Ad

Ad

15 November 2013

ບໍລິສັດນ້ຳເທີນ 2 ຊ່ວຍເຫລືອຜູ້ປະສົບອຸທົກກະໄພທຳມະຊາດ

          ບໍລິສັດ​ນ້ຳ​ເທິ​ນ 2 ຈຳກັດ ໄດ້​ນຳ​​ເງິນ​ຈຳນວນ 20 ພັນໂດ​ລາ​ສະຫະລັດ​​ມອບ​ໃຫ້​ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ​ເພື່ອນຳ​ໄປ​ຊ່ວຍ​​ເຫລືອ ປະຊາຊົນ​ ຜູ້​ທີ່​ໄດ້​ປະສົບ​ອຸທົກກະ​ໄພ​ທາງ​ທຳ​ມະ​ຊາດຢູ່​ພາກ​ເໜືອ ແລະ ບັນດາພາກ​ໃຕ້ ​ຂອງ​ລາວ.
      ພິທີ​ມອບ​-ຮັບເງິນ​ຊ່ວຍ​ເຫລືອ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ພະຈິກນີ້ຢູ່ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ ແລະ ສັງຄົມ​ໃຫ​້ກຽດ​ມອບ​ໂດຍ​ທ່ານ ມີ​ເຊ​ວ ​ໂຣບີ​ໂນ  (Michel ROBI NO)  ຜູ້​ອຳ ນວຍ​ການ​ບໍລິສັດ​ນ້ຳ​ເທິ​ນ 2 ຈຳກັດ ​ແລະ ກ່າວ​ຮັບ​ໂດຍ ​ທ່ານ ນາງ ​ໃບ​ຄຳ ຂັດທິຍະລັດຖະມົນຕີ​ຊ່ວຍ​ວ່າ​ກ່ນກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ- ສັງຄົມ, ມີ​ບັນດາ​ຫົວໜ້າ​ກົມ ແລະ ພະນັກງານ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ.
       ການ​ລະດົມ​ທຶນ​ຊ່ວຍ​ເຫລືອ​ຜູ້​ປະສົບ​ອຸ​ທົກ​ກະ​ໄພດັ່ງກ່າວ ​ໄດ້​ ເລີ່​ມມາ​ແຕ່​ວັນ​ທີ 10 ຕຸລາ ຫາ 13 ພະຈິກ 2013 ໄດ້​ມີ​ບໍລິສັດ​ຫ້າງ​ຮ້ານ ​ແລະ ອົງການ​ຈັດຕັ້ງທັງ​ພາກລັດ ​ແລະ ​ເອກະ​ຊົນ ​​ໃຫ້ການ​ຊ່ວຍ​ເຫລື​ອ​ 28 ພາກສ່ວນ ລວມ ເປັນ​ເງິນ​ທັງ​ໝົດ 2.853.612.000 ກີບ ​ແລະ 30.000 ໂດ​ລາ​ສະຫະລັດ.

     ຢູ່ກະຊວງການຕ່າງປະເທດ, ໄດ້ມີພິທີມອບ-ຮັບເງິນຈຳນວນ 310.000 ເຢັນ (ປະມານ 24 ລ້ານກ່ວາກີບ) ເພື່ອນຳໄປ ຊ່ວຍເຫຼືອປະຊາຊົນຜູ້ປະສົບເຄາະຮ້າຍຈາກໄພນ້ຳຖ້ວມ ແລະ ດິນ ເຈື່ອນຢູ່ແຂວງອຸດົມໄຊ ຊຶ່ງຜູ້ ມອບໂດຍແມ່ນ ທ່ານ ເຄນ ທອງ ນວນທະສິງ, ເອກອັກຄະລັດຖະ ທູດແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ແລະ ຜູ້ຮັບແມ່ນ ທ່ານ ນາງ ນາລີ ສີສຸລິດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກພ້ອມດ້ວຍຄະ ນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄຕພ.
       ເງີນຈຳນວນດັ່ງກ່າວນີ້ແມ່ນ ໄດ້ມາຈາກການຈັດງານບຸນກຸສົນຫາລາຍໄດ້ໂດຍສະຖານທູດລາວທີ່ໂຕກຽວ ແລະ ສະມາ ຄົມໂຣໂຕຣິຂອງເມືອງໂອມີຢາ, ແຂວງໄຊຕາມະເພື່ອມາມອບໃຫ້ສະຫະພັນແມ່ຍິງກະຊວງການ ຕ່າງປະເທດ ແລະ ຄຕພ ນຳ ໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພທຳມາຊາດຢູ່ແຂວງອຸດົມໄຊ.
   ເງິນຈຳນວນດັ່ງກ່າວ ເຖິງວ່າຈະເປັນຈຳນວນບໍ່ຫຼາຍແຕ່ກໍເປັນນ້ຳໃຈອັນປະເສີດຈາກບັນດາສະມາຊິກສະມາຄົມໂຣໂຕຣິ ຂອງເມືອງໂອມີຢາ ແລະ ພະນັກງານການທູດລາວຢູ່ໂຕກຽວທີ່ສົ່ງມາຊ່ວຍບັນເທົາທຸກປະຊາຊົນລາວຜູ້ທີ່ປະສົບເຄາະຮ້າຍຢູ່ ແຂວງອຸດົມໄຊ.

No comments:

Post a Comment