ໃນວັນທີ 5 ພະຈິກຜ່ານມາ, ສານປະຊາຊົນນະຄອນຫລວງວຽງຈັນ
ໄດ້ຕັດ ສີນລົງໂທດທ້າວ ສອນດາລົງ (ໝື້) ອາຍຸ 47 ປີ ຢູ່ບ້ານສ້າງເຫວີຍ ເມືອງສີສັດຕະ ນາກນະຄອນຫລວງວຽງຈັນຈຳ
ຄຸກເປັນເວລາ 11 ປີ ພ້ອມປັບໃໝ ເງິນຈຳນວນ 100 ລ້ານກີບ, ພາຍຫລັງຜູ້ກ່ຽວໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າໃຫ້ກັບ ຊາວໜຸ່ມໃນເຂດເມືອງສີສັດຕະນາກມາ ເປັນເວລາດົນ, ອັນເປັນສາເຫດຕົ້ນຕໍກໍ່ ໃຫ້ເກີດຄວາມບໍ່ສະຫງົບ
ແລະ ບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມຊຶ່ງ ຖືກເຈົ້າ ໜ້າທີ່ຈັບຕົວໄດ້ເມື່ອທ້າຍເດືອນເມສາ
2013 ພ້ອມຂອງກາງຢາບ້າຈຳນວນ 8 ຖົງ.
ເຈົ້າໜ້າທີ່ໃຫ້ຮູ້ຕຶ່ມວ່າ: ເມື່ອບໍ່ດົນມານີ້,
ໄດ້ກັກຕົວຜູ້ມົ້ວສູມ ແລະ ຄ້າ ຂາຍຢາເສບຕິດຈຳນວນໜຶ່ງຄື:ໃນວັນທີ 12 ພະ ຈິກໄດ້ກັກຕົວເປົ້າໝາຍຢາເສບຕິດ
ຄື:ທ້າວ ຄຳຫລ້າ ອາຍຸ 20 ປີ ຢູ່ບ້ານຄຳຮຸ່ງ ເມືອງ ໄຊທານີ ແລະ ທ້າວ ສົມສະຫວັນ ອາຍຸ 18
ປີ ຢູ່ບ້ານ ຕານມີໄຊ ເມືອງ ໄຊທານີ ນະຄອນຫລວງວຽງຈັນ ແລະ ໃນ ວັນທີ 13 ພະຈິກ ໄດ້ກັກຕົວທ້າວ
ກົງເພັດ ອາຍຸ 22 ປີ, ທ້າວ ພອນ ໄຊ ອາຍຸ 26 ປີ ແລະ ນາງ ບົວສະ ຫວັນ ອາຍຸ 32 ປີ ໂດຍທັງສາມ
ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດ ຕະບອງນະຄອນຫລວງວຽງຈັນ ພ້ອມຂອງກາງຢາບ້າຈຳນວນຫລາຍ.

No comments:
Post a Comment