Ad

Ad

22 September 2014

ປກສ ແຂວງບໍລິຄຳໄຊ ຈັບຜູ້ຄ້າຢາເສບຕິດ



     ເຈົ້າໜ້າທີ່ ປກສ ແຂວງ ບໍລິຄຳໄຊໃຫ້ຮູ້ວ່າ: ເວລາປະ ມານ 10:30 ໂມງຂອງ ວັນທີ 17 ກັນຍາຜ່ານມານີ້, ໄດ້ມີພົນລະ ເມືອງດີລາຍງານໃຫ້ຮູ້ວ່າ: ຈະ ມີການຊື້ ຂາຍຢາເສບຕິດຢູ່ເຂດ ບ້ານນາບອນ, ເມືອງປາກກະດິງ ແຂວງບໍລິຄຳໄຊ, ຈາກນັ້ນ ຈຶ່ງໄດ້ນຳກຳລັງລົງຕິດຕາມເປົ້າ ໝາຍ ແລະ ເຫັນລົດຕູ້ສະຕາ ແລັກໝາຍເລກທະ ບຽນ ກກ 7082 ຄຳມ່ວນເຊິ່ງເປັນລົດເປົ້າ ໝາຍຈອດຢູ່ແຄມທາງເລກ 13 ໃຕ້ເຂດ ບ້ານນາບອນ, ເມືອງ ປາກກະດິງ, ຈຶ່ງເຂົ້າກວດຄົ້ນ ລົດຄັນດັ່ງກ່າວພົບເຫັນຂອງ ກາງຢາບ້າຈຳນວນ 386 ເມັດ, ກັກຕົວຜູ້ຖືກຫາໄດ້ຄື: ທ້າວ ບຸນ ມາ ລໍວັນໄຊ ອາຍຸ 38 ປີ, ທ້າວ ບຸນມີ ອາຍຸ 40 ປີ ແລະ ທ້າວ ດາວເພັດ ອາຍຸ 38 ປີ, ໂດຍທັງ ສາມຄົນຢູ່ບ້ານໂພນສີ ເມືອງ ປາກກະດິງ ແຂວງບໍລິຄຳໄຊ.
     ຜ່ານການສືບສວນ-ສອບ ສວນຂອງເຈົ້າໜ້າທີ່ພວກກ່ຽວ ຮັບສາລະພາບວ່າ: ໄດ້ຊື້ຢາບ້າ ດັ່ງກ່າວຈາກຂະບວນການຄ້າ ຢາເສບຕິດຢູ່ບ້ານດຽວກັນນຳ ມາຂາຍໃຫ້ລູກຄ້າຢູ່ບ້ານນາ ບອນເມືອງປາກກະດິງ, ແຕ່ຖືກ ເຈົ້າໜ້າທີ່ຈັບຕົວມາດຳເນີນຄະ ດີສາກ່ອນ.

No comments:

Post a Comment