Ad

Ad

22 September 2014

ອົງການການເງິນສາກົນ (IFC) ຮ່ວມຫາລື ແລະ ປະກອບ ຄຳເຫັນໃສ່ຮ່າງກົດໝາຍວ່າ ດ້ວຍຊັບພະຍາກອນນ້ຳສະບັບປັບປຸງ



     ໃນວັນທີ 18 ກັນຍານີ້, ອົງການການເງິນສາກົນ (IFC), ຊຶ່ງເປັນໜຶ່ງໃນສະມາຊິກຂອງ ກຸ່ມທະນາຄານໂລກໄດ້ຮ່ວມກັບ ລັດຖະບານລາວຈັດກອງປະຊຸມປຶກສາຫາລືຂຶ້ນຢູ່ນະຄອນຫລວງວຽງຈັນ, ໂດຍການສະໜັບສະ ໜູນຂອງທະນາຄານໂລກ ເພື່ອນຳສະເໜີຮ່າງກົດໝາຍວ່າດ້ວຍຊັບພະຍາກອນນ້ຳສະບັບປັບປຸງທີ່ລວມເອົາຂໍ້ກຳນົດວ່າດ້ວຍສິດຂອງການນຳໃຊ້ນ້ຳເຂົ້າ ຕື່ມເພື່ອ ຮັບປະກັນຄວາມສະເໝີພາບ ທາງດ້ານສິດການນຳໃຊ້ ແລະ ການຄຸ້ມຄອງຊັບພະຍາກອນນ້ຳຢູ່ໃນ ສປປ ລາວ.
     ໃນກອງປະຊຸມນີ້ ມີຜູ້ຕາງ ໜ້າຫລາຍກວ່າ 40 ທ່ານ ເຂົ້າ ຮ່ວມ ແລະ ປະກອບຄຳເຫັນໃສ່ ຮ່າງກົດໝາຍດັ່ງກ່າວຈາກອົງ ການຈັດຕັ້ງສັງຄົມ, ອົງການຈັດ ຕັ້ງສາກົນ, ພາກເອກະຊົນ, ຄູ່ ຮ່ວມພັດທະນາ ແລະ ສະຖາບັນ ການສຶກສາຕ່າງໆ, ຜູ້ເຂົ້າ ຮ່ວມກອງປະຊຸມໄດ້ສະເໜີຄຳຄິດເຫັນຫລາຍບັນຫາເປັນຕົ້ນແມ່ນການປົກປ້ອງສິດການນຳໃຊ້ຊັບພະ ຍາກອນນ້ຳຂະໜາດນ້ ອຍຂອງປະຊາຊົນ, ຊຶ່ງການດຳລົງຊີວິດ ຂອງເຂົາເຈົ້າແມ່ນຂຶ້ນກັບຄວາມສາມາດໃນການເຂົ້າເຖິງການ ນຳໃຊ້ນ້ຳໂດຍກົງ ແລະ ນອກ ຈາກນັ້ນຍັງໄດ້ສະເໜີໃຫ້ມີການປັບປຸງເພີ່ມເຕີມກ່ຽວກັບນິຍາມ ຄຳສັບຕ່າງໆໃຫ້ມີຄວາມຈະແຈ້ງຂຶ້ນຕື່ມເປັນຕົ້ນ ແມ່ນການນຳໃຊ້ຂະໜາດນ້ອຍ, ກາງ ແລະ ໃຫຍ່ກ່ອນຈະນຳໄປສະເໜີຕໍ່ສະພາແຫ່ງຊາດເພື່ອການຮອງຮັບໃນທ້າຍປີນີ້.

     IFC ເປັນໜຶ່ງໃນຈຳນວນ ສະມາຊິກຂອງກຸ່ມທະນາຄານ ໂລກແມ່ນອົງການຈັດຕັ້ງສາກົນ ເພື່ອການພັດທະນາທີ່ໃຫຍ່ທີ່ສຸ ດ ທີ່ມີບົດບາດສຸມໃສ່ພາກສ່ວນ ເອກະຊົນໂດຍສະເພາະ.ໂດຍ ຜ່ານການເຮັດວຽກຮ່ວມກັບບັນດາຫົວໜ່ວຍທຸກລະກິດເອ ກະຊົນ ຢູ່ໃນຫລາຍກວ່າ 100 ປະເທດ, ພວກເຮົານຳໃຊ້ທຶນ, ປະສົບການ ແລະ ບົດບາດຂອງພວກ ເຮົາເພື່ອປະກອບສ່ວນ ຊ່ວຍລົບລ້າງສະພາບຄວາມທຸກຍາກ ແລະ ສົ່ງເສີມຄວາມສົມບູນພູນ ສຸກຮ່ວມກັນ. ໃນສົກປີງົບປະມານ 2014 ພວກເຮົາ ສາມາດບັນ ລຸຕົວເລກການສະໜອງທຶນໄດ້ ຫລາຍກວ່າ 22 ຕື້ໂດລາສະ ຫະລັດເພື່ອຊ່ວຍປັບປຸງຊີວິດການເປັນຢູ່ຂອງປະ ຊາຊົນໃນ ບັນດາປະເທດທີ່ກຳລັງພັດທະນາ ແລະ ເພື່ອສູ້ຊົນກັບສິ່ງທ້າ ທາຍທີ່ມີລັກສະນະຮີບດ່ວນສຳ ລັບການພັດທະນາ.

No comments:

Post a Comment