ພິທີມອບ-ຮອບການຊ່ວຍເຫລືອຈາກລັດຖະບານເພື່ອການປັບປຸງອຸປະກອນ ການແພດພະແນກຫູ, ດັງ, ຄໍ, ໂຮງໝໍມະ ໂຫສົດພາຍໃຕ້ໂຄງການເສີມສ້າງ ຄວາມ ໝັ້ນຄົງຂອງມະນຸດຂັ້ນ ຮາກຖານ
ຫລື GGP ລວມມູນ ຄ່າຫລາຍກວ່າ 121.000 ໂດລາສະຫະລັດໄດ້ມີຂຶ້ນໃນວັນທີ 18 ກັນຍານີ້, ທີ່ໂຮງໝໍດັ່ງກ່າວລະ
ຫວ່າງ ທ່ານ ຮິໂຣະຢຸກິ ຄິຊິໂນະ ເອກອັກຄະລາຊະ ທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ດຣ. ບຸນກອງ
ສີຫາວົງ ລັດຖະມົນຕີ ຊ່ວຍວ່າການກະຊວງສາທາລະນະສຸກ.
ໂຄງການຊ່ວຍເຫລືອດັ່ງ ກ່າວນີ້ມີ: ກ້ອງຈຸລະທັດ,
ກ້ອງສ່ອງພາຍໃນ (Endoscope) ພ້ອມກັບຈໍສະແດງຜົນ ແລະ ທໍ່ສ່ອງ (Suction Instrument) ແລະ
ເພື່ອພັດທະນາຄຸນນະພາບຂອງ ການບົ່ງມະຕິພະຍາດ, ການປິ່ນປົວ ແລະ ການຜ່າຕັດເພື່ອຫລຸດຜ່ານຄ່າໃຊ້ຈ່າຍໃຫ້ຄົນເຈັບທີ່ບໍ່ຈຳເປັນຕ້ອງເດີນທາງ ໄປຮັກສາຢູ່ຕ່າງປະເທດນຳອີກ.
ທ່ານ ດຣ. ໂກໂຊະ ອາຄິໂນະ ສາມາຊິກຜູ້ແທນສະພາຍີ່ປຸ່ນໄດ້ກ່າວເຖິງຄວາມສຳຄັນຂອງການບົ່ງມະຕິພະຍາດ
ແລະ ການ ປິ່ນປົວທີ່ໃຊ້ເຄື່ອງມືທີ່ທັນສະໄໝນີ້ວ່າ: ຈະຊ່ວຍໃຫ້ມີຄວາມເຊື່ອໝັ້ນລະຫວ່າງ ທ່ານໝໍ
ແລະ ຄົນເຈັບ ແລະ ຈະ ຊ່ວຍສ້າງຄວາມອາດສາມາດໃຫ້ແກ່ຜູ້ໃຊ້ອຸປະກອນການແພດດັ່ງກ່າວ, ໃນການບົ່ງມະຕິພະຍາດ
ແລະ ການປິ່ນປົວມີຄຸນ ນະພາບດີຂຶ້ນ.
ທ່ານທູດຍີ່ປຸ່ນໃຫ້ມີຄຳເຫັນ ໃນພິທີວ່າ: ຍີ່ປຸ່ນໄດ້ມີສາຍສຳ
ພັນອັນຍາວນາມກັບໂຮງໝໍມະໂຫສົດ, ພາຍໃຕ້ໂຄງການ GGP ຍີ່ປຸ່ນໄດ້ປະຕິບັດ 4 ໂຄງການຄື: ການບູລະນະຕຶກອາຄານ,
ການ ກໍ່ສ້າງຫ້ອງຜູ້ປ່ວຍທີ່ພະແນກຕາ ແລະ ຫ້ອງວິໄຈ.
ຕັ້ງແຕ່ປີ 2012, ຍີ່ປຸ່ນໄດ້ຈັດຕັ້ງປະຕິບັດໂຄງການຕົວແບບທີ່ໂຮງໝໍມະໂຫສົດໂດຍສຸມໃສ່ການບໍລິການຂອງພະຍາບານເຊິ່ງ
ເປັນສ່ວນໜຶ່ງຂອງໂຄງການພັດທະນາບຸກຄະລາກອນເພື່ອຮັກສາສຸຂະພາບຂອງແມ່ ແລະ ເດັກ.
ນັບແຕ່ປີ 1989 ຈົນຮອດ ປັດຈຸບັນຍີ່ປຸ່ນໄດ້ໃຫ້ການຊ່ວຍ
ເຫລືອ ຈຳນວນ 444 ໂຄງການ ໃນຂະແໜງການສຶກສາ, ສາ ທາລະນະສຸກ ແລະ ອື່ນໆ ເປັນຈຳນວນເງິນ
3,3 ພັນລ້ານເຢັນ ຫລື ປະມານ 31,4 ລ້ານໂດລາສະຫະລັດເພື່ອສ້າງຄວາມເຂັ້ມ ແຂງໃຫ້ແກ່ປະຊາຊົນຜູ້ດ້ອຍໂອກາດທົ່ວທຸກພາກຂອງປະເທດລາວ.
No comments:
Post a Comment