Ad

Ad

23 September 2014

ຜູ້ແທນຂັ້ນສູງຂອງຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມມາຢ້ຽມຢາມລາວຢ່າງເປັນທາງການ


          ໃນວັນທີ 22  ກັນຍາ2014 ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ນຳໂດຍ ສະຫາຍ ສຈ.ດຣ ເວື້ອງດິງເຫວ້ ກຳມະການສູນກາງພັກ, ຫົວໜ້າຄະນະ ເສດຖະກິດສູນກາງພັກກອມມູນິດ ຫວຽດນາມພ້ອມດ້ວຍຄະນະ, ໄດ້ເດີນທາງ ມາຢ້ຽມ ຢາມລາວ ຢ່າງເປັນທາງການເພື່ອສືບສານໝາກຜົນແຫ່ງການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງ ການຂອງຄະນະຜູ້ແທນໜ່ວຍງານຄົ້ນຄວ້າ ແຜນ ຍຸດທະສາດ ການພັດທະນາເສດຖະກິດສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ບົວສອນ ບຸບ ຜາວັນໃນລະຫວ່າງເດືອນພຶດສະພາຂອງປີຜ່ານມາ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນ ໝາກຜົນລວມແຫ່ງການ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວເວົ້າລວມກໍຄືລະຫວ່າງອົງກອນຂອງສອງ ພັກໃຫ້ນັບມື້ເກີດດອກອອກຜົນຍິ່ງໆຂຶ້ນ.

     ໃນຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນຫລວງວຽງຈັນ ກໍໄດ້ມີກອງປະຊຸມພົບປະລະ ຫວ່າງຄະນະຜູ້ແທນໜ່ວຍງານ ຄົ້ນຄວ້າແຜນຍຸດທະສາດການພັດທະນາເສດຖະກິດ,ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວນຳໂດຍສະຫາຍ ບົວ ສອນ ບຸບຜາວັນກັບຄະນະຜູ້ແທນຄະ ນະເສດຖະກິດສູນກາງພັກກອມມູນິດຫວຽດນາມນຳໂດຍສະ ຫາຍ ສຈ.ດຣ ເວື້ອງດິງ ເຫວ້ ເພື່ອແລກປ່ຽນທັດສະນະນຳກັນກ່ຽວກັບສະພາບພົ້ນເດັ່ນທາງ ດ້ານເສດຖະກິດຂອງໂລກ ແລະ ພາກພື້ນທີ່ເປັນທັງກາ ລະໂອກາດແລະສິ່ງທ້າທາຍຕໍ່ເສດຖະກິດ ຂອງແຕ່ລະປະເທດ, ພ້ອມທັງ ແລກປ່ຽນຄວາມເຫັນກ່ຽວກັບວິໄສທັດຮອດປີ 2030. ພ້ອມກັນນັ້ນ, ກໍຍັງຈະໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນດ້ານເສດຖະກິດເຊິ່ງຈະມີຄະນະພັກຈາກບັນດາອົງ ການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນລວມ ທັງຈາກບັນດາສະຖາບັນຄົ້ນ ຄວ້າຕ່າງໆຂອງລາວເຂົ້າຮ່ວມນຳ. ອັນຈະເປັນການແບ່ງປັນ ບົດຮຽນອັນລໍ້າຄ່າທີ່ມີຄຸນປະ ໂຫຍດໃຫ້ແກ່ສອງຝ່າຍໃນການສຶກສາວິເຄາະສະພາບັນຫາເສດຖະກິດ ແລະ ທິດທາງໃນຕໍ່ໜ້າ ເວົ້າລວມ, ກໍຄືຈະເປັນການຊ່ວຍໃຫ້ທັງສອງຄະນະໃນການເຊີດຊູບົດບາດເປັນເສ­ທິການດ້ານເສດ ຖະກິດຊ່ວຍສູນກາງພັກຂອງຕົນ.  
   ຄະນະຜູ້ແທນເສດຖະກິດສູນກາງພັກກອມມູນິດຫວຽດນາມ ຍັງຈະສືບຕໍ່ຢູ່ຢ້ຽມຢາມລາວ ຮອດວັນທີ 25 ກັນຍາ 2014 ເພື່ອເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງລາວ ແລະ ຢ້ຽມຢາມເຮັດວຽກກັບກະຊວງແຜນການ ແລະ ການລົງທຶນ ແລະ ກະ ຊວງການເງິນ, ພ້ອມທັງຈະໄດເຂົ້າຢ້ຽມຢາມຫໍພິພິທະພັນປະທານ ໄກສອນ ພົມວິຫານ, ອະນຸສອນສະ ຖານປະທານສຸພາ ນຸວົງ ແລະ ຫົວໜ່ວຍທຸລະກິດຈຳນວນໜຶ່ງ.

No comments:

Post a Comment