Ad

Ad

22 September 2014

ລົງນາມໂຄງການທົດລອງຜະລິດໄຟຟ້າຈາກແສງຕາເວັນ



    ໃນ​ວັນ​ທີ 19 ​​ກັນຍານີ້, ຢູ່​ສຳນັກງານລັດ​ວິ​ສຫະກິດກໍ່ສ້າງ ​ແລະ ຕິດຕັ້ງ​ໄຟຟ້າ (ກຕຟ), ນະຄອນຫລວງວຽງຈັນໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈໃນ ການພັດທະນາຜະລິດໄຟຟ້າຈາກແສງຕາເວັນ ລະຫວ່າງທ່ານ ບຸນ​ທຳ ​ແສນ​ພັນ​ສີຣິ ອຳນວຍ ການ​ (ກຕຟ) ​ແລະ ທ່ານ ຢາງ ຈຽນ ຕາງໜ້າບໍລິສັດໄຟຟ້າ​ນ້ຳຕົກ ສປ ຈີນ,​ ເພື່ອ​ສຳ​ຫລວດ ​ແລະ ສ້າງ​ບົດ​ວິພາກ​ເສດຖະກິດ ກ້າວ​ໄປ​ເຖິງ​ການຕິດຕັ້ງສະຖານີ ຜະລິດ​ໄຟຟ້າ​ແສງຕາ​ເວັນຢູ່ນະຄອນ ຫລວງ​ວຽງຈັນ, ເຊິ່ງຄາດ​ວ່າ​ຈະ​ສ້າງຕັ້ງ​ເປັນ​ໂຄງການ​ຕົວ​ແບບ ດ້ານ​ເຕັກ​ໂນ​ໂລ​ຊີຜະລິດ​ພະລັງ ງານ​ທີ່​ສະອາດບໍ່ສົ່ງ​ຜົນກະທົບ​ຕໍ່ສິ່ງ​ແວດ​ລ້ອມໂດຍ​ມີ​ເປົ້າໝາຍ ສະໜອງ ໃຫ້ໄຟຟ້າ​ລາວ​ໃນ​ອະນາຄົດ.
     ທ່ານ ອຳນວຍການ​ (ກຕຟ) ກ່າວວ່າ: ໂຄງການ​ນີ້, ຈະ​ເລີ່ມການທົດລອງ​ໃນ​ເຂດ​ນິຄົມ​ອຸດສາຫະກຳຫລັກ 21, ນະຄອນ ຫລວງວຽງຈັນ, ​ໂດຍ​ຈະ​ເລືອກ​ເອົາພື້ນທີ່​ເຂດ​ທີ່​ບໍ່ສາມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດກະສິກຳໄດ້ ແລະ ຫາກ​ໂຄງການ​ໄດ້ຮັບ​
ການຈັດຕັ້ງປະຕິບັດ​ຕົວ​ຈິງ​ໃນຕໍ່ໜ້າຈະ​ປະກອບສ່ວນ​ສຳຄັນເຂົ້າ​ໃນ​ການ​ພັດທະນາ​ໄຟຟ້າ​ພະລັງ​ແສງ ຕາ​ເວັນ, ເຊິ່ງຈະ​ຊ່ວຍ​ຫລຸດຜ່ອນ​ການ​ນຳ​ເຂົ້າ​ກະ​ແສ​ໄຟຟ້າຈາກ​ປະ​ເທດ​ໃກ້ຄຽງ ແລະ ການ​ພັດທະນາ​ພະລັງງານ​ທົດ​ແທນ​ແມ່ນ​ບູລິມະສິດ​ສຳຄັນທີ່ ສປປ ລາວ ໄດ້​ມີ​ຄວາມ​ພະຍາຍາມ​ຄົ້ນ​ຄວ້າ ແລະ ​ເສີມ​ຂະຫຍາຍ​ໃຫ້​ກວ້າງຂວາງ, ແນ​ໃສ່​ຕອບ​ສະໜອງກະ​ແສ​ໄຟຟ້າຕາມ​ຄວາມ​ຕ້ອງການ ຊົມ​ໃຊ້​ຂອງ​ປະຊາຊົນ​ບັນດາ​ເຜົ່າໃຫ້ພຽງພໍ.

No comments:

Post a Comment