ນັບແຕ່ເລີ່ມຄົບງັນ ແລະ ຂາຍສິນຄ້າໃນງານບຸນນະມັດສະການພະທາດຫຼວງ ປະຈຳປີ
2013, ແຕ່ວັນທີ 11 ເປັນຕົ້ນ ມາ, ບັນດາມວນຊົນພາຍໃນ
ແລະ ນັກທ່ອງ ທ່ຽວກໍໄດ້ເຂົ້າທ່ຽວຊົມງານບຸນເປັນຈຳນວນຫຼາຍ, ດ້ວຍບັນຍາກາດອັນເບີກບານ ມ່ວນຊື່ນ,
ຕາມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ທີ່ສືບ ທອດກັນມາເປັນເວລາຫຼາຍເຊັ່ນຄົນ,
ຄຽງຄູ່ກັນນັ້ນເຫັນວ່າຍັງມີບາງສິ່ງທີ່ໜ້າ ເປັນຫ່ວງໂດຍສະເພາະແມ່ນບັນຫາຂີ້ເຫຍື້ອທີ່ຖືກປະຖິ້ມຊະຊາຍຢູ່ບໍລິເວນ ທີ່ມີການຈັດຫ້າງຮ້ານວາງສະແດງ ແລະ ຂາຍສິນຄ້າຕ່າງໆ, ຍັງຂາດການເອົາໃຈໃສ່ໃນການຮັກສາອະນາໄມ, ໂດຍປະປອຍ ໃຫ້ເສດຂີ້ເຫຍື້ອ ແລະ ເສດອາຫານຖືກປະຖິ້ມໄວ້ທົ່ວບໍລິເວນ.
ບໍ່ສະເພາະແຕ່ງານຕະຫຼາດນັດງານບຸນນະມັດສະການພະທາດຫຼວງເທົ່ານັ້ນ,
ບຸນປະເພນີອື່ນໆ, ກໍເຊັ່ນດຽວກັນ, ເຖິງວ່າ ກ່ອນເລີ່ມງານບຸນໄດ້ມີບໍລິສັດທີ່ມີຊື່ສຽງເປັນຜູ້ຮັບສຳປະທານໃນການຈັດສັນ,
ທີ່ດິນໃຫ້ຜູ້ປະກອບການຕັ້ງຮ້ານວາງສະແດງ ແລະ
ຂາຍສິນຄ້າ, ພ້ອມທັງມີການຈັດກິດຈະກຳຕ່າງໆເພື່ອຫາລາຍໄດ້, ໂດຍຜູ້ຮັບເໝົ່າຈະເປັນຜູ້ຮັບຜິດຊອບບໍລິການຄົບວົງ
ຈອນ, ນັບແຕ່ການ ບໍລິການຝາກລົດ, ບໍລິການຫ້ອງນ້ຳ, ບໍລິການແສງສະຫວ່າງ, ລວມໄປເຖິງການຮັກສາອະນາໄມທົວບໍລິ
ເວນຕະຫຼາດນັດໃນງານບຸນ, ແຕ່ເມື່ອຕົກມາຮອດມື້ຄົບງັນເຫັນວ່າພາກສ່ວນກ່ຽວຂ້ອງຍັງຖືເບົາ,
ປ່ອຍປະການຮັກສາອະນາ ໄມຕາມເດີນຕະຫຼາດນັດ, ເຮັດໃຫ້ເດີນດັ່ງກ່າວເປິະເປື້ອນ, ຮົກເຮື້ອ,
ເບິ່ງແລ້ວບໍ່ງາມຕາ, ຈົນເກີດມີສຽງຈົ່ມວ່າຈາກຜູ້ເຂົ້າ ທ່ຽວຊົມງານຢ່າງກວ້າງຂວາງ, ດັ່ງນັ້ນ,
ຈຶ່ງສະເໜີໃຫ້ພາກສ່ວນຮັບຜິດຊອບເອົາໃຈໃສ່ຮັກສາອະນາໄມເດີນຕະຫຼາດນັດຫຼັງ ຈາກປິດງານບຸນຂອງທຸກໆຄືນ
ຫຼື ຕອນເຊົ້າ, ເພື່ອບໍ່ໃຫ້ມີສິ່ງເປິະເປື້ອນໃນມື້ຕໍ່ມາດັ່ງທີ່ເປັນຢູ່ໃນ ປັດຈຸບັນ,ພ້ອມນັ້ນພາກສ່ວນ
ຮັບຜິດຊອບ ແລະ ບໍລິສັດຫ້າງຮ້ານທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າກໍຄວນເປັນເຈົ້າການຕື່ມໃນການຮັກສາອະ
ນາ ໄມ, ເພື່ອຮັດແນວໃຫ້ງານບຸນດັ່ງກ່າວມີຄວາມຈົບງາມ, ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາທ່ຽວຊົມ ແລະ ສາມາດດຶງດູດນັກ ທ່ອງທ່ຽວໃຫ້ເຂົ້າມາທ່ຽວນັບມື້ຫຼາຍຂຶ້ສົມກັບເປັນບຸນໃຫຍ່ຂອງປວງຊົນລາວທັງຊາດ.

No comments:
Post a Comment