Ad

Ad

23 September 2014

ລັດສູນເສຍລາຍຮັບຈຳນວນຫລາຍຈາກການຍົກເວັ້ນພາສີນຳເຂົ້ານ້ຳມັນເຊື້ອໄຟ



    ກະຊວງອຸດສະຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ນ້ຳມັນເຊື້ອ ໄຟ, ຖືເປັນສີນຄ້າຍຸດທະສາດ ສຳຄັນຂອງ ສປປ ລາວ ເປັນ ແຫລ່ງລາຍຮັບຕົ້ນຕໍຂອງປະເທດທີ່ໄດ້ຈາກການເກັບພາສີນຳເຂົ້າ, ຊຶ່ງຍາມໃດລັດຖະບານ ກໍໃຫ້ຄວາມສຳຄັນໃນການກວດກາ ແລະ ຄຸ້ມຄອງຢ່າງໃກ້ຊິດ ເພື່ອຮັບປະກັນບໍ່ໃຫ້ມີການລັກ ລອບ ແລະ ຫລົບຫລີກອັນເປັນ ສາເຫດພາໃຫ້ເກີດມີການຮົ່ວ ໄຫລດ້ານລາຍຮັບ ແລະ ຜ່ານມາ ມີ 18 ບໍລິສັດ ທີ່ໄດ້ຮັບອະນຸຍາດ ນຳເຂົ້ານ້ຳມັນເຊື້ອໄຟຖືກຕ້ອງ ຕາມລະບຽບກົດໝາຍ, ເພື່ອຈຳ ໜ່າຍຮັບໃຊ້ສັງຄົມ ແລະ ນຳເຂົ້າ ເພື່ອມາຮັບໃຊ້ໂຄງການຂະໜາດໃຫຍ່ຂອງລັດເຊັ່ນ: ການກໍ່ສ້າງ ເຂື່ອນໄຟຟ້າ, ຂຸດ ຄົ້ນແຮ່, ກໍ່ສ້າງ ເສັ້ນທາງ ແລະ ແລວສາຍໄຟ ຟ້າ ອື່ນໆ, ແຕ່ພັດມີສ່ວນໜຶ່ງໄດ້ຮັບ ການຍົກເວັ້ນພາສີອາກອນ, ເຊິ່ງ ເປັນສາ ເຫດເຮັດໃຫ້ລັດສູນເສຍ ລາຍຮັບເປັນຈຳນວນຫລາຍໃນແຕ່ລະປີ. ອີງຕາມຂໍ້ມູນຕົວເລກ 6 ເດືອນຕົ້ນປີນີ້ມີມູນຄ່າການຍົກ ເວັ້ນພາສີອາກອນຈາກການນຳ ເຂົ້ານ້ຳມັນເຊື້ອໄຟຫລາຍກວ່າ 174 ຕື້ກວ່າກີບ. ນອກຈາກນີ້, ການສືບຕໍ່ນຳໃຊ້ລາຄາກາງ ແຈ້ງການເກັບພາສີອາກອນກັບບໍລິສັດນຳເຂົ້ານ້ຳມັນເຊື້ອໄຟກໍແມ່ນສາເຫດໜຶ່ງຂອງການສູນ ເສຍລາຍຮັບແຫ່ງຊາດ, ເຊິ່ງ ພວກເຮົາຈະຕ້ອງໄດ້ລົບລ້າງນະໂຍບາຍດັ່ງກ່າວເພື່ອພວກເຮົາຈະມີລາຍຮັບເພີ່ມຫລາຍຂຶ້ນ.

No comments:

Post a Comment