Ad

Ad

15 November 2013

ສິລະປະບັນດາເຜ່ົາທົ່ວປະເທດຄັ້ງທີ V ສະແດງຮັບໃຊ້ມວນຊົນຄືນທຳອິດຢູ່ບຸນທາດຫລວງ



    ງານມະໂຫລານສິລະປະພື້ນ ເມືອງບັນດາເຜົ່າທົ່ວປະເທດຄັ້ງທີ V ໄດ້ສະແດງ ຮັບໃຊ້ມວນຊົນ ເປັນຄືນທຳອິດໃນຄ່ຳວັນທີ 13 ພະຈິກນີ້ທີ່ເວທີກາງເດີ່ນໃນງານ ບຸນນະມັດສະການພະທາດຫຼວງ ໂດຍມີປະຊາຊົນລາວບັນດາເຜົ່າພ້ອມນັກທ່ອງ ທ່ຽວຕ່າງ ປະເທດ ເຂົ້າຊົມຢ່າງຫລວງຫລາຍ.
    ການສະແດງມີທັງໝົດ 20 ລາຍການ ຈາກ 5 ແຂວງ ແລະ ສິລະປະ, ສິລະປິນ ມືອາຊີບຈາກສູນກາງໂດຍແຕ່ລະແຂວງ ລ້ວນແຕ່ນຳເອົາສິລະປະທີ່ໂດດເດັ່ນ ແລະ ເປັນເອກະລັກຂອງຕົນ ມານຳສະເໜີ, ໄດ້ສ້າງຄວາມເພີດເພີນມ່ວນຊື່ນໃຫ້ມວນ ຊົນເປັນຢ່າງຍິ່ງເປັນຕົ້ນ : ການສະແດງຟ້ອນ  “ເຜົ່າອາລັກເຂັນຝ້າຍ”, ເສບດົນຕີພື້ນເມືອງຊົນ ເຜົ່າກຣຽງ, ຂັບລຳເຜົ່າກະຕູ ຈາກແຂວງເຊກອງ ແລະ ຕໍ່ດ້ວຍຂັບກະເລິງ “ຢອກໄຍບ່າວ ສາວ”, ຟ້ອນມ່ວນຊື່ນບຸນໄຂເລົ້າ ເຂົ້າຂອງຊົນເຜົ່າອາຄາ ແລະ ຟ້ອນບັ້ງໄມ້ໄຜ່ຈາກແຂວງອຸດົມໄຊ; ສຳລັບ ແຂວງຫົວພັນໄດ້ນຳສະເໜີລາຍການສະແດງສຽງຂຸ່ຍພື້ນເມືອງຂອງຊົນເຜົ່າໄທ ແດງ, ຂັບຊຳເໜືອເລື່ອງເຊີນທ່ຽວຫົວພັນ ແລະ
ຟ້ອນເກັບກູ້ຜົນລະປູກຂອງເຜົ່າກຶມມຸ; ແຂວງບໍລິຄຳ ໄຊມີ ຟ້ອນຊາວ ສວນມັນຕົ້ນມ່ວນຊື່ນ, ເສບດົນຕີພື້ນເມືອງ ຈັງຫວະ ດອກຈຳປາ-ກຸຫລາບ ປາກຊັນ ແລະ ຂັບເມີ້ຍ ສະເຫລີມ ສະຫລອງວັນ ສ້າງຕັ້ງກອງທັບ ຄົບຮອບ 65 ປີ, ແຂວງຫລວງພະ ບາງ ໄດ້ນຳເອົາລາຍການຂັບ ທຸ້ມຫລວງພະບາງ, ຟ້ອນສາວລື້ ພັດວີ ແລະ ດ່ຽວລະນາດເອກມາ ສະເໜີຕໍ່ຜູ້ຊົມ. ຂະນະທີ່ຢູ່ ຈໍພາບ LED ກໍໄດ້ສະແດງພາບສະ ຖານທີ່ທ່ອງທ່ຽວ ແລະ ການຜະລິດ ຕ່າງໆຂອງແຕ່ລະແຂວງອີກດ້ວຍ. ສຳລັບລາຍການ ສະແດງ ຮອບສຸດທ້າຍແມ່ນການສະແດງຟ້ອນບຸນເກຣີ ແລະ ຟ້ອນສາວ ໄໝຈາກສິລະປະກອນສູນກາງ, ສະແດງແອ່ນຄູ່ ແລະ ບ້ວງແອວຈາກກອງກາຍະສິນແຫ່ງຊາດ. ພິເສດແມ່ນລາຍການຮ້ອງເພງ ຄູ່ຍິງ-ຊາຍຈາກສິລະປິນທີ່ມີຊື່ ສຽງຂອງລາວຄື ທ້າວ ກິດາວ ເພັດ ໜູຫ່ວງ ແລະ ນາງ ພິ້ງ ລັດສະໝີໃນ 2 ບົດເພງ “ບ່າວແກ່ ແວ່ສາວນ້ອຍ” ແລະ ເພງ “ແກ້ ເມຍ” ສ້າງຄວາມ ເບີກບານມ່ວນຊື່ນ ແລະ ເຮັດໃຫ້ງານມີສີສັນຍິ່ງຂຶ້ນ.
     ການສະແດງໃນບຸນມະໂຫລານສິລະປະພື້ນເມືອງບັນດາເຜົ່າຄັ້ງທີ V ຍັງຈະສືບຕໍ່ໄປຈົນເຖິງມື້ສຸດທ້າຍຂອງບຸນພະທາດ ຫລວງຄືວັນອາທິດທີ 17 ພະຈິກນີ້ ໂດຍແຂວງທີ່ຍັງເຫລືອຈາກທັງໝົດ 17 ແຂວງທົ່ວປະເທດຈະສືບຕໍ່ຜັດປ່ຽນກັນຂຶ້ນເວທີ ກາງເດີ່ນພະທາດຫລວງ.

No comments:

Post a Comment