຳລັງການຜະລິດ 5 ພັນໂຕນຕໍ່ມື້ ໂດຍການຂຸດຄົ້ນມີໄລຍະເວລາ 50 ປີ ແລະ ສາມາດຕໍ່ສັນຍາໄດ້ອີກ
50 ປີ. ປະທານກຸ່ມ ບໍລິສັດດັ່ງກ່າວ ໃຫ້ ຮູ້ວ່າ: ຄວາມຕ້ອງການນຳໃຊ້ຊີ ມັງຢູ່ ລາວ ມີຕົວເລກເພີ່ມຂຶ້ນຢ່າງຕໍ່ເນື່ອງຍ້ອນປະເທດລາວ
ຢູ່ໃນໄລ ຍະການພັດທະນາໂຄງລ່າງພື້ນຖານປະເທດເປັນຕົ້ນ: ການກໍ່ສ້າງຕຶກອາຄານ, ເຂື່ອນໄຟຟ້າຂະໜາດໃຫຍ່ຫລາຍສິບ
ແຫ່ງ,ການ ກໍ່ສ້າງ ແລະ ຂະຫຍາຍເສັ້ນທາງໃນທົ່ວປະເທດ ເພື່ອໃຫ້ມີມາດຕະຖານເຊື່ອມ ໂຍງພາກພື້ນ
ແລະ ສາກົນໄດ້.
ໃນໂອກາດດັ່ງກ່າວ, ຍັງມີພິທີມອບ-ຮັບ ໃບຢັ້ງຢືນລະບົບການບໍລິຫານຄຸ້ມຄອງ
ISO:9001: 2008 ແລະ ໃບ ຢັ້ງຢືນມາດຕະຖານອຸດສາຫະກຳລາວໃຫ້ກັບກຸ່ມບໍລິສັດດັ່ງກ່າວ, ຂະນະທີ່ປະທານກຸ່ມບໍລິສັດຢືນຢັນວ່າຈະພະຍາຍາມນຳ ເອົາທຸລະກິດຊີມັງຂອງຕົນເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວພາຍໃນ
2-3 ປີຂ້າງໜ້າ.
No comments:
Post a Comment