Ad

Ad

23 September 2014

ລາວ-ຫວຽດນາມຮ່ວມມືພັດທະນາຕະຫຼາດທຶນ



    ຄະນະກໍາມະການຄຸ້ມຄອງ ຫຼັກຊັບທະນາຄານແຫ່ງ ສປປ ລາວ ຮ່ວມກັບຄະ ນະກໍາມະການຄຸ້ມຄອງຫຼັກຊັບ ສສ ຫວຽດ ນາມໄດ້ຈັດຕັ້ງການສຳມະນາ ພາຍ ໃຕ້ຫົວຂໍ້: “ບົດຮຽນໃນ ການພັດທະນາຕະຫຼາດທຶນຂອງ ສສ ຫວຽດນາມ “ ເຊິ່ງຈັດຂຶ້ນ ໃນວັນທີ 22 ກັນຍາຢູ່ໂຮງແຮມ ລ້ານຊ້າງ ນະຄອນຫຼວງວຽງຈັນ ແລະ ໄດ້ດຳເນີນມາເປັນເວລາ ໜຶ່ງວັນໂດຍການເປັນປະ ທານ ຮ່ວມຂອງທ່ານ ສອນໄຊ ສິດ ພະໄຊ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ແລະ ທ່ານຫງຽວນແທັງ ລອງຮອງປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ ຫວຽດນາມ, ພ້ອມນີ້ກໍມີທ່ານນາງວັດທະນາດາລາລອຍຫົວ ໜ້າສໍານັກງານ ຄະນະ ກໍາມະການຄຸ້ມຄອງຫຼັກຊັບ, ບັນດາພະນັກງານທີ່ມາຈາກ ຫ້ອງວ່າການສູນກາງພັກ, ຫ້ອງວ່າການ ລັດຖະບານ, ຄະ ນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄ ສະນາອົບຮົມສູນກາງພັກ, ບັນດາກະ ຊວງ-ທຽບເທົ່າກະຊວງ, ອົງການ ແລະ ສະຖາບັນຕ່າງໆເຂົ້າຮ່ວມຈຳນວນຫຼວງຫຼາຍ.

            ການສຳມະນາໃນຄັ້ງນີ້ ບັນດານັກວິທະຍາກອນລະດັບ ສູງຈາກຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ ຫວຽດ ນາມໄດ້ນຳສະເໜີ 6 ຫົວຂໍ້ໃຫຍ່ເຊິ່ງຫົວ ຂໍ້ທີໜຶ່ງແມ່ນການດຶງດູດບໍລິສັດລະດົມທຶນດ້ວຍການອອກຈໍາ ໜ່າຍຫຼັກຊັບ ແລະ ຈົດທະບຽນ ໃນຕະຫຼາດຫຼັກຊັບໂດຍເນັ້ນພາບລວມຂອງຕະຫຼາດຂັ້ນໜຶ່ງ ແລະ ບົດບາດຂອງລັດຖະບານໃນຕະຫຼາດຂັ້ນໜຶ່ງ, ຫົວຂໍ້ທີສອງແມ່ນການຄຸ້ມຄອງບໍລິຫານກິດຈະການ, ຫົວຂໍ້ທີສາມແມ່ນການການສ້າງຕັ້ງ ແລະ ການພັດທະນາຕະຫຼາດພັນ ທະບັດ, ຫົວຂໍ້ທີສີ່ແມ່ນສູນຊຳລະສະສາງ ແລະ ສູນຮັບຝາກຫຼັກຊັບ, ຫົວຂໍ້ທີຫ້າການເຊື່ອມໂຍງກັບຕະຫຼາດທຶນໃນພາກພື້ນ ສາກົນ ແລະ ຫົວຂໍ້ ສຸດທ້າຍແມ່ນປະສົບການຂອງ ສສ ຫວຽດນາມ ໃນໄລຍະເລີ່ມ ຕົ້ນຂອງການພັດທະນາຕະຫຼາດທຶນ.
   ທ່ານຮອງຜູ້ວ່າການທະນາ ຄານແຫ່ງ ສປປ ລາວ ເນັ້ນບາງ ຕອນວ່າ: ການພັດທະນາຕະ ຫຼາດທຶນແມ່ນການພັດທະນາ ຊ່ອງ ທາງລະດົມທຶນເຂົ້າໃສ່ການຜະລິດສິນຄ້າແລະການບໍລິການ, ເປັນສະໜາມເຝິກຝົນຫຼໍ່ຫຼອມວິ ສາຫະກິດໃຫ້ມີຄວາມເຂັ້ ມແຂງ ແລະ ມີຄວາມສາມາດແຂ່ງຂັນ ກັບສາກົນ, ພ້ອມທັງພັດທະນາຕະຫຼາດທຶນໃຫ້ເດີນໄປຄຽງຄູ່ກັບຕະຫຼາດເງິນ ຢ່າງໝັ້ນ ຄົງແນໃສ່ປະກອບສ່ວນພັດທະນາເສດຖະກິດ-ສັງຄົມໃຫ້ສາມາດເຊື່ອມໂຍງກັບສາກົນເທື່ອລະກ້າວທັງເປັນການປູພື້ນຖານ ໃຫ້ແກ່ການກ້າວສູ່ສັງຄົມນິຍົມຈຶ່ງຈໍາເປັນຕ້ອງໄດ້ມີການຖອດຖອນບົດຮຽນໃນການພັດທະນາຕະຫຼາດທຶນຈາກສາກົນເປັນ ຕົ້ນແມ່ນ ຈາກ ສສ ຫວຽດນາມ. 
    ຄະນະກໍາມະການຄຸ້ມຄອງ ຫຼັກຊັບ ສສ ຫວຽດນາມ ໄດ້ມີ ຜົນສຳເລັດໃນການພັດທະນາຕະຫຼາດພັນທະບັດ, ການຫັນວິ ສາຫະກິດເປັນບໍລິສັດມະຫາຊົນ ແລະ ອື່ນໆດ້ວຍການໝູນໃຊ້ຫົວ ຄິດປະດິດສ້າງຂອງພະນັກງານ ສສ ຫວຽດນາມ, ບົນພື້ນ ຖານສາຍພົວພັນແບບພິເສດຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ ຫວຽດນາມ ໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫຼືອຄະ ນະກໍາມະ ການຄຸ້ມຄອງຫຼັກຊັບ ສປປ ລາວ ແບບຈິງໃຈຢ່າງຕໍ່ເນື່ອງໂດຍສະເພາະແມ່ນການກໍ່ສ້າງບຸກຄະລາກອນກໍຄືການສະ ໜອງການ ເຝິກອົບຮົມທັງພາຍໃນ ສປປ ລາວ ແລະ ສສ ຫວຽດນາມ, ນອກນີ້ ຍັງໄດ້ຊຸກຍູ້ບໍລິສັດຫຼັກ ຊັບຂອງ ສສ ຫວຽດ ນາມມາສ້າງຕັ້ງບໍລິສັດຫຼັກຊັບຮ່ວມທຶນຢູ່ ສປປ ລາວ ແລະ ໃນກາງປີ 2011 ຄະນະກໍາມະການຄຸ້ມຄອງຫຼັກ ຊັບຂອງສອງປະ ເທດໄດ້ບັນລຸການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານແລະຊ່ວຍເຫຼືອກັນ ທາງດ້ານເຕັກນິກ ວິຊາການ.  

No comments:

Post a Comment