Ad

Ad

23 September 2014

ກັ່ນຕອງເອົາສິ່ງດີໆຈາກມວນຊົນ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ຈານແຍ່ອ່ານພົບໃນໜັງສືພິມ ຫລາຍສະບັບ ວ່າມີການແຂ່ງຂັນ ປະກາດຄຳຂວັນ ເພື່ອລະລຶກ ຫລື ຂ່ຳນັບຮັບຕ້ອນວັນ ສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ, ຍີ່ ປຸ່ນ-ລາວ ຄົບຮອບ 60 ປີໃນຕໍ່ໜ້າ ໂດຍມີກະຕິກາການແຂ່ງຂັນປະ ກວດລະ ອຽດ ຄັກແນ່. ສຳລັບ ສ່ວນຕົວແລ້ວ ເຫັນວ່າເປັນເລື່ອງ ດີ, ຄວນເອົາເປັນຕົວແບບຈັດ ການແຂ່ງຂັນປະກວດ ເມື່ອພວກ ເຮົາຕ້ອງ ການຄຳຂວັນດີໆທີ່ຕິດ ພັນກັບເຫດການ ປະຫວັດສາດ, ຕິດພັນກັບຄຳສອນ, ຄະຕິເຕືອນໃຈ, ຈາລິຍະທຳ, ທຳມະຈາລິຍາ ລວມໄປເຖິງຄຳເຕືອນສຳລັບການຂັບຂີ່, ຫົວຂໍ້ລາຍການວິທະຍຸ, ລາຍການໂທລະພາບ ແມ່ນ ແຕ່ຊື່ຄໍລຳໃນໜ້າໜັງ ສືພິມ ກໍຄືຊື່ ໜັງສືພິມ, ວາລະສານເອງ ກໍຄວນມີການ ແຂ່ງຂັນປະກວດບໍ່ພຽງແຕ່ເພື່ອເປັນສະເໜ່ດຶງດູດ, ແຕ່ຍັງຕ້ອງເປັນ ຊື່ທີ່ ສ່ອງແສງ ເນື້ອໃນສັງລວມທີ່ພວກເຮົາຕ້ອງການ ຈາກຄຳຂວັນ, ປະໂຫຍກ ເຕືອນສະຕິເຫລົ່ານັ້ນ. ຜ່ານມາ ຕາມສັງເກດ, ການ ກຳນົດຄຳຂວັນ, ການຕັ້ງຊື່ລາຍການສາລະ ຄະດີ ແມ່ນແຕ່ຊື່ວາລະສານ-ໜັງ ສືພິມ ພວກເຮົາຍັງບໍ່ທັນມີການປະ ກາດ ໃຫ້ມີການແຂ່ງຂັນປະກວດກັນຢ່າງກວ້າງຂວາງ ເພື່ອ ຈະໄດ້ເຊິ່ງປະໂຫຍກຄຳເວົ້າທີ່ກິນ ອົກກິນໃຈ. ການປະກວດຄຳ ຂວັນ, ຄຳ ຄົມ, ສຸພາສິດ, ປະໂຫຍກສະຕິເຕືອນ
ໃຈນັ້ນມີຂະ ໜາດຄວາມກວ້າງຄວາມແຄບ ຕ່າງກັນ, ບາງຄຳຂວັນກໍຈະໃຊ້ສະເພາະວົງ ແຄບສະເພາະຂະແໜງການໃດໜຶ່ງ, ແຕ່ປະໂຫຍກ ເຕືອນສະຕິ ເພື່ອຫລຸດຜ່ອນອຸປະຕິເຫດທາງຖະໜົນນັ້ນຕ້ອງແຂ່ງຂັນກັນກວ້າງຂວາງເພາະເປັນ ບັນຫາ ຂອງທົ່ວສັງຄັມ.

     ຜ່ານມາ ຈານແຍ່ເຄີຍໄດ້ຍິນ ເລື່ອງການແຂ່ງຂັນປະກວດກາ ໝາຍວັນຄົບຮອບ 450 ປີຂອງນະ ຄອນຫລວງວຽງຈັນ, ກາໝາຍກອງປະຊຸມອາເຊມ, ອາເຊັບ. ຈານແຍ່ເຫັນວ່າພາກສ່ວນເບຍ ລາວນັ້ນ ເຮັດອ່າວດີກວ່າພາກ ສ່ວນອື່ນ ເຊັ່ນການຄັດ ເລືອກຄຳຂວັນເບຍລາວ, ວິທີການຄັດ ເລືອກສາວງາມເບຍລາວ ແລະ ອື່ນໆ. ນີ້ເປັນເລື່ອງໜ້າຊົມເຊີຍ ແລະ ຄວນຈະເປັນ ແບບຢ່າງສຳລັບພາກສ່ວນອື່ນໃນການເກັບກຳ ຄຳຄິດຄຳເຫັນຂອງສັງຄົມ.
     ເມື່ອກ່ອນ ຈານແຍ່ມັກຟັງ ລາຍການວິທະຍຸທີ່ໃສ່ຊື່ວ່າ: ລາຍ ການ “ກະສິກຳຊົນລະປະທານ ແລະ ສະຫະກອນກະເສດ” ເຊິ່ງ ເປັນຫົວຂໍ້ລາຍການເມື່ອຊາວ ກວ່າປີຢ້ອນຫລັງ (ບໍ່ຮູ້ວ່າດຽວນີ້ ຍັງມີຢູ່ ຫລື ບໍ່). ຫົວຂໍ້ລາຍການນີ້ ຟັງເຂົ້າໃຈດີ, ແຕ່ມັນ ດຶງດູດ ເພາະບໍ່ມີສິນ, ເວົ້າປົກໆໂພດ ກົງ ກັນຂ້າມ ຢູ່ປະເທດເພື່ອນບ້ານ ລາຍການປະເພດດຽວກັນພັດໃສ່ ຊື່ວ່າ: “ລາຍການ ດິນດຳນ້ຳຊຸ່ມ” ທີ່ຟັງກິນໃຈກວ່າຢູ່ບ້ານເຮົາ, ເຄີຍ ມີລາຍການທີ່ເວົ້າເຖິງການປົກ ປັກຮັກສາ ແລະ ສົ່ງເສີມສິລະປະວັດທະ ນະທຳ, ມໍລະດົກແຫ່ງຊາດ ໂດຍໃສ່ຫົວຂໍ້ລາຍການຍາວຂ່າ ສຶກ, ສ່ວນຢູ່ປະເທດໃກ້ຄຽງພັດ ໃຊ້ຫົວຂໍ້ສັ້ນໆ ແລະ ກະທັດ ຮັດກວ່າວ່າ: “ລາຍການມໍລະດົກອີ ສານ”. ຈານແຍ່ມີໝູ່ຄູ່ໃນວົງການ ສື່ຂອງໄທຈຳນວນຫລວງຫລາຍ ແລະ ຊາບນຳພວກ ເພິ່ນ ວ່າ: ກ່ອນຈະໄດ້ຊື່ຄໍລຳ, ຊື່ລາຍການ, ຊື່ໜັງສືພິມ, ຊື່ໂຄງການໃຫຍ່ໆ ເຊັ່ນ: “ອີສານຂຽວ” ນັ້ນ, ຢູ່ປະເທດພວກເພິ່ນ ຕ້ອງປະ ກາດແຂ່ງຂັນກັ່ນຕອງເອົາຄຳເວົ້າເດັດໆ, ຄຳເວົ້າທີ່ສາມາດສື່ເປົ້າໝາຍທີ່ ຕ້ອງການ ທັງສັ້ນຈື່ງ່າຍຈື່ດົນ ແລະ ບໍ່ສັບສົນ.
      ຕາມຄຶດ, ຖ້າຫົວຂໍ້ຄໍລຳສື່ສິ່ງ ພິມ, ລາຍການສື່ເອເລັກໂຕຣນິກ, ຄຳຂວັນເຕືອນສະຕິຢູ່ບ້ານເຮົາ ໄດ້ຮັບການເປີດກວ້າງ ໃນການທາບທາມຄວາມຄິດເຫັນຈາກ ທົ່ວສັງຄົມ ກໍຄົງຈະເພີ່ມຄວາມ ໜ້າຈັບໃຈຂຶ້ນຕື່ມ. ເພື່ອນຫົວດີ ຂອງຈານແຍ່ຫລາຍ ຄົນ ບອກວ່າ: ພວກເພິ່ນໄດ້ຄົ້ນຄິດຄຳຂວັນ ເຕືອນໄພສຳລັບຜູ້ຂັບຂີ່ວ່າ: “ຂັບດີໄດ້ພວງມະໄລ ຂັບຈັງໄຮໄດ້ພວງມາລາ”, “ໂທ ຕອນຂັບດັບກາງທາງ” ແລະ ອື່ນໆ. ຈານແຍ່ ວ່າຄຳຂວັນດີໆແບບນີ້ຄວນເຂົ້າ ຮອບ ຖ້າມີການປະກວດຢ່າງຄັກ ແນ່. ພວກເຮົາ ບໍ່ຄວນລືມວ່າ:  ຫົວຄິດປະດິດສ້າງດີໆນັ້ນ ລ້ວນແຕ່ຢູ່ນຳມະຫາຊົນອັນກວ້າງໃຫຍ່ໄພ ສານ ສົມກັບວ່າປະຊາຊົນນັ້ນລະຄື “ທ້າວພັນຕາພະຍາພັນຫູ” ເຫັນທຸກຢ່າງ ແລະ ຮູ້ທຸກຢ່າງ.

No comments:

Post a Comment