Ad

Ad

23 September 2014

ເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນຫາລືບັນຫາເຊື່ອມຈອດຕາຂ່າຍໄຟຟ້າພາກພື້ນ



     ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແລະ ບັນດາປະເທດຄູ່ເຈລະ ຈາໄດ້ໄຂຂຶ້ນໃນວັນທີ 22 ກັນຍານີ້, ຢູ່ໂຮງ ແຮມດອນຈັນພາເລດ ນະຄອນຫລວງ ວຽງຈັນ, ພາຍໃຕ້ການ ເປັນປະທານຂອງທ່ານ ດາວວົງ ພອນແກ້ວ ຫົວໜ້າກົມນະ ໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ທັງ ເປັນຫົວໜ້າຄະ ນະເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນຂອງລາວ, ເພື່ອກະກຽມເນື້ອໃນໃຫ້ແກ່ ກອງປະຊຸມລະດັບລັດຖະມົນຕີ ພະລັງານອາຊຽນຄັ້ງທີ 32 ທີ່ຈະໄຂຂຶ້ນຢ່າງເປັ ນທາງກາໃນວັນທີ 23-24 ກັນຍານີ້, ຢູ່ນະຄອນຫລວງວຽງຈັນ, ທີ່ມີຫົວຂໍ້ວ່າ: “ເຊື່ອມໂຍງໄຟຟ້າເພື່ອຄວາມ ສົມບູນ ພູນສຸກຂອງ ອາຊຽນ ”.
     ກອງປະຊຸມຄັ້ງນີ້, ຈະໄດ້ມີການທົບທວນຄືນການຈັດຕັ້ງປະຕິບັດແຜນການຮ່ວມມືກັນໃນໄລຍະຜ່ານມາ, ໂດຍສະເພາະ ບົດລາຍງານຂອງຫົວໜ້າເຈົ້າໜ້າທີ່ອາວຸໂສກ່ຽວກັບການປະຕິບັດໂຄງການຕ່າງໆໃນໜຶ່ງປີຜ່ານ ມາວ່າມີໜ້າວຽກໃດມີຜົນສຳ ເລັດ ແລະ ຍັງມີຂອດວຽກອັນໃດທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ແລະ ມີວຽກງານດ້ານໃດ ແດ່ທີ່ຈະຕ້ອງໄດ້ເອົາເຂົ້າໃນ ແຜນການຮ່ວມມືໃນຕໍ່ໜ້າ, ນອກຈາກນີ້, ສປປ ລາວ, ຍັງໄດ້ສະເໜີຫົວຂໍ້ກ່ຽວກັບການຮ່ວມມືພັດທະນາພະລັງງານຂອງ
ຕົນໄລຍະປີ 2015-2020, ພ້ອມໄດ້ຕີລາຄາ ຄືນບົດລາຍງານຂອງໜ່ວຍງານລະບົບສາຍສົ່ງໄຟຟ້າແຮງສູງເຊື່ອມຕໍ່ແຕ່ລະປະ ເທດ, ໜ່ວຍງານນ້ຳມັນ, ໜ່ວຍງານພະລັງງານນິວເຄຼຍ ແລະ ອື່ນໆ. ພ້ອມນີ້ກໍມີການຫາລືລະຫວ່າງເຈົ້າໜ້າທີ່ອາວຸໂສພະລັງ ງານອາຊຽນ+3 (ສປ ຈີນ, ສ.ເກົາຫລີ ແລະ ຍີ່ປຸ່ນ) ໄດ້ລົງເລິກໃສ່ການສະຫລຸບການຈັດຕັ້ງປະຕິບັດ ການຮ່ວມມືໃນໄລຍະ ໜຶ່ງປີຜ່ານມາ ແລະ ກຳນົດແຜນການຮ່ວມມືກັນໃນຕໍ່ໜ້າ, ເຊິ່ງຈະໄດ້ເນັ້ນໃສ່ການເຝິກອົບຮົມ, ແລກປ່ຽນ ບົດຮຽນໃຫ້ກັບ ເຈົ້າໜ້າທີ່ວິຊາການດ້ານຕ່າງໆເປັນຕົ້ນ: ການນຳໃຊ້ພະລັງງານນິວເຄຼຍເພື່ອຜະລິດໄຟຟ້າ, ການສະສົມຄັງນ້ຳມັນ, ແກ້ສ, ຄວາມ ປອດໄພໃນດ້ານການສະໜອງພະລັງງານ ແລະ ການປະຢັດພະລັງ ງານຈາກການຜະລິດເຊື້ອໄຟ, ເຊິ່ງເຫັນວ່າການໃຊ້ພະລັງ ງານດັ່ງກ່າວໄດ້ປ່ອຍອາຍກາກໂບ ນິກສູ່ຊັ້ນບັນຍາກາດຂອງໂລກ ຫລາຍຈົນເກີດເປັນພາວະອາຍ ພິດເຮືອນແກ້ວໂລກຮ້ອນ ແລະ ເຮັດໃຫ້ສະພາບອາກາດມີການ ປ່ຽນແປງຈົນເກີດໄພທຳມະຊາດຂົ່ມຂູ່ໂລກພວກເຮົາຢ່າງຮ້າຍ ແຮງໃນຫລາຍປີມານີ້.
     ທ່ານຫົວໜ້າເຈົ້າໜ້າທີ່ອາ ວຸໂສພະລັງງານອາຊຽນລາວ ກ່າວວ່າ: ສຳລັບການເຊື່ອມ ໂຍງລະບົບສາຍສົ່ງໄຟຟ້າໃນ ກອບ ອາຊຽນນີ້, ຜ່ານມາກໍໄດ້ມີການສຶກສາ ແລະ ສຳຫລວດ ຫລາຍຮູບແບບ, ແຕ່ກໍຍັງບໍ່ໄດ້ມີ ການເຊື່ອມຈອດກັນກວ້າງ ຂວາງ ເທົ່າທີ່ຄວນ, ເຊິ່ງມີພຽງບາງປະເທດໃກ້ຄຽງທີ່ໄດ້ຈັດ ຕັ້ງປະຕິບັດ ເຊັ່ນ: ລາວ-ໄທ, ໄທ- ມາເລເຊຍຫລືມາເລເຊຍ-ສິງກະ ໂປ, ສະນັ້ນ, ກອງປະຊຸມຄັ້ງນີ້ ແມ່ນຈະໄດ້ຢ້ຳຄືນການປະຕິບັດແຜນງານເຊື່ອມຈອດພະລັງງານອາຊຽນໃຫ້ກວ້າງຂວາງກວ່າ ເກົ່າ, ໂດຍເລີ່ມຈາກການປຶກສາ ຫາລືຂອງ 4 ປະເທດຄື: ລາວ, ໄທ, ມາເລເຊຍ ແລະ ສິງກະໂປ ເພື່ອເອົາບົດຮຽນຕົວຈິງຂອງການ ຮ່ວມມືໃນໄລຍະຜ່ານມາ, ມາສຶກສາຄົ້ນຄວ້າວ່າມີຂໍ້ສະ ດວກ ແລະ ຫຍຸ້ງຍາກແນວໃດ ເພື່ອສະເໜີຕໍ່ກອງປະຊຸມລະດັບລັດ ຖະມົນຕີພະລັງງານອາຊຽນມີຄຳເຫັນ ແລະ ພິຈາລະນາໃນ ການລິເລີ່ມການເຊື່ອມຈອດໂຄງຂ່າຍໄຟຟ້າໃນບັນດາປະເທດ ພາກພື້ນອາຊຽນໃນຕໍ່ໜ້າໃຫ້ບັນລຸຜົນສຳເລັດ.

No comments:

Post a Comment