Ad

Ad

22 September 2014

ວຽກງານອຸຕຸນິຍົມ ແລະ ອຸທົກກະສາດຂອງລາວໄດ້ຮັບການພັດທະນາດີຂຶ້ນ



     ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກກົມອຸຕຸນິຍົມ ແລະ ອຸທົກກະສາດກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມທີ່ໄດ້ຈັດຂຶ້ນໃນວັນທີ 19 ຕຸ ລານີ້, ຢູ່ກະຊວງດັ່ງກ່າວເພື່ອ ເລັງໃສ່ທົບທວນຫວນຄືນວຽກງານຂອງຕົນທີ່ຜ່ານ ມາ ເພື່ອຫັນໄດ້ອັນດີທີ່ຈະຕ້ອງສົ່ງເສີມ ແລະ ອັນອ່ອນຄົງຄ້າງທີ່ຈະຕ້ອງໄດ້ ເອົາໃຈ ໃສ່ປັບປຸງແກ້ໄຂດັ່ງທ່ານ ສີທັນ ສຸດທິຈັກ ເລ ຂາໜ່ວຍພັກ, ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກ ກະສາດໃຫ້ຮູ້ວ່າ: ໄລຍະຜ່ານມາ ໜ່ວຍພັກຂອງຕົນໄດ້ເປັນເຈົ້າ ການຊີ້ ນຳພະນັກງານສະມາ ຊິກພັກສຸມໃສ່ເຮັດວຽກວິຊາສະ ເພາະດ້ວຍຄວາມຮັບຜິດຊອບຄື ໄດ້ເອົາໃຈໃສ່ເກັບກຳຄົ້ນຄວ້າວິໄຈຂໍ້ ມູນ ແລະ ຄາດຄະເນການປ່ຽນແປງສະພາບອາກາດ, ຝົນ ແລະ ນ້ຳແຕ່ລະວັນພ້ອມທັງ ອອກແຈ້ງຂ່າວເຕືອນໃຫ້ອົງການຈັດ ຕັ້ງຕ່າງໆ ແລະ ປະຊາຊົນໄດ້ຮັບຊາບຢ່າງວ່ອງໄວ ແລະ ທັນເຫດການ ແລະ ເຫັນວ່າວຽກງານດັ່ງກ່າວນັບມື້ໄດ້ ຮັບການພັດ ທະນາດີຂຶ້ນໄປ ເລື້ອຍໆ, ບັນດາສະຖານີ ແລະ ອຸ ປະກອນອຸຕຸ-ອຸທົກ ນັບທັງຢູ່ສູນ ກາງ ແລະ ທ້ອງຖິ່ນໄດ້້ຮັບການ ສັບ ປ່ຽນ, ປັບປຸງປົວແປງ ແລະ ເຮັດໜ້າທີ່ວຽກງານໄດ້ດີຂຶ້ນ, ໂດຍສະເພາະທາງດ້ານພະຍາກອນອາກາດແມ່ນມີຄວາມຊັດ
ເຈນເຖິງ 85% ຂຶ້ນໄປ, ໃນນີ້ໄດ້ ອອກຂ່າວພະຍາກອນອາກາດ ປະຈຳວັນ, ສົ່ງຂ່າວທາງແຟັກ ໃຫ້ຂະແໜງອຸຕຸນິຍົມ ແລະ ອຸທົກ ກະສາດໃຫ້ແຂວງຕ່າງໆ, ເຮັດ ພະຍາກອນອາກາດ 6 ເມືອງສົ່ງ ໃຫ້ອົງການອຸຕຸນິຍົມໂລກຜ່ານ ລະບົບ GTS ເປັນປົກະຕິ ແລະ ສົ່ງຂໍ້ມູນຂ່າວສານອາກາດ ຕ່າງໆຮັບໃຊ້ການຄົມມະນາຄົມທາງອາກາດພາຍໃນ ແລະ ຕ່າງ ປະເທດເປັນປະ ຈຳ, ສົ່ງຂ່າວ ສານອາກາດ METAR ຂອງ ສະຖານີອຸຕຸນິຍົມໃນຂອບເຂດ ທົ່ວປະເທດໃຫ້ຫໍຄອຍການບິນ ທຸກໆຊົ່ວໂມງ ຂອງທຸກໆມື້, ສົ່ງ ສານ SYNOP ອອກສູ່ສາກົນ, ບໍລິການຂໍ້ມູນອາກາດໃຫ້ສາຍ ການບິນພິເສດ, ບໍລິການອາ ກາດພິເສດ ແລະ ເຕືອນໄພອາ ກາດ ແລະ ອອກແຈ້ງເຕືອນໄພ ສະພາບອາກາດຮ້າຍແຮງ (ຝົນ ຕົກໜັກ, ດິນເຈື່ອນລົມແຮງ, ນ້ຳຖ້ວມ, ພະຍຸໄຕ້ຝຸ່ນ, ແຫ້ງ ແລ້ງ, ອາກາດຮ້ອນຫລາຍ ແລະ ອາ ກາດໜາວຫລາຍ) ເປັນປົກກະຕິ ແລະ ຄຽງຄູ່ກັນນີ້ ກໍມີບາງບັນ ຫາທີ່ຈະຕ້ອງໄດ້ເອົາໃຈ ໃສ່ປັບປຸງເຊັ່ນ: ຕ້ອງເອົາໃຈໃສ່ສຶກສາ ອົບຮົມນຳພາດ້ານການເມືອງ ແນວຄິດຢ່າງເປັນປະຈຳເລິກເຊິ່ງ ແລະ ທັນເວລາ; ເພີ່ມ ທະວີຄວາມສາມັກຄີຢູ່ພາຍໃນໃຫ້ ແໜ້ນແຟ້ນຂຶ້ນຕື່ມທັງຄະນະ ໜ່ວຍພັກ, ການນຳກົມຕະ ຫລອດຮອດສະມາຊິກພັກພະ ນັກງານ ແລະ ອົງການຈັດຕັ້ງມະ ຫາຊົນ;ສະມາຊິກພັກແຕ່ລະສະ ຫາຍຕ້ອງອອກແຮງເປັນຫລັກ ແຫລ່ງນຳໜ້າພາທາງ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນ ຢ່າງແທ້ຈິງ; ເອົາໃຈໃສ່ຕິດ ຕາມກວດກາ ແລະ ແກ້ໄຂບັນ ຫາຂໍ້ຄົງຄ້າງຢ່າງທັນເວລາ ແລະ ຊຸກຍູ້ສົ່ງເສີມດ້ານຕ່າງໆ ຢ່າງຕັ້ງໜ້າ; ການຈັດຕັ້ງທຸກ ຂັ້ນທຸກພາກສ່ວນຄວນເອົາໃຈ ໃສ່ຊຸກຍູ້ພ້ອມທັງໃຫ້ຄວາມສຳ ຄັນ ແລະ ອຳນວຍຄວາມສະ ດວກແກ່ວຽກງານອຸຕຸນິຍົມ-ອຸ ທົກກະສາດຕື່ມອີກບາດກ້າວ ໜຶ່ງ; ສະເໜີໃຫ້ຂັ້ນເທິງຊ່ວຍ ສ້າງວິຊາການ ລະດັບຊັ້ນປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກທາງດ້ານວຽກງານອຸຕຸນິຍົມ ແລະ ອຸທົກກະສາດຢູ່ຕ່າງ ປະເທດ ໃຫ້ໄດ້ຢ່າງໜ້ອຍປີລະ 2 ຄົນຂອງແຕ່ລະວິຊາ; ສະເໜີຂໍບັນຈຸພະນັກງານໃໝ່ທັງຢູ່ພາຍໃນກົມ ແລະ ທ້ອງຖິ່ນໃຫ້ພຽງພໍໃນ ການເຮັດວຽກງານ ແລະ ສະເໜີໃຫ້ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊ່ວຍຊີ້ນຳນຳພາຢ່າງໃກ້ ຊິດ ແລະ ອຳນວນ ຄວາມສະດວກໃຫ້ແກ່ວຽກງານດັ່ງກ່າວຢູ່ທ້ອງຖິ່ນຕື່ມ.

No comments:

Post a Comment