Ad

Ad

24 September 2014

ຮອດປີ 2015 ຈະສູ້ຊົນຜະລິດເຂົ້າ ໃຫ້ໄດ້ 4,2 ລ້ານໂຕນ



          ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິ ກຳ ແລະ ປ່າໄມ້ ໃຫ້ຮູ້ໃນວັນທີ 22 ກັນຍານີ້ວ່າ: ເພື່ອຮັບປະກັນບັນດາຄາດໝາຍການຜະລິດ ເຂົ້າ ໃຫ້ໄດ້ນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ໄດ້ດຳເນີນການຈັດ ຕັ້ງຜັນຂະຫຍາຍ ບັນດາແຜນງານ, ໂຄງການຕາມທ່າແຮງບົ່ມຊ້ອນຂອງເຂດແຄວ້ນທາງ ດ້ານກະສິກຳ ໂດຍສຸມໃສ່ 7 ທົ່ງ ພຽງບູລິມະສິດ, ພ້ອມທັງ ເອົາໃຈໃສ່ພັດທະນາບັນດາທົ່ງພຽງ ນ້ອຍທາງພາກເໜືອ ແລະ ຮັບ ປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການ ສົ່ງອອກນັ້ນຍັງຈະຕ້ອງໄດ້ສົ່ງເສີມການກະສິກຳແບບປະສົມປະ ສານ, ກະສິກຳສະອາດ ແລະ ກະສິກຳປອດສານພິ ດອີກດ້ວຍ. ໃນຫລາຍປີຜ່ານມາ, ຂະບວນການຜະລິດໄດ້ມີການປ່ຽນແປງດີຂຶ້ນຢ່າງຕັ້ງໜ້າ, ປະຊາຊົນມີຄວາມກະຕືລືລົ້ນ, ຕື່ນຕົວ ແລະ ເປັນເຈົ້າການຫລາຍຂຶ້ນ, ກະສິກອນສ່ວນຫລາຍຫັນມານຳໃຊ້ແນວພັນປັບປຸງເປັນຂະ ບວນການເພີ່ມຂຶ້ນ,
ມີການນຳໃຊ້ກົນຈັກເຂົ້າໃນການຜະລິດ (ກະ ກຽມດິນ, ຄາດໄຖ ແລະ ປັກດຳ) ເພີ່ມຂຶ້ນ, ນອກຈາກນັ້ນຍັງມີການອົບຮົມ ທາງດ້ານເຕັກນິກວິຊາການຢ່າງເປັນຂະບວນກວ້າງຂວາງບວກກັບການຊ່ວຍເຫລືອຢ່າງໃກ້ຊິດຂອງບັນດາພະນັກງານວິຊາ ການຂອງຂະແໜງການຢູ່ທ້ອງຖິ່ນ.
     ນອກຈາກການສູ້ຊົນຜະລິດ ເຂົ້າໃຫ້ບັນລຸຕາມແຜນການ ແລ້ວ, ຮອດປີ 2015 ຂະແໜງ ການກ່ຽວຂ້ອງຈະສູ້ຊົນຜະລິດຊີ້ນໃຫ້ໄດ້ 221,5 ພັນໂຕນຕໍ່ປີ, ຜະລິດສັດນ້ຳ (ປາ, ກົບ, ກຸ້ງ...) ໃຫ້ໄດ້ 157,2 ພັນໂຕນຕໍ່ປີ, ຂະນະດຽວກັນ ກໍເລັ່ງພັດທະນາປ່າໄມ້ດ້ວຍການເພີ່ມການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 65%; ຟື້ນຟູປ່າທຳມະຊາດໃຫ້ໄດ້ 3,9 ລ້ານ ເຮັກຕາ ແລະ ປູກໄມ້ໃຫ້ໄດ້ 2 ແສນເຮັກຕາ.

No comments:

Post a Comment