Ad

Ad

24 September 2014

ແກ໊ສລະເບີດຫ້ອງອາຫານຊັ້ນ 3 ຕຶກສາກົນການບິນລາວ



     ເກີດເຫດແກ໊ສລະເບີດຂຶ້ນໃນເວລາປະມານ 20 ໂມງ 15 ນາທີ ຢູ່ຫ້ອງການອາຫານຊັ້ນ 3 ຂອງອາຄານຜູ້ໂດຍສານຕ່າງ ປະເທດ (ຕຶກສາກົນ) ສະໜາມບິນສາກົນວັດໄຕຍ້ອນທໍ່ຖັງແກ໊ສຮົ່ວໃນຫ້ອງອາຫານຂອງບໍລິສັດບໍລິການສະໜາມບິນ ຫລື ແອວ ແຈັດແລ້ວເກີດໄຟລຸກເປັນແປວຂຶ້ນ, ເຫດການຄັ້ງນີ້ ມີຜູ້ໄດ້ຮັບ ບາດເຈັບຈາກໄຟລວກເລັກຫນ້ອຍຈຳນວນ 2 ຄົນ, ໂຊກດີບໍ່ມີຜູ້ໃດເສຍຊີວິດ ແລະ ເກີດອັກຄີໄພຮຸນແຮງ.
     ທ່ານ ຢາກົວ ລໍປັງກາວ ຫົວໜ້າກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງກ່າວວ່າ: ເຫດການດັ່ງ ກ່າວແມ່ນເກີດຈາກທໍ່ຖັງແກ໊ສຮົ່ວແລ້ວເກີດເປັນໄຟລຸກໃໝ້ຫ້ອງແຕ່ງກິນຂອງຕຶກອາຄານດັ່ງກ່າວຂອງລັດວິສາຫະກິດການ ບິນລາວ.

     ຈາກນັ້ນປະມານ 20 ນາທີ, ເຈົ້າໜ້າທີ່ດັບເພີງກໍສາມາດຄວບຄຸມໄຟໄວ້ໄດ້ ແລະ ອີກປະມານ 1 ຊົ່ວໂມງຕໍ່ມາເຈົ້າໜ້າທີ່ ສາມາດ ເຂົ້າໄປກວດກາສະຖານທີ່ເກີດ ເຫດ. ປັດຈຸບັນສະພາບການບໍລິ ການຕະຫລອດຮອດຖ້ຽວບິນກໍ ດຳເນີນເປັນປົກ ກະຕິ.
     ເຈົ້າໜ້າທີ່ກູ້ໄພນະຄອນ ຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ເມື່ອໄດ້ຮັບແຈ້ງເຫດປະມານ 20 ໂມງ 15 ນາທີ ກໍໄດ້ເຂົ້າໄປຊ່ວຍ ເຫລືອແຕ່ກ່ອນໜ້ານີ້ເຈົ້າໜ້າທີ່ ດັບເພິງກໍໄດ້ທຳການດັບໄຟຢູ່ ກ່ອນແລ້ວຈາກການພົບເຫັນຕົວຈິງເຫັນວ່າເກີດມາຈາກທໍ່ສົ່ງ ແກ໊ສຮົ່ວຈຶ່ງເຮັດໃຫ້ເກີດໄຟໄໝ້ ແຕ່ບໍ່ເຖິງຂັ້ນຮ້າຍແຮງ.

No comments:

Post a Comment