Ad

Ad

23 September 2014

ສື່ມີບົດບາດສຳຄັນໃນການກ້າວສູ່ປະຊາຄົມອາຊຽນ



    ໂອກາດຕ້ອນຮັບຄະນະສື່ ມວນຊົນລາວເມື່ອບໍ່ດົນມານີ້ (15/9/2014) ຢູ່ກະຊວງຕ່າງປະ ເທດໄທ, ທ່ານ ນັດທະວຸດ ໂພ ທິສາໂຣດ ຮອງຫົວໜ້າຫ້ອງ ການກະຊວງດັ່ງກ່າວໄດ້ມີຄຳ ເຫັນວ່າ: ເພື່ອກ້າວສູ່ປະຊາຄົມ ອາຊຽນ, ສື່ມວນຊົນນອກຈາກ ປະກອບສ່ວນເຜີຍແຜ່ຂໍ້ມູນຂ່າວສານໃຫ້ປະຊາຊົນຕົນເອງໄດ້ຮັບຮູ້ແລ້ວ, ການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານຂອງບັນດາ ປະເທດສະມາຊິກອາຊຽນດ້ວຍກັນກໍຍິ່ງມີຄວາມສຳຄັນ ແລະ ຕ້ອງລາຍງານສະພາບຄວາມເປັນຈິງດ້ວຍບັນຍາກາດທີ່ສ້າງສັນ ບົນຫລັກການປະຕິບັດຕາມລະບຽບຂອງອາຊຽນ. ທ່ານ ນັດທະວຸດ ໂພທິສາໂຣດ ຍັງໄດ້ລາຍງານສະພາບການພັດທະນາເສດ ຖະກິດ-ສັງຄົມ ແລະ ການເມືອງໃຫ້ສື່ມວນຊົນລາວໄດ້ຮັບຮູ້ພາຍຫລັງທີ່ມີລັດຖະບານໃໝ່, ເຊິ່ງໂດຍລວມແມ່ນມີຄວາມ ສະຫງົບມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ມີການພັດທະນາທີ່ດີຂຶ້ນ, ໃນນັ້ນບັນຫາ ເລັ່ງດ່ວນອັນໜຶ່ງຂອງ ລັດຖະບານແມ່ນການຈັດລະບຽບຂອງສັງຄົມນັບທັງການຂຶ້ນບັນຊີແຮງງານຕ່າງປະເທດໃຫ້ເຂົ້າສູ່ລະບຽບກົດໝາຍໃຫ້ສຳ ເລັດໂດຍໄວ. ຕໍ່ການພົວພັນໄທ-ລາວ, ທ່ານ ໄດ້ໃຫ້ທັດສະນະວ່າ: ຣາຊະອາ ນາຈັກໄທ ແລະ ສປປ ລາວ, ນອກຈາກເປັນສະ ມາຊິກອາຊຽນນຳກັນແລ້ວ, ທັງສອງປະເທດຍັງມີຊາຍແດນຕິດຈອດກັນ ແລະ ສອງປະເທດກໍມີການໄປມາຫາສູ່ກັນຕະ
ຫລອດເວລາ. ຈາກຈຸດພິເສດນີ້, ສື່ມວນຊົນ ສອງປະເທດຍິ່ງຕ້ອງໄດ້ມີການ ພົວພັນແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນຢ່າງຖືກຕ້ອງ ແລະ ຕໍ່ເນື່ອງ. ຄະນະຜູ້ແທນ ສື່ມວນຊົນລາວທີ່ເດີນທາງໄປ ເຄື່ອນໄຫວ ແລະ ຢ້ຽມຢາມ ຣາ ຊະອານາຈັກ ໄທ ຄັ້ງນີ້ (14-19/ 9/2014) ແມ່ນປະຕິບັດຕາມການ ເຊີນຂອງກະຊວງການຕ່າງປະ ເທດໄທ ເຊິ່ງນຳໂດຍ ທ່ານສູນ ທອນ ຄັນທະວົງ ຜູ້ອຳນວຍການໃຫຍ່ຂ່າວສານປະເທດລາວ, ເຊິ່ງປະກອບມີໜັງສືພິມປະຊາ ຊົນ, ໂທລະພາບແຫ່ງຊາດ, ວິທະ ຍຸກະຈາຍສຽງແຫ່ງຊາດ, ກົມສື່ມວນຊົນ ແລະ ໜັງສືພິມພາສາ ຕ່າງປະເທດ. ໃນໄລຍະການເຄື່ອນໄຫວສື່ມວນຊົນ ລາວໄດ້ ໄປເຄື່ອນໄຫວ ແລະ ເຮັດວຽກນຳ ຫລາຍພາກສ່ວນເພື່ອຮັບຟັງ ລາຍງານກ່ຽວກັບການດຳເນີນງານນັບທັງການວາງແຜນຍຸດ ທະສາດນະໂຍບາຍ ແລະ ແຜນ ປະຕິບັດງານກ່ຽວກັບຄວາມ ຮ່ວມມືລະຫວ່າງລາວ-ໄທ ເປັນຕົ້ນແມ່ນກົມການຂ່າວ, ກົມອາ ຊຽນ, ສຳນັກງານຄວາມຮ່ວມມື ພັດທະນາເສດຖະກິດກັບປະເທດເພື່ອນບ້ານ NEDA, ສຳນັກງານຄວາມຮ່ວມມືເພື່ອການ ພັດທະນາລະຫວ່າງປະເທດ TICA, ສະມາຄົມມິດຕະພາບໄທ-ລາວ,ສູນສຶກສາອາຊຽນມະຫາວິທະ ຍາໄລຈຸລາລົງກອນ, ສະຖານີວິທະຍຸ ແລະ ໂທລະພາບຊ່ອງ 9, ກົມຈັດຫາງານຂອງກະຊວງ ແຮງງານ, ສູນບໍລິການຈົດທະ ບຽນແຮງງານຕ່າງປະ ເທດທີ່ບາງກອກ, ສະມາຄົມທຸລະກິດໄທ-ລາວ ແລະ ຢ້ຽມຢາມແຫລ່ງທ່ອງທ່ຽວທີ່ພັດທະຍາ. ທ່ານ ນາງ ພະສິກາ ພອນປະ ເສີດ ເລຂານຸການເອກຂອງສະຖານເອ ກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທປະຈຳລາວກໍໄດ້ຕິດຕາມຄະນະຜູ້ແທນ ສື່ ມວນຊົນລາວໃນການໄປເຄື່ອນໄຫວ ແລະ ເຮັດວຽກຢູ່ໄທໃນຄັງນີ້.

No comments:

Post a Comment