Ad

Ad

24 September 2014

ອິດທິພົນພາຍຸແຄວແມກິສົ່ງຜົນໃຫ້ເກີດນ້ຳຖ້ວມເຮືອນຊານ ແລະຖະໜົນຫລາຍສາຍໃນຫຼວງພະບາງ



   ຕາມການຄາດຄະເນໃນເບື້ອງ ຕົ້ນຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 16-17 ກັນຍາທີ່ຜ່ານມາ, ເນື່ອງຈາກ ອິດທິພົນ ຂອງພາຍຸແຄວແມກິ ພັດຜ່ານແຂວງຫລວງພະບາງ ແລະ ບັນດາແຂວງພາກເໜືອ ໄດ້ ເກີດມີສະພາບຝົນຕົກໜັກຕິດຕໍ່ກັນເຮັດໃຫ້ຫ້ວຍຮ່ອງ ແລະ ສາຂາແມ່ນ້ຳ ຂອງຫລາຍສາຍຢູ່ຫລວງພະບາງຍຶ່ງລົ້ນຝັ່ງໄຫລ ເຂົ້າຖ້ວມເຮືອນຊານບ້ານຊ່ອງ ເນື້ອທີ່ປູກຝັງລວມໄປເຖິງເສັ້ນ ທາງຄົມມະນາຄົມ ແລະ ຂົວ ຫລາຍແຫ່ງນັບ ແຕ່ຢູ່ຖະໜົນ ເທດສະບານແຂວງຫລວງພະບາງ ອອກໄປສູ່ເມືອງຕ່າງໆ, ເປ່ເພ ເສຍຫາຍໜັກຕົກເປັນມູນຄ່າ ເກືອບ 100 ຕື້ກີບ. ເຖິງວ່າປັດ ຈຸບັນທາງແຂວງໄດ້ສຸມໃສ່ແກ້ໄຂເສັ້ນທາງບາງຈຸດແຕ່ ຈຸດເຮັດໃຫ້ການສັນຈອນໄປມາພົບ ຄວາມຫຍຸ້ງຍາກ.

     ທ່ານ ຄຳສີ ສຸວັນທອງ ຮອງ ຂະແໜງຄຸ້ມຄອງທາງບົກ ພະ ແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ໃຫ້ຮູ້ ວ່າ: ຕາມຕົວເລກທີ່ເກັບກຳໄດ້ໃນ ເບື້ອງຕົ້ນກ່ຽວກັບຜົນເສຍຫາຍ ຈາກນ້ຳຖ້ວມກະທັນຫັນໃນອາທິດຜ່ານມາຢູ່ແຂວງຂອງ ຕົນມີຂົວ ແລະ ເສັ້ນທາງຖືກນ້ຳໄຫລ ຊຸເປ່ເພໜັກເປັນຫລາຍ10 ເສັ້ນ, ທີ່ນອນຢູ່ໃນ 12 ຕົວເມືອງທົ່ວແຂວງ, ໃນນີ້ເສັ້ນທາງ ທີ່ໜັກ ກວ່າໝູ່ແມ່ນເສັ້ນທາງເລກທີ 2507 ຈາກເມືອງພູຄູນໄປສູ່ ເມືອງອື່ນໆຂອງແຂວງມີໄລຍະຍາວປະມານ 67 ກິໂລ ແມັດ, ລວມມີຂົວ 10 ແຫ່ງ, ໃນນີ້ ສະ ເພາະເສັ້ນທາງເລກທີ 2507 ມີ ຂົວ 3 ແຫ່ງ, ເມືອງໂພນໄຊ ມີຂົວ 4 ແຫ່ງ ແລະ ເມືອງຫລວງພະບາງ ມີຂົວ 3 ແຫ່ງເປ່ເພໜັກ ແລະ ປັດຈຸບັນທາງແຂວງໄດ້ ນຳໃຊ້ງົບປະມານສຸກເສີນເຂົ້າໃນການສ້ອມ ແປງແກ້ໄຂເປັນການຊົ່ວຄາວເພື່ອບໍ່ໃຫ້ເສັ້ນທາງຖືກຕັດຂາດ ແລະ ຂະນະນີ້, ທ້ອງຖິ່ນກໍໄດ້ສົ່ງລາຍງານຂໍການຊ່ວຍເຫລືອ ຈາກກະຊວງເພື່ອການສ້ອມແປງຂົວ ແລະ ເສັ້ນທາງທີ່ເປ່ເພໃຫ້ສຳເລັດລົງໂດຍໄວເພື່ອຮັບປະກັນໃຫ້ການຄົມມະນາຄົມຄືນສູ່ ສະພາບປົກກະຕິ.

No comments:

Post a Comment