Ad

Ad

15 November 2013

ນາຍົກລັດຖະມົນຕີຍີ່ປຸ່ນຈະຢ້ຽມຢາມລາວຢ່າງເປັນທາງການໃນວັນທີ 17 ພະຈິກນີ້



       ໂດຍຕອບສະໜອງຕາມຄຳເຊີນຂອງພະນະທ່ານ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີ ແຫ່ງສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ພະນະ ທ່ານ ຊິນໂຊ ອາເບະ ນາຍົກລັດ ຖະມົນຕີແຫ່ງຍີ່ປຸ່ນພ້ອມດ້ວຍຄະນະຈະເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 17 ພະຈິກ 2013 ຢູ່ນະຄອນຫລວງວຽງ ຈັນ.
               ທ່ານ ຊິນໂຊ ອາເບະ ເກີດເມື່ອວັນທ 21 ກັນຍາ 1954 ທີ່ເມືອງນາກາໂຕະ ແຂວງຢາ ມາກຸຈິ, ຍີ່ປຸ່ນ (ກຳເນີດ ຈາກຄອບຄົວນັກການເມືອງ ຊຶ່ງມີປູ່ຊື່ ທ່ານ ຄັງ ອາເບະ ແລະ ພໍ່ ຊື່ ທ່ານ ຊິນ ຕະໂຣະ ອາເບະ).
       1977 ຮຽນຈົບການສຶກສາສາຂາວິທະຍາສາດການເມືອງ, ຄະນະລັດທະສາດ, ມະຫາວິທະຍາໄລ ເຊເກອິ ແລະ ສຶກສາ ຕໍ່ຢູ່ມະຫາວິທະຍໄລເຊົາເທິນ, ລັດ ລິຟໍເນຍ, ສ. ອາເມລິກາ.
       1979 ເຮັດວຽກຢູ່ບໍລິສັດ Kobe Steel Ltd.
    1982  ເປັນຜູ້ຊ່ວຍລັດຖະມົນ ຕີຕ່າງປະເທດ.
    1993 ຖືກເລືອກຕັ້ງເປັນສະມາ ຊິກສະພາຜູ້ແທນຣາດຊະດອນ.
     1999 ຫົວໜ້າຄະນະກຳມາທິ ການດ້ານສາທາລະນະສຸກ ແລະ ສະຫວັດດີການຂອງສະພາຜູ້ ແທນຣາຊະດອນ.
     2000  ຮອງຫົວໜ້າຫ້ອງ ວ່າ ການລັດຖະບານຜູ້ທີສອງ.

    2001 ຮອງຫົວໜ້າຫ້ອງວ່າ ການລັດຖະບານ, ຮັບຜິດຊອບ ວຽກງານຈັດຕັ້ງ ແລະ ພະນັກ ງານ.
    2002  ຮອງຫົວໜ້າຫ້ອງວ່າ ການລັດຖະບານຜູ້ທີໜຶ່ງ(ສະໄໝ ລັດຖະບານຂອງທ່ານ ໂກອິຊຸມິ).
   2003  ຫົວໜ້າພັກເສລີປະຊາ ທິປະໄຕ.
    2004 ວ່າການຫົວໜ້າພັກເສລີ ປະຊາທິປະໄຕ, ປະທານສຳນັກ ງານສົ່ງເສີມການປະຕິຮູບ, ພັກ ເສລີປະຊາທິປະໄຕ.
    2005  ຫົວໜ້າຫ້ອງວ່າການ ລັດຖະບານ(ສະໄໝລັດຖະບານ ຂອງທ່ານ ໂກອິຊຸມິ).
   2006 ຖືກແຕ່ງຕັ້ງໃຫ້ດຳລົງ ຕຳແໜ່ງເປັນນາຍົກລັດຖະມົນຕີ ຍີ່ປຸ່ນ ຜູ້ທີ 90.
    ເດືອນກັນຍາ 2012 ຫົວໜ້າພັກ ເສລີປະຊາທິປະໄຕ.
  ເດືອນທັນວາ 2012 ຖືກແຕ່ງຕັ້ງ ໃຫ້ເປັນນາຍົກລັດຖະມົນຕີຍີ່ປຸ່ນ ຜູ້ທີ 96.

No comments:

Post a Comment