Ad

Ad

24 September 2014

ສາລະວັນອັດຊ່ອງຫວ່າງຮົ່ວໄຫລໄດ້ດີ 9 ເດືອນປີນີ້ເກັບລາຍ​ຮັບ​ໄດ້​ລື່ນ​ແຜນ 50%



   ໃນ​ໄລຍະ 9 ​ເດືອນທີ່​ຜ່ານ​ມານີ້,​ ແຂວງ​ສາລະ​ວັນ​, ສາມາດ​ຂຸດ​ຄົ້ນ​ລາຍ​ຮັບ​ໄດ້ 120 ຕື້ກວ່າ​ກີບ, ລື່ນແຜນທີ່​ສະພາ​ແຫ່ງ​ຊາດ​ກໍ​ຄື​ລັດຖະບານ​ມອບ​ໃຫ້​​ກວ່າ 50%​ ເນື່ອງ​ຈາກ, ໄດ້​ມີ​ການ​ອັດ​ຊ່ອງ​ຫວ່າງ​ການ​ຮົ່ວ​ໄຫລ​ດ້ານ​ອາ ກອນ, ກວດກາ​ຄືນ​ບັນດາ​ລະ ບອບ​ລະບຽບການທີ່​ກົດ​ໜ່ວງ​ຖ່ວງ​ດຶງ​ຕໍ່​ການ​ເກັບ​ລາຍ​ຮັບ​ໃນ​ໄລຍະ​ຜ່ານ​ມາດ້ວຍ​ຫລາຍ​ວິທີ ແລະ ການ​ກວດກາ​ບັນດາ​ໂຮງ ງານ​ປຸງ​ແຕ່ງ​ຜະລິດ​ຕະພັນ​ໄມ້ທີ່​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງແລ້ວ​ດຳ​ເນີນ​ຕາມ​ຂັ້ນຕອນ​ຂອງ​ກົດໝາຍ​ດ້ວຍ​ການ​ປັບ​ໄໝ ​ແລະ ​ເສຍ​ພັນ ທະ​ໃຫ້​ລັດຖະບານ​ຢ່າງ​ຖືກຕ້ອງ.
    ທ່ານ ສີ​ເຮັງ ຫອມ​ສົມບັດ ຮອງ​ເຈົ້າ​ແຂວງ​ໆສາລະ​ວັນ,ໄດ້​ໃຫ້​ຮູ້ວ່າ: ​ການ​ຂຸດ​ຄົ້ນ​ລາຍ​ຮັບ​ເປັນ​ວຽກໜຶ່ງ​ທີ່​ການ​ນຳ​ແຂວງ​ສາລະ​ວັນ, ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເນື່ອງ​ຈາກ​​ຖ້າ​ຢາກ​ສ້າງ​ແຂວງ​ເປັນ​ຫົວ​ໜ່ວຍຍຸດ​ທະ​ສາດ ​ເຊິ່ງກ່ອນ​ອື່ນໝົດ​ຕ້ອງມີ​ງົບປະ ມານ, ມີ​ທຶນຮອນ​ຢ່າງ​ພຽງພໍ, ສະນັ້ນ, ການ​ຂຸດ​ຄົ້ນ​ລາຍ​ຮັບ ແລະ ຊອກ​ຫາ​ແຫ​ລ່ງລາຍ​ຮັບ​ເພື່ອ​ກ້າວ​ໄປ​ເຖິງ​ການ​ກຸ້ມ​ຕົນ​ເອງ​ທາງ​ດ້ານ​ງົບປະມານແມ່ນ​ເປັນ​ບັນຫາ​ສຳຄັນ​ທີ່​ແຂວງ​ສາ ລະ​ວັນພວມ​ສຸມ​ໃສ່ຈັດຕັ້ງປະ ຕິບັດ​ຢ່າ​ງຕັ້ງໜ້າ. ສຳລັບ​ລາຍ​ຮັບ​ທີ່​ສາມາດ​ປະຕິບັດ​ໄດ້​ລື່ນ​ແຜນການ​ໃນ​ສົກ​ປີນີ້, ສ່ວນ​ຫລາຍ​ແມ່ນ​ໄດ້​ມາ​ຈາກ​ພາສີ​ອາກອນ, ສ່ວຍ​ສາ​ອາກອນ​ທີ່​ໄດ້​ມີ​ການ​ກວດກາ​ຄືນ​ຖານ​ອາກອນ​ເກົ່າ​ທີ່​ຍັງ​ຕົກ​ຄ້າງ, ລາຍ​ຮັບ​ຈາກ ພາສີ​ທີ່​ດິນ ​ແລະ ລາຍ​ຮັບ​ຈາກ​ຊັບ​ສິນ, ພາຍຫລັງ​ທີ່​ຂຸດ​ຄົ້ນ​ລາຍ​ຮັບ​ໄດ້ແລ້ວ, ລັດຖະບານ​ໄດ້​ອະນຸຍາດ​ໃຫ້​ຫັນ​ເອົາ​ລາຍ​ຮັບ​ຈຳນວນ​ໜຶ່ງ​ເປັນ​ລາຍ​ຮັບ​ຂອງ​ທ້ອງ​ຖິ່ນ.

     ທ່ານ​ຮອງ​ເຈົ້າ​​ແຂວງໆ​ສາລະ​ວັນໃຫ້​ຮູ້​ວ່າ: ໃນ​ສົກ​ປີ 2013- 2014 ນີ້ ​ໂດ​ຍລວມ​ເສດຖະກິດ​ທົ່ວ​ແຂວງ​ສາລະ​ວັນ​, ຍັງ​ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ແລະ ໝັ້ນທ່ຽງ​ໃນ​ລະດັບ 11-12%, ລວມຍອດ​ຜະລິດ​ຕະພັນພາຍໃນ​ບັນລຸ 3.312 ຕື້ກວ່າ​ກີບ, ໃນ​ນັ້ນ, ກະສິກຳ-ປ່າ​ໄມ້​ກວມ 43,63%, ອຸດສາຫະກຳ​ 23,29% ​ແລະ ການ​ບໍລິການ 32,33%; ມີ​ໂຄງ ການ​ລົງທຶນ​ທັງ​ໝົດ 185 ໂຄງ ການໃນ​ວົງ​ເງິນ​ທີ່​ລັດຖະບານ​ໄດ້​ຮັບຮອງ​ເອົາ 62 ຕື້ກວ່າ​ກີບ.ມາ​ຮອດ​ປັດຈຸບັນປະຕິບັດ​ໄດ້ 155  ໂຄງ ການ, ຜະລິດ​ເຂົ້າ​ໄດ້ 2 ແສນກວ່າ​ໂຕນ, ປູກ​ພືດ​ລະດູ​ແລ້ງ 4.300 ກວ່າ​ເຮັກຕາ, ຜົນ​ຜະລິດ 21 ພັນກວ່າ​ໂຕນ, ການ​ຂົນ​ສົ່ງ​ສິນຄ້າ ​ແລະ ຂົນ​ສົ່ງ​ໂດຍ ສານ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ, ຈໍລະ​ຈອນ​ສິນຄ້າ​ໄດ້ 262 ​ໂຕນ, ບໍລິ​ມາດ​ຂົນ​ສົ່ງ​ໂດຍສານ 1,3 ລ້ານ ເທື່ອ​ຄົນ ​ແລະ ວຽກ​ງານ​ການ ທ່ອງທ່ຽວກໍ​ໄດ້​ຮັບ​ການ​ພັດທະ ນາທົ່ວ​ແຂວງ​ມີ​ແຫ​ລ່ງທ່ອງ​ທ່ຽວ 70 ​ແຫ່ງ, ສາມາດ​ສ້າງ​ລາຍ​ຮັບ ຈາກ​ການທ່ອງທ່ຽວ 110 ຕື້ກວ່າ​ກີບ.

No comments:

Post a Comment