Ad

Ad

18 November 2013

ນຳສະເຫນີປະຕິທິນເບຍລາວປີ 2014


    ບໍລິສັດ​ເບຍ​ລາວ​ໄດ້​ຈັດ​ພິທີ​ຖະ​ແຫລ​ງຂ່າວນຳສະເໜີ​ປະຕິທິນ​ເບຍ​ລາວ​ປະຈຳ​ປີ 2014​ ຂຶ້ນ ໃນ ຕອນ​ແລງ​ວັນ​ທີ 14 ພະ​ຈິກນີ້, ຢູ່​ສວນ​ອາຫານນ້ຳພຸ, ເມືອງ​ຈັນທະ​ບູລີ, ນະຄອນຫລວງ​ວຽງ​ຈັນ  ໂດຍການ​​ເຂົ້າ​ຮ່ວມຂອງ​ທ່ານ​ ຄຳ​ສອນ ​ແພງຣັດຕະ ນະ​ວົງ​ ຜູ້​ຊ່ວຍ​ອຳນວຍ​ການ, ຫົວໜ້າຝ່າຍ​ຂາຍບໍ​ລີ​ສັດ​ເບຍ​ລາວ, ມີ​ທ່ານ​ ບົວລະ​ພັນ ທັນ​ພິລົມ​ ຮອງປະ ທານ​ສະມາຄົມ​ນັກ​ຂ່າວ​ແຫ່ງ​    ສປປ ​ລາວ ຫົວໜ້າ​ບັນນາທິ ການ​ໃຫຍ່ໜັງສືພິມ​ປະຊາຊົນ, ມີ​ບັນດາ​ບັນນາທິການ​ໜັງສື​ພິມ, ວາລະສານ, ສື່​ມວນ​ຊົນ​ທຸກຂະ​ແໜງ​ ​ແລະ ພະນັກງານ​ບໍລິສັດ​ເບຍ​ລາວ​ເຂົ້າຮ່ວມຢ່າງຫລວງຫລາຍ.
    ທ່ານ​ ຄຳ​ສອນ ​ແພງຣັດຕະນະ​ວົງ ​ກ່າວ​ວ່າ: ບໍລິສັດ ​ເບຍ​ລາວ​ ຈຳກັດ ​ໄດ້​ເຕີບ​ໃຫຍ່​ຂະ​ຫຍາ​ຍ ຕົວ ​ແລະ ກ້າວໜ້າ​ຢ່າງ​ຕໍ່​ເນື່ອງ​ຕະຫລອດ​ໄລຍະ 40 ປີ​ດ້ວຍ​ຜົນ ສຳ​ເລັດ​ຢ່າງພູມ​ໃຈ ​ແລະ ​ໄດ້​​ຂະ ຫຍາຍ​ການ​ຜະລິດ​ເບຍ, ນ້ຳ​ດື່ມ, ນ້ຳຫວານ ​ແລະ ​ເຄື່ອງ​ດື່ມ​​ເສີມ ພະລັງງານ ​ເພື່ອ​ຕອບ​ສະໜອງ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ລູກ​ຄ້າຜູ້​ບໍລິ​ໂພ​ກ ​ເພື່ອ​ບັນລຸ​ເປົ້າ​​ແຜນການ ​ແລະ ​ເປົ້າ​ໝາຍທາງ​ທຸລະ​ກິດ​ອັນ​ຍິ່ງ​ໃຫຍ່​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ບໍ ລິສັດ​ເບຍ​ລາວ​ຈຳກັດ​ຈະ​ກ້າວ​ໄປ​ຢ່າງ​ໜັກ​ແໜ້ນ​ບົນ​ພື້ນຖານ​ກວ່າ 40 ປີ​ທີ່​ເບຍ​ລາວ​ໄດ້​ຮັບ​ການ​ຍອມຮັບ​ເປັນ​ໜຶ່ງ​ໃນ​ເບຍ​ທີ່​ດີ​ທີ່​ສຸດ​ຂອງ​ໂລກ​ດ້ວຍລົດຊາດ​ທີ່​ເປັນ​ເອກະລັກ​ສະ​
ເພາະ ​ເຊິ່ງ​ເປັນຄວາມ​ພູມ​ໃຈ​ຂອງ​ຄົນ​ລາວ​ພວກ​ເຮົາ. ບໍລິສັດ​ເບຍ​ລາວ​ຈຳ ກັດ​ໄດ້​ຮ່ວມ​​ໃນ​ການ​ສະໜັບສະ ໜູນສົ່ງ​ເສີມ​ການ​ຮັກສາ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ​ເຮົາ​ຕະຫລອດ​ມາ ​ຖື​ເອົາ​ວາລະ​ອັນ​ສຳຄັນ​ນີ້​ເຊີດ​ຊູ​ຜົນງານ​ແຫ່ງ​ຄວາມ​ພາກພູມ​ໃຈ​ຂອງ​ຄວາ​ມ​ເປັນ​ລາວ​ຂອງ​ພວກ​ເຮົາ​ອີກ​ຄັ້ງ ໜຶ່ງ.
      ທ່ານ​ ຄຳ​ສອນ ​ແພງຣັດ ຕະນະ​ວົງ ​​ກ່າວ​ວ່າ:ປະຕິ​ທິນ​ເບຍ​ລາວ​ໃນ​ປີ2014​ ​ນີ້​ ​ມີ​ຫົວ​ຂໍ້​ວ່າ:     “ ສະ​ເໜ່​ເມືອງ​ລາວ” ​ເພາະ ວ່າ​ເມືອງ​ລາວ​ເປັນ​ດິນ​ແດນ​ທີ່​ແສນ​ຮັກ​ແພງ ​ແລະ ຫວງ​ແຫນ​ຂອງ​ຄົນ​ລາວ​ທັງ​ຊາດ, ມີ​ສິ​ລະ​ປະ ແລະ ວັດ​ທະນະ​ທຳ​ທີ່​ສືບ​ທອດ​ມາ ຍາ​ວນານ​ຫລາຍ​ຊົ່ວ​ອາຍຸ​ຄົນ, ຮັ່ງມີ​ໄປ​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ອັນ​ອຸດົມ ສົມ ບູນ, ທຸກ​ສິ່ງ​ມີ​ຊີວິດ​ ໄດ້​ຮັບ​ການ​ເກື້ອ​ໜູນ​ຈາກ​ຊັບ​​ໃນ​ດິນ​ສິນ​ໃນ​ນ້ຳ​ເປັນ​ມໍລະດົກ​ອັນ​ລ້ຳ​ຄ່າ​ເຊິ່ງ​ຫວ່າງ​ບໍ່​ດົນ​ມາ​ນີ້ປະ​ເທດ​ລາວ​ກໍ​ໄດ້​ຖືກ​ຍົກ​ຍ້ອງ​ໃຫ້​ເປັນແຫ​ລ່ງ​ແຫ່ງ​ຈຸດ​ປາຍທາງ​ສຳລັບ​ນັກ​ທ່ອງ​ທ່ຽວ​ຈາກ​ທົ່ວ​ໂລກ​ທີ່​ເດີນ ທາງ​ຢ້ຽມຢາມ​ຊື່ນ​ຊົມ​ທີ່​ດີ​ທີ່​ສຸດ​ປະຈຳ​ປີ 2013. ປະຕິ​ທິນ​ເບຍ​ລາວ​ໃນ​ປີ 2014 ນີ້​ ກໍ​ໄດ້​ຄົ້ນ​ຫາ​ນາງ​ສາວ​ງາມ 6 ​ຄົນດ້ວຍ​ຄວາມ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ບໍ່​ວ່າ​ຈະ​ເປັນ​ການ​ຄັດ​ເລືອກ​ບັນດາ​ສາວ​ງາມ​ຈາກ​ທົ່ວ​ປະ​ເທດ​ ເພື່ອ​ເປັນ​ຕົວ​ແທນ​ໃນ​ການ​ບອກ​ເລົ່າ​ຄວາມ​ຈົບງາມ,​ ຄວາມ​ພາກພູມ​ໃຈ ແລະ ສົມ​ດັ່ງ​ຄວາມ​ຄາດ​ຫວັງ ຈາກ​ມວນ​ຊົນ​ລາວ​ຜູ້​ໃຫ້ການ​ສະໜັບສະໜູນ​ບໍລິສັດ​ຂອງ​ພວກ​ເຮົາ​ດ້ວຍ​ດີ​ຕະຫລອດ​ມາ.

No comments:

Post a Comment