ການພົບປະລະຫວ່າງຄະນະນຳສຳນັກຂ່າວສານປະເທດລາວ
ແລະ ຫວຽດ ນາມ ໄດ້ມີຂຶ້ນມນຕອນບ່າຍວັນທີ 14 ພະຈິກ 2013 ນີ້ ຢູ່ໂຮງແຮມຊາລານາ ບູຕິກ ໃນນະຄອນຫລວງວຽງຈັນ,
ຝ່າຍລາວນຳໂດຍທ່ານ ສູນທອນ ຄັນທະວົງ ຜູ້ອຳ ນວຍ ການໃຫຍ່ສຳນັກຂ່າວສານປະເທດລາວ (KPL) ແລະ
ຝ່າຍຫວຽດນາມ ນຳໂດຍ ທ່ານ ຫງວຽນ ດຶກ ເລີ້ຍ ຜູ້ອຳນວຍການ ໃຫຍ່ສຳນັກຂ່າວສານຫວຽດນາມ
(TTXVN) ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຍກຢູ່ລາວ ລະຫວ່າງ ວັນທີ 14-19 ພະຈິກນີ້ ເພື່ອທົບທວນການປະຕິບັດແຜນຮ່ວມມືດ້ານວິຊາການລະຫວ່າງສອງສຳນັກ
ໃນປີ 2013 ແລະ ປຶກສາຫາລືບັນ ຫາຕ່າງໆດ້ານວິຊາການ ເພື່ອເພີ່ມທະວີການຮ່ວມມືສອງຝ່າຍສຳລັບປີ
2014 ບົນຈິດໃຈອະນຸສັນ ຍາຄວາມ ຮ່ວມມືດ້ານວິຊາ ການໃນໄລຍະ 2011- 2015. ສອງຝ່າຍມີຄວາມພູມໃຈທີ່ເຫັນວ່າການຮ່ວມມືດັ່ງກ່າວລະຫວ່າງສອງສຳນັກ
ໄດ້ສືບຕໍ່ຜັນຂະ ຫຍາຍຢ່າງມີປະສິດທິຜົນ ແລະ ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ. ພິເສດແມ່ນການ ແລກປ່ຽນຂໍ້ມູນຂ່າວ ສານຕ່າງໆນຳກັນນັບທັງພາຍໃນ, ພາກພື້ນ ແລະ ໃນໂລກໄດ້ຢ່າງວ່ອງໄວທັນເຫດການ
ແລະ ມີຄວາມຫລາກຫລາຍ.
ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ເປັນເອກະພາບກັນເພີ່ມທະວີການຮ່ວມມືດ້ານວິຊາການໃນປີ
2014 ໂດຍແນໃສ່ ສືບຕໍ່ຍົກສູງຄຸນນະພາບກ່ຽວກັບຂໍ້ມູນຂ່າວສານ (ຂ່າວ, ຮູບພາບ) ທ່ີໄດ້ແລກປ່ຽນກັນປະຈຳວັນ;
ພ້ອມກັນເປັນເຈົ້າການສຸມ ໃສ່ໂຄສະນາໃຫ້ແກ່ການເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບພິເສດ ແລະ
ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ນັບມື້ໜັກແໜ້ນຍິ່ງຂຶ້ນ, ໂຄສະນາປຸກລະດົມການພັດທະນາເສດຖະກິດ-ສັງຄົມ
ຂອງສອງປະເທດ ແລະ ພາຍໃນຂົງເຂດເພື່ອກຽມຄວາມພ້ອມກ້າວສູ່ການລວມຕົວເປັນປະຊາຄົມອາຊຽນໃນປີ
2015; ໄດ້ເປັນເອກະພາບໃນການ ເຊື່ອມຕໍ່ລະຫວ່າງໜັງສືພິມເອເລັກໂຕຣນິກ ຂອງຂ່າວສານປະເທດລາວ
(http://www.kpl.net.la) ແລະ ໜັງສືພິມເອ ເລັກໂຕຣນິກ VietnamPlus ຂອງຂ່າວສານຫວຽດນາມ
(http://www. vietnamplus.vn); ຂ່າວສານປະເທດລາວ ເຫັນພ້ອມທ່ີຈະໃຫ້ການຊ່ວຍເຫລືອຂ່າວສານຫວຽດນາມ
ເອົາຊ່ອງໂທລະພາບ Vnews ເຂົ້າ ສູ່ລະບົບເຄເບິ້ນຂອງລາວ ແລະ ຝ່າຍຫວຽດນາມກໍຈະຊ່ວຍເຫລືອຂ່າວສານປະເທດລາວຍົກລະດັບພື້ນຖານໂຄງລ່າງທາງດ້ານເຕັກນິກໃນຄວາມສາ
ມາດຂອງຕົນ; ຊ່ວຍຝຶກອົບຮົມຍົກລະດັບຄວາມຮູ້ດ້ານວິຊາການຂ່າວ ແລະ ເຕັກນິກ ໃຫ້ພະນັກງານຂ່າວສານປະເທດລາວ
ແລະ ພ້ອມຈະສົ່ງຊ່ຽວຊານມາລາວ ເພື່ອຈັດຕັ້ງການຝຶກອົບຮົມໄລຍະສັ້ນໃຫ້ແກ່ຖັນແຖວນັກຂ່າວ,
ບັນນາທິການ ແລະ ຖ່າຍທຳວີດີໂອຂອງຂ່າວສານປະເທດລາວ; ພ້ອມນັ້ນ ຄະນະນຳຂອງສອງສຳນັກຍັງໄດ້ເຫັນດີເປັນເອກະພາບກັນ
ເພີ່ມທະວີ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການຍົກລະດັບພາສາລາວ ແລະ ພາສາຫວຽດນາມ ໂດຍຈະໄດ້ສະເໜີຂໍທຶນການສຶກສາ
ຂັ້ນມະຫາວິທະຍາໄລຢູ່ລາວ ແລະ ຫວຽດນາມ ໃຫ້ພະນັກງານຂອງຕົນຕາມຄວາມເໝາະສົມ.
ໃນໂອກາດນີ້, ທ່ານ ສູນທອນ ຄັນທະວົງ ຜູ້ອຳນວຍການໃຫຍ່ຂ່າວສານປະເທດລາວ
ກໍໄດ້ສະແດງຄວາມຍິນດີຕໍ່ຜົນ ງານທີ່ສຳນັກຂ່າວສານຫວຽກນາມ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຫວັງວ່າຈະສືບຕໍ່ມີບາດກ້າວຂະຫຍາຍຕົວໃໝ່ໃນ
ອະນາຄົດ. ພ້ອມທັງສະແດງຄວາມຂອບໃຈທີ່ຂ່າວສານຫວຽດນາມ ໄດ້ຊ່ວຍຝຶກອົບຮົມ ແລະ ແລກປ່ຽນບົດ
ຮຽນດ້ານວິຊາ ສະເພາະໃຫ້ແກ່ນັກຂ່າວ ແລະ ບັນນາທິການຂ່າວສານປະເທດລາວ ຈຳນວນ 6 ຄົນ ເປັນເວລາ
1 ອາທິດ (8-14 ກໍລະກົດ 2013) ແລະ ຫ້ອງການຜູ້ຕາງໜ້າສຳນັກຂ່າວສານຫວຽດນາມປະຈຳນະຄອນຫລວງວຽງຈັນ
ກໍໄດ້ໃຫ້ການຊ່ວຍເຫລືອເຝິກ ອົບຮົມຖ່າຍທຳວີດີໂອໃຫ້ແກ່ນັກຂ່າວຂອງສຳນັກຂ່າວສານປະເທດລາວຈຳນວນ
4 ຄົນໄດ້ສຳເລັດຜົນ.
ທ່ານ ຫງວຽນ ດຶກ ເລີ້ຍ ຜູ້ອຳນວຍການໃຫ່ຍສຳນັກຂ່າວສານຫວຽດນາມກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະນຳ
ສຳນັກຂ່າວສານປະເທດລາວ, ໂດຍຜ່ານຜູ້ຕາງໜ້າການທູດຂອງລາວປະຈຳສະຫະພັນຣັດເຊຍ ທີ່ໄດ້ໃຫ້ການສະໜັບສະ
ໜູນຂ່າວສານຫວຽດນາມ ໃນການສະໝັກເຂົ້າເປັນຄະນະຜູ້ບໍລິຫານງານອົງການຈັດຕັ້ງສຳນັກຂ່າວສານພາກພື້ນອາຊີ-ປາຊີ
ຟິກ (OANA) ໃນກອງປະຊຸມສະມັດຊາໃຫຍ່ OANA ຄັ້ງທີ 15 ເຊິ່ງ ໄດ້ຈັດຂຶ້ນຢູ່ນະຄອນຫລວງມົດສະກູ
ເມື່ອເດືອນ ກັນຍາ 2013 ແລະ ແຈ້ງໃຫ້ຮູ້ວ່າຂ່າວສານຫວຽດນາມ ໄດ້ຖືກເລືອກໃຫ້ເປັນກຳມະການຄະນະບໍລິຫານງານຂອງ
OANA. ພ້ອມທັງສະແດງຄວາມຂອບໃຈ ຕໍ່ສຳນັກຂ່າວສານປະເທດລາວທີ່ດ້ອຳນວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫລືອນັກ
ຂ່າວຂອງສຳນັກຂ່າວສານຫວຽດນາມປະຈຳຢູ່ ນະຄອນຫລວງວຽງຈັນ ເຮັດສຳເລັດໜ້າທີ່ໄດ້ຖືກມອບໝາຍເປັນຢ່າງດີ.
ໃນໂອກາດນີ້ ສຳນັກຂ່າວສານຫວຽດນາມ ໄດ້ມອບຄອມພິວເຕີໂນດບູກ
ຈຳນວນ 5 ໜ່ວຍ, ກ້ອງຖ່າຍຮູບ 1 ໜ່ວຍ, ຈັກສະແກນເນີ
1 ເຄື່ອງ ເພື່ອເປັນຂອງຂວັນໃຫ້ສຳນັກຂ່າວສານປະເທດລາວນຳອີກ.
ໃນໄລຍະດຳເນີນການຢ້ຽມຢາມ ສປປ.ລາວ ເປັນເວລາ
6 ວັນນັ້ນ ຄະນະຜູ້ແທນສຳນັກຂ່າວສານຫວຽດນາມ ຈະ ໄດ້ເຂົ້າຢ້ຽມຂ່ຳນັບຜູ້ນຳຂັ້ນສູງຂອງລາວ,
ຈະໄດ້ຢ້ຽມຢາມ ແລະ ທ່ຽວຊົມບຸນນະມັດສະການພະທາດຫລວງວຽງຈັນ ແລະ ສະຖານທີ່ທ່ອງທ່ຽວທີ່ສຳຄັນອື່ນໆຈຳນວນໜຶ່ງຢູ່ນະຄອນຫລວງວຽງຈັນ
ແລະ ແຂວງວຽງຈັນ ນຳອີກ.

No comments:
Post a Comment