Ad

Ad

18 November 2013

ກຽມຈັດເທສະການເຕັ້ນຟັງແມ່ຂອງຄັ້ງທີ 4 ປະຈຳປີ 2013



     ເມື່ອມໍ່ໆມານີ້ ກຸ່ມບໍລິສັດ ເຕັ້ນ ຄຳ ( ປະເທດຝຣັ່ງ ) ຮ່ວມກັບບໍລິ ສັດ ເຕັ້ນຟັງ ລາວ ໄດ້ຈັດຖະແຫຼ່ງຂ່າວກ່ຽວກັບການກະກຽມຈັດ ເທສະການເຕັ້ນຟັງ ແມ່ຂອງ ຄັ້ງທີ 4 ປະຈຳປີ 2013 ຢູ່ສະມາຄົມນັກ ຂ່າວແຫ່ງປະເທດລາວ, ໂດຍມີຄະນະ ພ້ອມດ້ວຍເຕັັ້ນຟັງແມ່ຂອງຈຳນວນຫນຶ່ງເຂົ້າຮ່ວມ,  ທ່ານ ອຸ່ນຫລ້າ ຜາອຸດົມ ຄະນະ ຈັດງານເທສະການເຕັ້ນຟັງແມ່ ຂອງ ຄັ້ງນີຖະແຫລງວ່າ : ເທສະການເຕັ້ນແມ່ຂອງ ຄັ້ງທີ 4 ປະຈຳ ປີ 2013 ຈະຈັດຂຶ້ນໃນລະຫວ່າງ ວັນທີ 23-24 ພະຈິກ, ຢູ່ຫໍ ວັດ ທະນະທຳແຫ່ງຊາດ ນະຄອນຫລວງ ວຽງຈັນ ແລະ ວັນທີ 27 ຢູ່ແຂວງ ຫລວງພະບາງ ເຊິ່ງຈະຈັດໃຫ້ມີຫລາຍໆກິດຈະ ກຳ ເຊັ່ນ : ການ ປະກວດເຕັ້ນ BBOY Battle, ການສະແດງເຕັ້ນຈາກປະເທດ ຫວຽດນາມ, ປະເທດຝຣັ່ງ, ລຸກຊຳບວກ ແລະ ປະເທດສິງກະໂປ, ກິດຈະກຳແຈກຂອງລາງວັນຈາກລາວໂທລະຄົມ ແລະ ອື່ນໆອີກຫລາກຫລາຍ, ພິເສດປີນີ້ພວກ ເຮົາໄດ້ເຊີນ ຄະນະເຕັ້ນຈາກ 6 ປະເທດມາຮ່ວມສະແດງໃນງານຄັ້ງນີ້ນຳອີກ.

        ທ່ານ ອຸ່ນຫລ້າ ກ່າວວ່າ : ບໍລິສັດ ເຕັ້ນຟັງລາ ໄດ້ຮ່ວມກັບບໍລິສັດເຕັ້ນຟັງຄຳປະເທດຝຣັ່ງ ຈັດເທສະການເຕັ້ນຟັງແມ່ ຂອງເລີ່ມແຕ່ປີ 2010 ເປັນຕົ້ນມາ ແລະ ປີນີ້ກໍເຊັ່ນດຽວກັບທຸກໆປີພວກເຮົາຈັດງານດັ່ງກ່າວຂຶ້ນເພື່ອເປັນເວທີໃນການໂຄສະ ນາເຜີຍ ແຜ່, ອະນຸລັກ ແລະ ສົ່ງເສີມການ ແລກປ່ຽນວັດທະນະທຳພາຍໃນ ປະເທດ ແລະ ພາກພື້ນອາຊຽນ, ເພື່ອຊຸກຍູ້ວຽກ ງານການສຶກສາ ແລະ ກິດຈະກຳນອກຫລັກສູດ ໃຫ້ແກ່ໄວຫນຸ່ມໃນການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ຫ່າງໄກຢາເສບ ຕິດ, ໂຄສະນາວຽກງານປ້ອງກັນ HIV, ສຸຂະພາບຈະເລີນພັນ, ການປ້ອງກັນການຖືພາຂອງໄວຫນຸ່ມ ແລະ ໂຄສະນາວຽກ ງານຄວາມປອດໄພຕາມທ້ອງຖະຫນົນນຳອີກ.

No comments:

Post a Comment