Ad

Ad

22 September 2014

ໂຄລາວນຳ​ສະ​ເໜີ​ລົດ​ລຸ້ນ​ໃໝ່ ເກຍAll New Soul



     ໃນວັນ​ທີ 19 ກັນຍາ​​ນີ້, ບໍລິ ສັດໂຄລາວ​ໄດ້​ນຳ​ສະ​ເໜີ​ລົດ​ເກຍ ລຸ້ນ​ໃໝ່ All New Soul ຂຶ້ນຢູ່​ທີ່​ຕົວ​ແທນ​ຈຳໜ່າຍ​ເກ​ຍຖະໜົນ T2 ນະຄອນຫລວງ​ວຽງ​ຈັນ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ບູຊິກ ກຄິມ ອຳນວຍ​ການ​ໃຫຍ່​ບໍລິສັດ ໂຄ​ລາວພ້ອມ​ຄະນະຜູ້ບໍລິຫານ ແລະ ລູກ​ຄ້າເຂົ້າຮ່ວມ​ເປັນ​ຈຳ ນວນ​ຫລາຍ.
     ທ່ານ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ ​ໂຄ​ລາວ ກ່າວ​ວ່າ: ລົດ ເກຍ​ລຸ້ນ​ໃໝ່ All New Soul ​ເປັນ​ນະ​ວັດຕະ​ກຳ​ໃໝ່​ຂອງ​ໂຄ​ລາວ, ທີມີຮູບ​ໂສມ​ໃໝ່​ກວ້າງຂວາງ​ຂຶ້ນກວ່າ​ລົດ​ລຸ້ນ​ເກົ່າເຖິງ 15 ມິນ​ລີ​ແມັດ, ມີ​ຂະໜາດ​ຍາວ​ຂຶ້ນ​ ​ແລະ​ ຕ່ຳ​ກວ່າ​ໂຊ​ກ່ອນ, ທີ່​ສຳຄັນ​ແມ່ນ​ມີ​ຄວາມ​ແຂງ​ແກ່ນ​ທົນ​ທານ, ຄວາມ​ປານີດ​ທັງ​ພາຍ​ໃນ ​ແລະ ພາຍ​ນອກ​ຄ້າຍຄື​ລົດ​ຈິບ​ແບບ​ສະ ປອດ ​ແລະ ​ພ້ອມທັງເພີ່ມ​ຄວາມ​ທັນ​ສະ​ໄໝ​ຂອງ​ເຕັກ​ໂນ​ໂລ​ຊີ ແລະ ປະສິດທິພາບ​ຂອງ​ເຄື່ອງ​ຈັກ​ໃນ​ການ​ຂັບ​ຂີ່​ທີ່​ປອດໄພ, ຕາ​ໄຟ​ໜ້າ ແລະ ທ້າຍ​ໃນ​ຮູບ​ແບບ LED, ພ້ອມໄຟຕັດ
ໝອກບົ່ງ​ບອກ​ເຖິງ​ຄວາມ​ເປັນ​ເອກະລັກ​ຂອງ All New Soul ​ເຊິ່ງດ້ານ​ໃນ​ແມ່ນ​ມີ​ການ​ປັບປ່ຽ​​ນຫຼາຍ ຂຶ້ນຢ່າງຫລູຫລາ​ ​ແລະ ມີ​ປະ ສິດທິພາບ​, ພ້ອມ​ນັ້ນຍັງ​ມີໜ້າ​ຈໍ​ສະ​ແດງ​ຜົນ 4,3 ນິ້ວ ພ້ອມ​ກ້ອງ​ຊ່ວຍ​ໃນ​ການ​ຖອຍຫຼັງ ​ແລະ ​ເຊັນ​ເຊີ​ທາງ​ດ້ານ​ໜ້າ ​ແລະ ດ້ານ​ຫລັງ ​ເພື່ອ​ໃຫ້​ງ່າຍ​ໃນ​ການ​ຂັບຂີ່ມີ​ຄວາມ​ປອດ​ໄພ​ດີ​ຂຶ້ນ ​ເຊັ່ນ​ດຽວ​ກັບ​ເບາະ​ນັ່ງ​ຂອງ​ຄົນ​ຂັບ​ສາມາດ​ປັບ​ດ້ວຍ ລະບົບ​ໄຟຟ້າ​ເຖິງ 8 ລະ ດັບ ​ແລະ ສາມາດ​ປັບ​ລະດັບ​ອາຍ​ອຸ່ນຜ່ານ​ຊ່ອງ​ລະບາຍ​ອາ ກາດ​​ເບາະ​ຄົນ​ຂັບ​ໄດ້​ຕາມ​ທີ່​ຕ້ອງການ.
     ທ່ານ​ອຳນວຍ​ການ​ກ່າວ​ອີກ​ວ່າ: All New Soul ລຸ້ນ​ໃໝ່​ນີ້ ມາ​ໃນ​ຮູບ​ແບບ​ຈັກ​ກາ​ຊວນ, ​ ພ້ອມ​ລະບົບ​ເກ​ຍ 6 ສະ​ປີດ (ມີ​ທັງ​ເກ​ຍ​ໂອ​ໂຕ ​ແລະ ​ເກ​ຍ​ກະປຸກ). ເຊິ່ງ ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ: ລົດ​ລຸ້ນນີ້ຈະ​ສາມາດ​ບັນລຸ​ເປົ້າໝາຍ​ຈຳໜ່າຍ​ໄດ້​ໃນ​ລາວ ​ເນື່ອງ​ຈາກ​ວ່າ​ລົດ​ດັ່ງກ່າວ​ໄດ້​ມີ​ການ​ປ່ຽນ​ຮູບ​ໂຊມ​ໃໝ່ ​ໂດຍ​ການ​ອອກ​ແບບ​ທີ່​ຫລູຫລາ​ທັນ​ສະ​ໄໝ​ຂຶ້ນ ແລະ ກິນ​ນ້ຳມັນ​ປະຢັດ​ເປັນ​ເລີດ 19.2 ກິໂລແມັດ/ລິດ, ພ້ອມ​ກັບ​ສິ່ງ​ອຳນວຍ​ຄວາມ​ສະດວກ​ອື່ນໆອີກ.

No comments:

Post a Comment