Ad

Ad

23 September 2014

ຂໍ້ຫ້າມຕ່າງໆໃນງານບຸນອອກພັນສາ ແລະ ຊ່ວງເຮືອປະເພນີ 2014



     ​ເມື່ອ​ມໍ່ໆ​ມາ​ນີ້, ຫ້ອງວ່າການ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການເຖິງອຳ ນາດການ​ປົກຄອງ​ທຸກ​ຂັ້ນ ແລະ ປະຊາຊົນຊາວຄ້າຂາຍບັນດາຫ້າງຮ້ານຫົວໜ່ວຍ ທຸລະກິດຕ່າງໆ ທີ່ຢູ່ໃກ້ບໍລິເວນທ່າວັດຈັນ ແລະ ບໍລິເວນໃກ້ຄຽງເພື່ອການຈັດ ຕັ້ງ ສະເຫລີມສະຫລອງງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະ ຈຳປີ 2014 ທີ່ທ່າວັດຈັນ ທີ່ຈະມາເຖິງນີ້ ໃຫ້ ດຳເນີນໄປດ້ວຍຄວາມສະຫງົບປອດ​ໄພ ແລະ ບັນຍາກາດ​ເບີກ ບານມ່ວນຊື່ນ, ດ້ວຍເຫດນັ້ນຈຶ່ງ ໄດ້ອອກຂໍ້ຫ້າມ ຕ່າງໆ ຄື: (1). ຫ້າມບໍ່​ໃຫ້ມີການໂຄສະນາທຸກ ຮູບແບບທີ່ຜິດກົດໝາຍຂອງ ສປປ ລາວ; (2). ຫ້າມຂາຍ ຫລື ນຳເອົາອາວຸດທຸກປະເພດລວມ ທັງ: ງ້າວ, ໜ້າ, ກະຖຸນ, ສະໜັບ ມື, ໂຄມໄຟລອຍໄປໃນງານໂດຍ ເດັດຂາດເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ; (3). ຫ້າມ ຂາຍ ແລະ ນຳເອົາສິ່ງເສບຕິດ, ທາດເບື່ອ, ສານເຄມີທີ່ອອກ ລິດຕໍ່ລະບົບປະສາດທຸກໆຊະນິດສິ່ງທີ່ເກີດສຽງດັງເກີນ ຂອບເຂດຄື: ບັ້ງກະໂພກ ເຂົ້າມາວາງສະແດງ ​ແລະ ຂາຍພາຍໃນງານ ຢ່າງເດັດຂາດ; (4). ຫ້າມນຳ ເອົາຜະລິດຕະພັນທີ່ຮຽນ ແບບຜ້າສິນລາວນຳເຂົ້າມາວາງຂາຍໃນງານຢ່າງເດັດຂາດ; (5). ຫ້າມ
ວາງຂາຍເຄື່ອງເກີນຂອບ ເຂດອອກມາໜ້າຮ້ານທີ່ຄະນະ ກຳມະການຈັດງານຕະຫລາດ ນັດກຳນົດໄວ້; (6). ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດ ທະນະທຳທີ່ລາມົກ ແລະ ເສື່ອມ ຊາມຕ່າງໆເຂົ້າມາໃນງານຢ່າງ ເດັດຂາດ; (7). ຫ້າມຫລິ້ນການ ພະນັນທຸກປະເພດ; (8). ຫ້າມຂາຍເຄື່ອງຊະຊາຍໂດຍ ບໍ່ໄດ້ ຮັບອະນຸຍາດຈາກຄະນະກຳມະ ການຈັດງານຕະຫລາດນັດຢ່າງ ເດັດຂາດ; (9). ຫ້າມອາລະວາດ ຕີກັນໃນງານຢ່າງເດັດຂາດ; (10). ຫ້າມດື່ມສິ່ງມຶນເມົາເກີນຂອບເຂດຖ້າຫາກຜູ້ໃດລະເມີດ ຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫລື ນຳຕົວໄປພັກຜ່ອນ; (11). ຫ້າມ ບຸກຄົນ, ວັດ, ສຳນັກງານອົງການ, ອຳນາດການປົກຄອງ ບ້ານກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກຳມະການຈັດງານຕະຫລາດນັດ; (12). ຫ້າມຕອກ ເຫລັກ ຫລື ສິ່ງຂອງຕ່າງໆໃສ່ ພື້ນຢ່າງເດັດຂາດ; (13). ຫ້າມ ຈຳໜ່າຍ ​ແລະ ໄຫລເຮືອໄຟທີ່ ເຮັດຈາກໂຟມ ຫລື ວັດສະດຸທີ່ບໍ່ ສາມາດຍ່ອຍສະຫລາຍໂດຍທຳມະຊາດລົງ​ນ້ຳຂອງ​ຢ່າງເດັດ ຂາດ. ສຳລັບຂໍ້ຫ້າມຕ່າງໆທີ່ລະ ບຸໄວ້ຂ້າງເທິງນີ້ ຖ້າຝ່າຝືນ ຫລື ກວດພົບເຫັນຈະຖືກກ່າວເຕືອນ, ສຶກສາອົບຮົມ ແລະ ດຳ ເນີນຄະດີຕາມລະບຽບກົດໝາຍຢ່າງ ເຂັ້ມງວດ. ດັ່ງນັ້ນ, ຈຶ່ງແຈ້ງມາ ຍັງທຸກພາກສ່ວນການຈັດຕັ້ງທີ່ ກ່ຽວຂ້ອງຈົ່ງຮັບຊາບ ແລະ ນຳ ເອົາແຈ້ງການແນະນຳສະບັບນີ້ ໄປຈັດຕັ້ງເຜີຍແຜ່ໃຫ້ທົ່ວເຖິງ ແລະ ພ້ອມກັນປະຕິບັດໃຫ້ຖື ກຕ້ອງ ແລະ ເຂັ້ມງວດ.

No comments:

Post a Comment