Ad

Ad

23 September 2014

ຂັບຂີ່ດ້ວຍຄວາມປະໝາດເຮັດໃຫ້ຄົນອື່ນເສຍຊີວິດ



    ການຂັບຂີ່ພາຫະນະດ້ວຍຄວາມປະໝາດບໍ່ເຄົາລົບກົດລະບຽບຈະລາຈອນ ແມ່ນສາເຫດຕົ້ນຕໍຂອງການເກີດອຸປະຕິເຫດ ບົນທ້ອງຖະໜົນຢູ່ປະເທດເຮົາ, ຄືດັ່ງເຈົ້າໜ້າທີ່ຈະລາຈອນ ແຂວງຫລວງພະບາງລາຍງານໃຫ້ຮູ້ເມື່ອທ້າຍອາທິດ ຜ່ານມານີ້ວ່າ: ມີອຸປະຕິເຫດລົດຈັກຕຳລົດຈັກຢູ່ເສັ້ນທາງເຂດບ້ານນາຟາຍ, ເມືອງ ນານ, ແຂວງຫລວງພະບາງຢ່າງແຮງເຮັດມີຜູ້ເສຍຊີວິດຄາ ທີ່ໜຶ່ງຄົນຊື່ນາງ ພວງ ອາຍຸ 49 ປີຢູ່ບ້ານນາຝາຍ, ເມືອງ ແລະ ແຂວງດັ່ງກ່າວ ແລະ ມີຜູ້ບາດເຈັບສອງຄົນ. ຜ່ານການກວດ ກາສະຖານທີ່ເກີດເຫດຮູ້ວ່າ: ລົດຈັກທັງສອງຄັນແມ່ນຂັບຂີ່ມາ ຕາມທາງເບື້ອງດຽວກັນ, ແຕ່ຄັນໜຶ່ງຂັບຂີ່ໂດຍທ້າວ ບຸນມີ ອາຍຸ 58 ປີ ຢູ່ບ້ານທົງຄັງ ເມືອງນານ ແລ່ນມາດ້ວຍຄວາມໄວ ແລະ ຕຳເອົາທ້າຍລົດຄັນໜຶ່ງ ທີ່ຂັບຂີ່ໂດຍທ້າວ ເອກ ອາຍຸ 47 ປີ ແລະ ມີນາງ ພວງ ເຊິ່ງເປັນ ເມຍນັ່ງຊ້ອນທ້າຍລົ້ມລົງຢ່າງ ແຮງເຮັດໃຫ້ຫົວນາງ ພວງ ກະ ທົບກັບພື້ນທາງເສຍຊີວິດຄາທີ່, ສ່ວນລົດຈັກທີ່ມາຕຳເຈືອກໄຫລໄປໄກກວ່າ 20 ແມັດ, ເຈົ້າໜ້າທີ່ບອກວ່າ: ອຸປະຕິເຫດຄັ້ງນີ້, ແມ່ນຄົນຂັບລົດຈັກຕາມຫລັງມາມີອາການມືນເມົາຈຶ່ງຂັບຂີ່ດ້ວຍຄວາມໄວສູງຖືວ່າ ເປັນການຂັບຂີ່ດ້ວຍຄວາມປະໝາດຈົນເຮັດໃຫ້ເກີດອຸປະຕິເຫດ ແລະ ມີຜູ້ ເສຍຊີວິດດັ່ງກ່າວ.

No comments:

Post a Comment