Ad

Ad

15 November 2013

ຈັດສຳມະນາແກ້ໄຂການນຳໃຊ້ຮຸນແຮງຕໍ່ແມ່ຍິງ



        ຜູ້ຕາງໜ້າ​ຈາກ​ພາກສ່ວນ​ຕ່າງໆ​ອ້ອມ​ຂ້າງ​ກະຊວງຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ (ຖວທ), ໄດ້ເຂົ້າ​ຮ່ວມສຳ​ມະ​ນາ​ການ​ປ້ອງ​ກັນ ​ແລະ ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ໃນ​ໂລກ, ພາກພື້ນ ​ແລະ  ສປປ ລາວ ເຊິ່ງ​ຈັດ​ໂດຍຄະນະ​ກຳ​ມະ​ການ​ເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ ກະຊວງ​(ຖວທ)ໃນ​ວັນ​ທີ 14-15 ພະຈິກນີ້, ທີ່​ທ່າ​ລາດ,​ ເມືອງ​ແກ້ວ​ອຸດົມ,​ແຂວງ​ວຽງ​ຈັນ ​ເພື່ອ​ສ້າງ​ຄວາມ​ຮັບ ຮູ້ເຂົ້າ​ໃຈ​ບັນຫາສະພາບ​ຄວາມ​ສ່ຽງ, ວິທີ​ການ​ປ້ອງ​ກັນ ​ແລະ ​ແກ້​ໄຂ​ກ່ຽວ​ກັບ​ການ​ຢຸດຕິ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ທຸກ​ຮູບ​ແບບ​ໃນ​ຄອບຄົວ, ສັງຄົມ, ໃນ​ພາກພື້ນ, ສາກົນ ​ແລະ ​ໃນ ​ສປປ ລາ​ວ. ພ້ອມ​ນີ້ ຍັງ​ເປັນ​ການ​ປູກ​ຈິດ​ສຳນຶກ ​ແລະ ສ້າງ​ຈິນຕະນາການ​ໃໝ່​ທີ່​ຖືກຕ້ອງ ​ແລະ ທຳ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ຂອງ​ພັກ ແລະ ລັດ ​ໃນ​ການ​ລົບ​ລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ໃນ​ອະນາຄົດ.

             ການ​ສຳ​ມະ​ນາຄັ້ງນີ້,ຈັດ​ຂຶ້ນ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສະຫວັນ​ຄອນ ຣາຊມຸນຕີ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ໂດຍທ່ານ​ໄດ້​ກ່າວ​ບາງ​ຕອນ​ວ່າ​: ບັນຫາ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ເປັນ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ທຸກ​ແຫ່ງ​ຫົນຂອງ​ສັງຄົມ​ມະນຸດທີ່​ສືບ​ເນື່ອງ​ກັນ​ມາ​ຫລາຍ​ສະຕະວັດ ​ແລະ ຫລາຍ​ເຊັ່ນ​ຄົນ​ມາ​ແລ້ວ ຊຶ່ງ​ບໍ່​ເລືອກ​ສະຖານ​ທີ່ ຫລື ​ເວລາ ​ແລະ ສາມາດ​ເກີດ​ຂຶ້ນກັບ​ທຸກ​ຊັ້ນຄົນ ​ແລະ ນັບ​ມື້ທະວີຄູນ​ຂຶ້ນ​ໃນ​ລະດັບ​ໂລກ ​ແລະ ພາກພື້ນ. ຈາກ​ຂໍ້​ມູນ​ໃນ​ທົ່ວ​ໂລກ​ໄດ້​ຊີ້​ໃຫ້​ເຫັນ​ວ່າ:ຍັງ​ມີ​ແມ່ຍິງ​ຈຳນວນ​ຫລວງ​ຫລາຍ​ໃນ​ທົ່ວ​ໂລກ ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ຄວາມ​ຮຸນ​ແຮງ​ທາງ​ຮ່າງກາຍ,ອາລົມ ​ແລະ ຄວາມ​ຮຸນ​ແຮງ​ຫລາຍ​ຮູບ​ແບບ ​ແລະ ຜົນ​ສະທ້ອນ​ຕ່າງໆ​ທີ່​ຕາມ​ມາ, ຄວາມ​ຮຸນ​ແຮງ​ດັ່ງກ່າວ​ຖື​ເປັນ ຄວາມ​ຮຸນ​ແຮງ​ບົນ​ພື້ນຖານ​ທາງ​ເພດຂອງ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ຍິງ-ຊາຍ ​ແລະ ​ເປັນການລະ​ເມີດ​ສິດທິ​ມະນຸດຊຶ່ງ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຕໍ່ແມ່ຍິງ, ​ເດັກນ້ອຍ ​ແລະ ສັງຄົມ.
           ທ່ານລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ໃຫ້​ຮູ້​ອີກ​ວ່າ: ປັດຈຸ​ບັນ ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງເປັນ​ບັນຫາ​ຂອງ​ທຸກ​ຝ່າຍ​ໃນ​​ທົ່ວ​ໂລກກຳລັງ​ໃຫ້​ຄວາມ​ສຳຄັນ ​ແລະ ​ເອົາ​ໃຈ​ໃສ່​ແກ້​ໄຂເພື່ອ​ຢຸດຕິ​ບັນຫາ​ດັ່ງກ່າວ ​ເປັນ​​ບັນຫາ​ທີ່ຖືກ​ຍົກ​ຂຶ້ນມາ​ເປັນ​ປະ​ເດັນ​ໃນ​ຫລາຍ​ກອງ​ປະຊຸມ​ໃນ​ລະດັບ​ພາກພື້ນ ​ແລະ ສາກົນແນ​ໃສ່​ເຮັດ​ໃຫ້​ສັງຄົມ​ຫັນ​ມາ​ເອົາ​ໃຈ​ໃສ່ ​ແລະ ຮ່ວມ​ກັນ​ແກ້​ໄຂ​ໃຫ້​ຫລຸດຜ່ອນ​ລົງ.
          ໃນ​ການ​ສຳ​ມະ​ນາ​ໃນ​ຄັ້ງ ນີ້,ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນ​ຮັບ​ຟັງ​ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ຕໍ່​ບັນຫາ​ດັ່ງກ່າວກໍ​ຄື​ແນວ​ທາງ​ນະ​ໂຍບາຍ​ຂອງ​ພັກ​ບລັດ ຕໍ່​ການຈັດ ຕັ້ງປະຕິບັດ​ສົນທິສັນຍາ​ຊີ​ດໍ​ສາກົນ ​ໃນ ສປປ ລາວ, ການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ​ໂດຍ​ສະ​ເພາະ​ເປົ້າ​ໝາຍ​ທີ 3 ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບລະ ຫວ່າງ​ຍິງ-ຊາຍ,ການ​ບັນລຸ​ສິ່ງ​ທ້າ​ທາຍ ​ແລະ ຄວາມ​ສ່ຽງ​ທີ່​ຕິດພັນກັບການ​ສ້າງ​ຄວາມ​ກຽມພ້ອມ​ໃຫ້​ແກ່​ແມ່ຍິງ ​ແລະ ​ເດັກ​ຍິງ​ໃນ​ການ​ເຊື່ອມ​ໂຍງ​ພາກພື້ນ ​​​ແລະ ອື່ນໆ.

No comments:

Post a Comment