ຄະນະກຳມະການກວດກາສິນຄ້າ ແລະ ບໍລິການຂອງບຸນພະ
ທາດຫລວງປີນີ້ ໄດ້ເອົາໃຈໃສ່ໃນການກວດກາດ້ານຄຸນນະພາບ ແລະ ລາຄາຂອງສິນຄ້າທີ່ມາວາງຈຳ
ໜ່າຍໃນບຸນດັ່ງກ່າວຢ່າງເຂັ້ມງວດ ເພື່ອສະກັດກັ້ນການສວຍໂອກາດນຳເອົາສິນ ຄ້າທີ່ເຊື່ອມຄຸນນະພາບມາຈຳໜ່າຍ
ແລະ ກຳນົດລາຄາຄ່າບໍ ລິການເກີນຂອບເຂດຂອງຊາວຄ້າ ຂາຍ ແລະ ຫ້າງຮ້ານຕ່າງໆ.
ທ່ານ ໜູໝັ້ນ ໂພທິສານ ຫົວ ໜ້າກອງເລຂາອະນຸກຳມະການກວດກາສິນຄ້າ
ແລະ ບໍລິການ ໃຫ້ສຳພາດວ່າ: ຄືດັ່ງການຈັດງານບຸນປະເພນີໃນທຸກໆປີຜ່ານມາ, ພະແນກອຸດສາຫະກຳ
ແລະ ການຄ້ານະ ຄອນຫລວງວຽງຈັນ ໄດ້ມີແຈ້ງການກ່ຽວກັບການກຳນົດລາຄາສິນຄ້າປະເພດອາຫານ,
ເຄື່ອງດື່ມ ແລະ ຄ່າບໍລິການຕ່າງໆໃຫ້ຢູ່ໃນເກນປົກກະຕິເໝາະສົມ, ແຕ່ຜ່ານມາກໍມີຜູ້ສວຍໂອ
ກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິ ການຕາມໃຈ ຈົນເກີດມີຫາງສຽງຈົມວ່າວິພາກວິຈານຈາກຜູ້ມາທ່ຽວງານເປັນຈຳນວນບໍ່ນ້ອຍ,
ດັ່ງນັ້ນ ເພື່ອສະກັດກັ້ນບັນຫາດັ່ງກ່າວໃຫ້ຈຳກັດລົງ ຄະນະກຳມະການຈັດງານໄດ້ແຈ້ງໃຫ້ທຸກ
ບໍລິສັດ,
ຫ້າງຮ້ານແລະຜູ້ປະກອບການທີ່ເຂົ້າຮ່ວມ ງານວາງສະແດງສິນຄ້າ ແລະ ບໍລິ ການຕ່າງໆ
ຕ້ອງໄດ້ແຈ້ງລາຄາສິນ ຄ້າ ແລະ ຄ່າບໍລິການຂອງຕົນໃຫ້ອະນຸກຳມະການຮັບຊາບ ແລະ
ໃຫ້ຕິດລາຄາທຸກປະເພດ ນັບທັງອາ ຫານ, ເຄື່ອງດື່ມ,ຄ່າບໍລິການໃຫ້ປະຊາຊົນໄດ້ຮັບຊາບ,ສ່ວນຄ່າບໍລິ
ການຝາກລົດໄດ້ກຳນົດ ຄືລົດໃຫຍ່ 15 ພັນກີບ, ລົດຕຸກໆຈຳໂບ້ 10 ພັນກີບ, ລົດຈັກ
5 ພັນກີບ ແລະ ລົດຖີບ 3 ພັນກີບ, ຖ້າພົບມີການລະເມີດຈະໄດ້ປັບໄໝແຕ່ 50 ພັນຫາ
1 ລ້ານກີບ ຕາມກໍລະນີໜັກເບົາ ແລະ ປະຊາຊົນພົບກໍລະນີມີການສວຍໂອກາດກຳ ນົດລາຄາທີ່ບໍ່ເໝາະສົມໃຫ້ແຈ້ງຫາອະນຸກຳມະການຕາມໝາຍເລກໂທ
ລະສັບ 030 5706945, 020 22215272, 020 22334429 ຫລື ເຂົ້າໄປແຈ້ງຫາເຈົ້າໜ້າທີ່ກ່ຽວຂ້ອງໂດຍກົງ
ຢູ່ຜາມກຳມະການພາຍໃນງານບຸນໄດ້ທັນທີ.

No comments:
Post a Comment