Ad

Ad

24 September 2014

ປກສ ໄຊເສດຖາ ຈັບໂຈນງັດແງະຕົວອັນຕະລາຍ



    ເຈົ້າໜ້າທີ່ ປສກ ເມືອງໄຊ ເສດຖາ, ນະຄອນຫລວງວຽງ ຈັນ ໃຫ້ຮູ້ວ່າ: ພາຍ ຫລັງໄດ້ຮັບ ແຈ້ງຈາກຜູ້ເສຍຫາຍຢູ່ບ້ານທາດ ຫລວງໃຕ້ ເມືອງໄຊເສດຖາ ເມື່ອ ວັນທີ 21 ກໍລະກົດ 2014 ວ່າ: ໄດ້ມີຄົນຮ້າຍງັດຮ້ານຂາຍ ເຄື່ອງອາໄຫລ່ຂອງຕົນ ແລະ ກວາດເງິນໃນຕູ້ເຊັບໄປຫລາຍ ກວ່າ 30 ລ້ານກີບກັບ 500 ໂດລາ ສະຫະລັດ, ຈຶ່ງໄດ້ຈັດກຳລັງຕິດ ຕາມຄັດຈ້ອນເປົ້າໝາຍ ແລະ ຕົກມາຮອດວັນທີ 18 ກັນຍາ 2014 ຈຶ່ງສາມາດຈັບຄົນຮ້າຍ ທີ່ລົງມືກໍ່ເຫດໄດ້ຄື: ທ້າວ ສອນ ທະວີ ຫລື ນົກ (ສາວປະ ເພດ ສອງ) ອາຍຸ 25 ປີຢູ່ບ້ານທາດ ຫລວງໃຕ້, ເມືອງໄຊເສດຖາ. ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາ ລະພາບຕໍ່ເຈົ້າ ໜ້າທີ່ວ່າ: ເວລາປະມານ 18:00 ໂມງ, ຕົນໄດ້ງັດເຂົ້າເຮືອນໃກ້ ຄຽງຫລັງໜຶ່ງແລ້ວໄຕ່ໄປຕາມ ຫລັງຄາຮ້ານ
ເປົ້າໝາຍແລ້ວງັດ ກະເບື້ອງອອກ ແລະ ເຈາະເພດານລົງແລ້ວໃຊ້ເຊືອກທີ່ກຽມ ມາມັດໃສ່ຂື່ຢ່ອນລົງໄປຮື້ຄົ້ນເອົາຊັບສີນ ແລະ ເງິນໃນຕູ້ເຊັບພາຍ ໃນຮ້ານດັ່ງກ່າວຈຳນວນ 30 ລ້ານກີບ ແລະ 500 ໂດລາສະຫະລັດ, ຫລັງຈາກນັ້ນກໍໄດ້ອອກມາທາງເກົ່າ ແລະ ເອົາຕົວ ຫລົບ ໜີໄປເຊົ່າເຮືອນຢູ່ບ່ອນໃໝ່ໄດ້ໄລຍະໜຶ່ງ, ພໍກັບມາເຮືອນຈຶ່ງຖືກ ເຈົ້າໜ້າທີ່ຈັບຕົວມາດຳເນີນຄະ ດີ.
    ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ກ່ຽວ ເຄີຍຕ້ອງໂທດມາແລ້ວເປັນເວ ລາ 1 ປີເມື່ອປີ 2007 ແລະ 2 ປີ ໃນປີ 2009 ຍ້ອນລັກຊັບ ພົນລະເມືອງ.  

No comments:

Post a Comment