ໂດຍ : ວິເສດ ສະແຫວງສຶກສາ
ມື້ນີ້ ຈານແຍ່ມີຂ່າວດີມາບິ ແບ່ງກັບບັນດາເພື່ອນໆປະຈຳຄໍ
ລຳ ຄືເລື່ອງກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ມີແຜນຈັດສຳມະ ນາປາໄສເປັນໄລຍະລົງເລິກບັນ
ຫາການໃຊ້ພາສາລາວໃຫ້ຖືກ ຕ້ອງໃນສື່ສິ່ງພິມ ແລະ ສື່ເອເລັກ ໂຕຣນິກ. ທີ່ແຕກຕ່າງກັບການສຳ
ມະນາດ້ານວິຊາການໃນເມື່ອ ກ່ອນໆນັ້ນ ກໍຄືເທື່ອນີ້ຈະມີຜູ້ບັນລະຍາຍກ່ຽວ ກັບຄວາມຮູ້ພື້ນ
ຖານດ້ານພາສາ. ຈາກນັ້ນຈຶ່ງ ເປີດປະຊາທິປະໄຕແລກປ່ຽນຄຳ ຄິດເຫັນໃນແງ່ປະຕິບັດຕົວຈິງ. ນອກຈາກ
ຜູ້ເຂົ້າຮ່ວມລະດັບນັກ ປາດອາຈານ, ນັກຄົ້ນຄວ້າດ້ານ ພາສາລາວແລ້ວ ກໍຍັງມີຜູ້ປະຕິ ບັດຕົວຈິງ
ໝາຍເຖິງຜູ້ນຳໃຊ້ພາສາ ລາວໃນຂະແໜງສື່ທີ່ຕົນຮັບ ຜິດຊອບ ເຊັ່ນການພົບປະເທື່ອ ທຳອິດ ເຊິ່ງຈັດຂຶ້ນໃນວັນສຸກມື້ນີ້
ຢູ່ກະຊວງ ຖວທ (15/11/ 2013) ໄດ້ລົງເລິກສະເພາະການໃຊ້ພາສາລາວໃນລາຍການໂທລະພາບ.
ຕາມລາຍການ, ມີຜູ້ສະເໜີບົດລວມ 4 ທ່ານ. ຈາກ ນັ້ນຈຶ່ງມີການແລກປ່ຽນຄຳຄິດເຫັນປິ່ນອ້ອມສະເພາະພາສາລາວໃນລາຍການໂທລະພາບເທົ່ານັ້ນຫ້າມລາມໄປ
ໃສ່ບັນຫາພາ ສາລາວໃນຂົງເຂດອື່ນ ເຊັ່ນໃນສື່ສິ່ງພິມກໍຄືລາຍການວິທະຍຸຄືໄດ້ເວົ້າໃນເບື້ອງຕົ້ນ.
ນອກຈາກຜູ້ທີ່ມີປະສົບການດ້ານພາສາ ລາວແລ້ວ, ໃນກອງປະຊຸມປຶກສາຫາລືກໍຍັງມີການນຳຂອງຂະແໜງສື່,
ມີບັນນາທິການເຊັ່ນໃນມື້ນີ້ກໍມີຮອດໂຄສົກຫລືຜູ້ຈັດ ລາຍການໂທລະພາບເຂົ້າຮ່ວມນຳ. ເອີ້ນວ່າເປັນການພົບໜ້າຕໍ່ໜ້າ
ເວົ້າກັນໂດຍກົງ. ຈານແຍ່ວ່າເຮັດ ແບບນີ້ຈັ່ງແມ່ນຊາດຄັກ
ເພາະເປັນການພົບປະເພື່ອຊອກໃຫ້ເຫັນຊ່ອງທາງ
ຫລື ວິທີແກ້ໄຂບັນຫາໃນແງ່ປະຕິບັດໂຕຈິງ, ບໍ່ແມ່ນມາຝອຍທິດສະດີກັນ ແບບເຈົ້າ ທ້ວງຂ້ອຍຂ້ອຍທ້ວງເຈົ້າປານດື່ມເຫລົ້າຮອດຈອກທີ
9 ກໍເລີຍມີ ແຕ່ຜູ້ເວົ້າ, ແຕ່ບໍ່ມີຜູ້ຟັງ-ບໍ່ມີຜູ້ເຮັດເຮັດໃຫ້ການ “ພົບປະ” ບໍ່ເປັນການພົບແລ້ວປະສົມຊື່.
ຂ່າວດີທີ່ວ່ານັ້ນຍັງໃຫ້ຮູ້ຕື່ມວ່າ: ທາງກະຊວງຈະຈັດບັ້ນພົບປະແລກປ່ຽນລັກສະນະ ນີ້ເປັນຊຸດໆໄປ
ເຊັ່ນມື້ນີ້ ເວົ້າເລື່ອງການໃຊ້ພາສາລາວໃນ ລາຍການໂທລະພາບ, ເທື່ອໜ້າ ຈະຫັນໄປຂົງເຂດລາຍການວິທະ
ຍຸ, ເທື່ອໃນໄປເລື່ອງພາສາລາວໃນສື່ສິ່ງພິມ, ເທື່ອຕໍ່ໄປອາດເລິກເຂົ້າຮອດພາສາລາວທີ່ໃຊ້ໃນວົງການສິນ
ແລະ ຂະແໜງການ ຕ່າງໆຈຳແນກກັນຢ່າງລະອຽດວ່າອັນໃດແມ່ນພາສາເວົ້າອັນໃດແມ່ນພາສາຂຽນ ແລະ ອື່ນໆ.
ຈານແຍ່ພ້ອມກັບຂໍ້ສະເໜີທີ່ວ່າ: ການປັບປຸງແກ້ໄຂພາສາລາວນັ້ນຕ້ອງໄດ້ອາໄສບຸກຄົນກໍຄືນັກຄົ້ນຄວ້າໃນແຕ່ລະຂະແໜງການກ່ຽວຂ້ອງເຊັ່ນພາສາທີ່ໃຊ້ໃນ
ກອງປະຊຸມສະພາແຫ່ງຊາດ, ພາສາກົດໝາຍກໍຕ້ອງອາໄສຄົນຢູ່ສະພາແຫ່ງຊາດ ແລະ ອົງການຕຸລາການອອກໜ້າພາທາງ,
ພາ ສາລາວໃນຂະແໜງເສດຖະກິດ, ສາທາລະນະສຸກ, ພະລັງງານ, ຕຳຫລວດ, ທະຫານກໍຕ້ອງອາໄສພາກສ່ວນດັ່ງກ່າວເປັນເຈົ້າ
ການກຳນົດ ແລະ ສັງລວມຈະໃຫ້ພາກສ່ວນອື່ນເຮັດແທນຄົງຈະບໍ່ລະອຽດ ແລະ ແນບນຽນຊ້ຳ.
ຈານແຍ່ເອງຍໍມືສຸດສອກຂໍໃຫ້ແຜນທີ່ວ່ານີ້ເກີດດອກອອກຜົນເທາະເພາະຜ່ານມານັ້ນ,
ພວກເຮົາມີ “ຊ່າງປາກ” ຫລາຍ ໂພດຈົນເກືອບຂ້າຖິ້ມກໍຊິບໍ່ໝົດ, ສ່ວນ “ຊ່າງມື” ທີ່ເຮັດຕົວຈິງນັ້ນຍັງຊອກຍາກປານຊອກຢືມຫວີນຳຄູບານັ້ນແລ.
No comments:
Post a Comment