Ad

Ad

22 September 2014

ກອງ​ປະຊຸມ​ໄອ​ປາຄັ້ງທີ 35 ​ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ອັນຈົບງາມ


     ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 35 ໄດ້ ປິດລົງດ້ວຍຜົນສຳເລັດ ອັນຈົບງາມໃນວັນທີ 19 ກັນຍານີ້, ພາຍ ຫລັງດຳເນີນມາເປັນເວລາ 4 ວັນຢູ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນ ປະທານ ຂອງ ທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວ.
     ກອງປະຊຸມຄັ້ງນີ້, ມີຜູ້ແທນຈາກບັນດາປະເທດສະມາຊິກໄອປາ, ຜູ້ແທນຈາກ ບັນດາລັດຖະສະພາປະເທດສັງເກດການ 8 ປະເທດ, ເລຂາທິການໃຫຍໄອ ປາ, ຮອງເລຂາທິການໃຫຍ່ອາ ຊຽນເຂົ້າຮ່ວມ 395 ທ່ານ, ກອງປະຊຸມຄັ້ງນີ້ມີຫົວຂໍ້ວ່າ:“ ປັບປຸງການຮ່ວມມືລັດຖະສະພາໃຫ້ ເຂັ້ມແຂງເພື່ອສ້າງປະຊາຄົມອາຊຽນ ”, ເຊິ່ງໄດ້ປຶກສາຫາລື ແລະ ຕົກລົງຮ່ວມກັນ 25 ມະຕິ ໃນກອງປະຊຸມປິ່ນອ້ອມສຳຄັນ ຄື: ກອງປະຊຸມກຳມາທິການ ສະມາຊິກລັດຖະສະພາເພດຍິງ ຂອງໄອປາ (WAIPA) ແມ່ນຫາ ລືການປັບປຸງບົດບາດຂອງສະ ມາຊິກລັດຖະສະພາເພດຍິງໃຫ້ ເຂັ້ມແຂງໃນການສ້າງປະຊາຄົມອາຊຽນ, ເພີ່ມທະວີ ຄວາມພະຍາຍາມໃນການສະກັດກັ້ນທຸກ
ຮູບການຈຳແນກ ແລະ ໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນອາຊຽນ ແລະ ການສົ່ງເສີມແມ່ຍິງທີ່ມີພາວະຄວາມ ເປັນຜູ້ນຳຢູ່ໃນອາຊີຕາເວັນອອກສ່ຽງໃຕ້, ທັງນີ້ກໍເພື່ອສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ສົ່ງເສີມໃຫ້ມີຕົວແທນ ເພດຍິງມີຕຳແໜ່ງຕັດສີນບັນຫາແຕ່ລະຂັ້ນ ແລະ ຢູ່ໃນເວທີການ ເມືອງໃຫ້ຫລາຍຂຶ້ນ. ກອງປະ ຊຸມກຳມາທິການການເມືອງ ແລະ ຄວາມໝັ້ນຄົງແມ່ນໄດ້ປຶກ ສາຫາລືກ່ຽວກັບ ການສົ່ງເສີມການຮ່ວມມືລັດຖະສະພາເພື່ອ ສ້າງປະຊາຄົມການເມືອງ- ຄວາມໝັ້ນຄົງອາຊຽນ, ຮັບຮອງ ເອົາບົດລາຍງານກອງ ປະຊຸມຜູ້ນຳໄອປາ-ອາຊຽນຊຶ່ງຈັດຂຶ້ນໃນ ໂອກາດກອງປະຊຸມສຸດຍອດອາ ຊຽນຄັ້ງທີ 24 ທີ່ເນປີດໍ ປະເທດມຽນມາ ແລະ ຮັບ ຮອງເອົາບົດລາຍງານຂອງຄະນະປະ ສານງານໄອປາຄັ້ງທີ 6, ພ້ອມນັ້ນກໍ ໄດ້ຮ່ວມກັນສະໜັບສະໜູນ ຄວາມໝາຍໝັ້ນໃນການ ເພີ່ມທະວີຄວາມພະຍາຍາມໃນ ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງໃນແຕ່ລະປະເທດສະມາຊິກອາຊຽນ, ຊຸກຍູ້ໃຫ້ບັນ ດາຂະແໜງການກ່ຽວຂ້ອງ ຂອງອາຊຽນຈັ້ດຕັ້ງປະຕິບັດບັນດາກິດ ຈະກຳທີ່ຍັງຄົງຄ້າງຂອງແຜນແມ່ບົດປະຊາຄົມການເມືອງ ແລະ ຄວາມໝັ້ນຄົງເພື່ອບັນ ລຸການເປັນປະຊາຄົມອາຊຽນໃນ ທ້າຍປີ 2015 ອີກດ້ານໜຶ່ງ, ການສ້າງປະຊາຄົມການເມືອງ ແລະ ຄວາມໝັ້ນຄົງໃຫ້ເຂັ້ມແຂງ ແມ່ນເງື່ອນໄຂພື້ນຖານສົ່ງເສີມການ ພັດທະນາເສດຖະກິດສັງຄົມ ແລະ ດຶງດູດການລົງທຶນ ໂດຍກົງຈາກຕ່າງປະເທດຢູ່ໃນ ອາຊີຕາເວັນອອກສ່ຽງໃຕ້ໃຫ້ຫລາຍ ຂຶ້ນ. ກອງປະຊຸມກຳມາທິການ ເສດຖະກິດແມ່ນຫາລື ການຮ່ວມມືຊຸກຍູ້ການເຕີບໂຕສີ ຂຽວເພື່ອການພັດທະນາທີ່ຍືນຍົງໃນອາ ຊຽນໂດຍໄດ້ຮຽກຮ້ອງໃຫ້ບັນ ດາປະເທດສະມາຊິກອາຊຽນຮີບຮ້ອນຊຸກຍູ້ລັດຖະ ບານຂອງຕົນສ້າງຍຸດທະສາດຈະເລີນເຕີບໂຕສີຂຽວ, ກຳນົດນະໂຍບາຍດຶງ ດູດພາກເອກກະຊົນເຂົ້າຮ່ວມ ແລະ ຮ່ວມມື, ກຳນົດລະບຽບການ ແລະ ການຄຸ້ມຄອງຊັບພະ ຍາກອນທຳມະຊາດ, ສະໜັບສະໜູນແຜນການຮ່ວມມືດ້ານພະລັງງານໃນ ອາຊຽນເພື່ອເຮັດໃຫ້ພະລັງງານໃນອາຊຽນມີຄວາມສະອາດ, ມີປະສິດທິພາບ ແລະ ຍືນຍົງ, ສົ່ງເສີມການປູກໄມ້ໃຫ້ ເປັນປ່າ, ຮັກສາຄວາມສົມບູນ ຂອງດິນ, ຄວາມສົມດູນຂອງ ສິ່ງແວດລ້ອມ ແລະ ຊີວະນາໆພັນ, ຫລຸດຜ່ອນການປ່ອຍມົນລະພິດ, ເພີ່ມທະວີການຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີລະຫວ່າງປະເທດອາຊຽນ ເກົ່າ ແລະ ໃໝ່ດ້ວຍຫລາຍຮູບ ແບບ, ພິຈາລະນາສ້າງຕັ້ງສູນ ກາງຈະເລີນເຕີບໂຕສີຂຽວໃນ ອາຊຽນ, ແລກປ່ຽນຄວາມຮູ້ຂໍ້ມູນຂ່າວສານ ແລະ ປະສົບການ ຈາກພາຍໃນ ແລະ ສາກົນເພື່ອ ຮ່ວມມື ແລະ ຈັດຕັ້ງປະຕິບັດຍຸດ ທະສາດດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດ ສະມາຊິກອາຊຽນຊຸກຍູ້ສ້າງ, ປັບ ປຸງນິຕິກຳ ແລະ ນະໂຍບາຍ ຕ່າງໆ, ກຳນົດຍຸດທະສາດການພັດທະນາ ທັກສະຂອງຜູ້ປະ ກອບການ, ຄົ້ນຄວ້າສ້າງກົນໄກລະ ດົມທຶນ ຫລື ນຳໃຊ້ກອງທຶນໃຫ້ ມີປະສິດທິພາບເພື່ອພັດທະນາຜູ້ປະ ກອບການທັງໄວ ໜຸ່ມ ແລະ ເພດຍິງໃຫ້ຫລາຍຂຶ້ນໃນບັນດາ ປະເທດສະມາຊິກອາຊຽນໃໝ່, ສ້າງເງື່ອນໄຂຊຸກຍູ້ການຮ່ວມມື ແລະ ຊ່ວຍເຫລືອ ກັນໃນການ ເຄື່ອນໄຫວຍົກລະດັບຄວາມສາມາດຂອງຜູ້ປະກອບການ, ເພີ່ມທະວີການຮ່ວມມືໃນຂົງເຂດ ເສດຖະກິດຊ່ວຍ ປະເທດ CLMV ໃຫ້ ໄດ້ຮັບຜົນປະໂຫຍດຈາກການ ເຊື່ອມໂຍງດ້ານເສດຖະກິດ, ຊຸກ ຍູ້ການສ້າງຕັ້ງກອງ ທຶນພັດທະນາທຸ ລະກິດຂະໜາດນ້ອຍ ແລະ ຂະໜາດກາງໃນພາກພື້ນ. ກອງ ປະຊຸມກຳມາທິການສັງຄົມແມ່ນຫາລື ແລະ ເຫັນວ່າພະຍາດບໍ່ ຕິດແປດແມ່ນບັນຫາໜຶ່ງທີ່ເປັນສາ ເຫດຂອງການຕາຍຂອງຜູ້ຄົນ ໃນທົ່ວໂລກເຖິງ 60% ເທົ່າກັບ 36 ລ້ານຄົນຕໍ່ປີ. ສະນັ້ນ, ກອງ ປະຊຸມຈຶ່ງຮັບຮູ້ຄວາມສຳຄັນ ຂອງການຮ່ວມມືດ້ານນິຕິກຳລະຫວ່າງບັນດາລັດຖະສະພາສະ ມາຊິກ ແລະ ຄວາມຈຳເປັນໃນ ການຮ່ວມມືກັນເພື່ອກັນ, ຄວບຄຸມ ແລະ ຕິດຕາມກວດກາພະຍາດບໍ່ຕິດແປດ, ໄປຄຽງຄູ່ກັບ ການໂຄສະນາເຜີຍແຜ່ແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການທີ່ດີນຳກັນໃນດ້ານນີ້ໂດຍສະເພາະໃນການສ້າງມາດຕະ ການ ຫລື ປັບປຸງກົດໝາຍໃຫ້ ສອດຄ່ອງ ແລະ ເພີ່ມທະວີການລົງທຶນເພື່ອສົ່ງເສີມການມີ ສ່ວນຮ່ວມຂອງນິຕິບຸກຄົນ, ຄອບຄົວ, ຊຸມຊົນ ແລະ ການຈັດ ຕັ້ງຕ່າງໆໃນສັງຄົມ. ໃນຂະນະທີ່ການລະບາດຂອງພະຍາດຕິດແປດຮ້າຍແຮງອີໂບລາຢູ່ບັນ ດາປະເທດໃນອາຟຣິກາຕາເວັນຕົກພວມເປັນສິ່ງທ້າທາຍທີ່ໄດ້ກາຍ ເປັນບັນຫາສາທາລະນະສຸກທີ່ ສຸກເສີນ,ມ ັນຈຶ່ງຮຽກ ຮ້ອງໃຫ້ບັນດາລັດຖະສະພາສະມາຊິກ ຂອງປະເທດອາຊຽນຕ້ອງໄດ້ ຮ່ວມມືກັນຢູ່ໃນທ່າກຽມພ້ອມ ເພື່ອຮັບມື ແລະ ຕອບ ໂຕ້ໂດຍການສ້າງມາດຕະການ ແລະ ຍຸດທະສາດເພື່ອສະກັດກັ້ນ ແລະ ຄວບຄຸມຢ່າງສອດຄ່ອງ. ໄປຄຽງຄູ່ກັນນັ້ນ, ການ ແລກປ່ຽນຂໍ້ມູນຂ່າວສານຢ່າງໄວວາ, ການເຝົ້າລະວັງແຕ່ຫົວທີ, ການລະດົມຊັບພະຍາກອນ ແລະ ໂຄສະນາຂົນຂວາຍສະ ຕິສຳນຶກຂອງທົ່ວສັງຄົມ ແລະ ກຽມ ພ້ອມເພື່ອຊ່ວຍເຫລືອກັນນັ້ນເຫັນວ່າແມ່ນຄວາມຈຳເປັນພາວະວິໄສ. ພ້ອມກັນນີ້, ຍັງໄດ້ເຫັນຄວາມສຳຄັນຂອງການຮ່ວມມື ດ້ານນິຕິກຳໃນຂົງເຂດສັງຄົມລະຫວ່າງບັນດາລັດຖະສະພາສະມາຊິກ, ເຊິ່ງເປັນ ເງື່ອນໄຂໃນການສ້າງຫົວໜ່ວຍມາດຕະການທີ່ສະເໝີພາບຂອງການສຶກສາວິຊາຊີບ ແລະ ການພັດທະນາສີມືແຮງງານໂດຍ ການແລກປ່ຽນຂ່າວສານ ແລະ ປະສົບການທີ່ດີນຳກັນ.
     ສຳລັບກອງປະຊຸມກຳມາ ທິການວຽກງານພາຍໃນໄດ້ພິ ຈາລະນາ ແລະ ຮັບຮອງເອົາມະ ຕິຕ່າງໆວ່າດ້ວຍການຕົກລົງ ສ້າງ ຕັ້ງກອງເລຂາໄອປາ, ປັບປຸງລະບຽບການດ້ານການເງິນ ຂອງໄອປາ, ປັບປຸງລະບຽບ ການຄຸ້ມຄອງພະນັກງານກອງ ເລຂາໄອ ປາ, ຂໍ້ແນະນຳສຳລັບພະນັກງານ, ບົດລາຍງານທາງດ້ານການເງິນຂອງກອງເລຂາ ໄອປາສຳລັບປີ 2013, ຄາດຄະ ເນແຜນ ການລາຍຈ່າຍ ແລະ ແຜນງານສຳລັບປີ 2014 ແລະ ມະຕິວ່າດ້ວຍການຊົມເຊີຍການ ປະຕິບັດໜ້າທີ່ຂອງພະນະທ່ານ ນາງ ປານີ ຢາທໍ່ຕູ້ ໃນຖານະປະທານໄອປາ 35 ແຕ່ເດືອນກັນຍາ 2013 ເຖິງກັນຍາ 2014, ສ່ວນ ການພົບປະບັນດາປະເທດສັງ ເກດການນັ້ນ, ໃນໄລຍະກອງປະຊຸມໃຫຍ່ສະມັດຊາໄອປາ 35 ໄດ້ມີການພົບປະເຈລະຈາກັບ 8 ລັດຖະສະພາປະເທດສັງ ເກດການ ຄື ອົດສະຕຣາລີ, ສປ ຈີນ, ຍີ່ປຸ່ນ, ອິນເດຍ, ສ.ເກົາຫລີ, ຣັດ ເຊຍ, ເບລາລຸດ ແລະ ຕີມໍແລສເຕ ພາຍໃຕ້ຫົວຂໍ້ “ວິທີການໃໝ່ສຳ ລັບຜູກພັນຮ່ວມມືລະຫວ່າງໄອ ປາກັບລັດຖະສະພາປະເທດສັງ ເກດການ ” ຈຸດປະສົງເພື່ອເພີ່ມທະວີການ ຮ່ວມມືລະຫວ່າງແຕ່ ລະລັດຖະສະພາຂອງປະເທດສັງເກດການກັບແຕ່ລະປະເທດສະມາຊິກໄອປາ,ທັງນີ້ເພື່ອສົ່ງເສີມການ ຮ່ວມມືເພື່ອປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ, ສົ່ງເສີມການເລັ່ງລັດໃນການປະຕິບັດ ບັນດາເປົ້າໝາຍສະຫັດສະວັດເພື່ອການພັດທະນາ, ເພື່ອ ເຊື່ອມໂຍງດ້ານເສດຖະກິດກັບ ອາຊຽນ, ການຮ່ວມມືເພື່ອພັດ ທະ ນາສີຂຽວ, ພັດທະນາທັກສະ ຜູ້ປະກອບການ, ຮ່ວມມືໃນຂົງ ເຂດການຄ້າ, ການລົງທຶນ, ທ່ອງທ່ຽວ, ການບັນເທົາທຸກໄພ ພິບັດ, ສົ່ງເສີມສຸຂະພາບ, ກັນພະ ຍາດຕິດແປດ ແລະ ບໍ່ຕິດແປດ ແລະ ອື່ນໆ ທາງດ້ານຄຸນນະພາບໃຫ້ເປັນຮູບປະທຳເພີ່ມ ຂຶ້ນ, ທາງດ້ານປະລິມານກໍຂະຫຍາຍ ເຂົ້າສູ່ລວງເລິກ ແລະ ລວງກວ້າງ. ບັນດາລັດຖະສະພາປະ ເທດສັງເກດການຕ່າງກໍໄດ້ໃຫ້ ຄຳໝັ້ນສັນຍາສືບຕໍ່ຮ່ວມມືກັບ ອາຊຽນໂດຍສະເພາະປະກອບ ສ່ວນຊຸກຍູ້ອາຊຽນເພື່ອບັນລຸ ການສ້າງປະຊາຄົມອາຊຽນໃນ ທ້າຍປີ 2015.

No comments:

Post a Comment