Ad

Ad

24 September 2014

ສານນະຄອນຫລວງຕັດສີນລົງໂທດຜູ້ຄ້າມະນຸດຂ້າມຊາດຈຳ ຄຸກ 15 ປີ



    ເມື່ອບໍ່ດົນມານີ້, ສານນະຄອນ ຫລວງວຽງຈັນໄດ້ຕັດສິນລົງ ໂທດນາງ ປານີ ອາຍຸ 33 ປີຢູ່ ບ້ານຈອມເພັດ ເມືອງສີສັດຕະ ນາກ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກເປັນເວລາ 15 ປີ, ພ້ອມ ປັບໃໝເງິນ 100 ລ້ານກີບ, ໂດຍ ຜູ້ກ່ຽວຖືກເຈົ້າໜ້າທີ່ຈັບ ຕົວໄດ້ ເມື່ອຕົ້ນ ເດືອນພຶດສະພາ 2014 ໃນຂໍ້ຫາຄ້າມະນຸດ, ເຊິ່ງໃນປີ 2011 ນາງປານີ ໄດ້ຕົວະຍົວະ ຫລອກຫລວງຍິງ ລາວ ອາຍຸແຕ່ 17-23 ປີຈຳນວນ 7 ຄົນ, ວ່າຈະ ພາໄປເຮັດວຽກ ເສີບອາຫານຢູ່ ປະເທດໄທ, ເນື່ອງຈາກມີລາຍ ໄດ້ດີ, ແຕ່ສຸດທ້າຍ ໄດ້ເອົາຍິງຈຳນວນ ດັ່ງກ່າວໄປຂາຍເຂົ້າ ຮ້ານບໍລິການຂອງນ້ອງສາວຜູ້ ກ່ຽວ ແລະ ບີບບັງຄັບໃຫ້ຍິງ ສາວຕ້ອງ ຂາຍບໍລິການທາງ ເພດເພື່ອເອົາເງິນມາໃຊ້ໜີ້ນ້ອງສາວສຳລັບຄ່າແລ່ນເອກກະສານ ຕ່າງໆ, ເຊິ່ງຍິງສາວຈຳນວນ ດັ່ງກ່າວບໍ່ມີທາງເລືອກ ແລະ ຕ້ອງ ທົນທຸກທໍລະມານຈຳຍອມ ຂາຍບໍລິການທາງເພດເປັນເວ ລາສອງປີ, ກ່ອນຈະມີເຈົ້າໜ້າທີ່ ຕຳຫລວດໄທໄປກວດກາ ແລະ ຊ່ວຍເຫລືອຍິງສາວທັງໝົດ ອອກມາໄດ້ ແລະ ສົ່ງກັບຄືນປະເທດ.

No comments:

Post a Comment