Ad

Ad

22 September 2014

ອຳນວຍການນ້ຳປະປາຊີ້ແຈງຕື່ມການເກັບເງິນຄ່າບຳລຸງຮັກສາໝໍ້ແທກນ້ຳ



     ເນື່ອງຈາກຄວາມບໍ່ເຂົ້າໃຈ ຂອງປະຊາຊົນຜູ້ຊົມໃຊ້ນ້ຳຢູ່ໃນນະຄອນຫລວງ ວຽງຈັນກ່ຽວກັບການເກັບເງິນຄ່າບຳລຸງຮັກສາໝໍ້ແທກນ້ຳຂອງລັດວິສາຫະກິດ ນ້ຳປະປານະຄອນຫລວງວຽງຈັນໃນແຕ່ລະເດືອນ, ຊຶ່ງບັນຫານີ້ ທາງຜູ້ຮັບຜິດ ຊອບພາກ ສ່ວນກ່ຽວຂ້ອງໄດ້ອອກມາຊີ້ແຈງ ຫລາຍຄັ້ງ ແຕ່ຜູ້ຊົມໃຊ້ຈຳນວນໜຶ່ງ ຍັງບໍ່ທັນເຂົ້າໃຈກໍໃຫ້ເກີດມີຫາງສຽງຈົ່ມວ່າຕາມຄວາມ ເຂົ້າໃຈຂອງແຕ່ລະຄົນ. ດັ່ງນັ້ນເພື່ອ ເຮັດໃຫ້ບັນຫານີ້ມີຄວາມກະຈ່າງແຈ້ງ ແລະ ເປັນທີ່ເຂົ້າໃຈຂອງທຸກຄົນນັກຂ່າວໜັງສືພິມ ລາວພັດທະນາຈຶ່ງ ໄດ້ສະເໜີຂໍສຳພາດ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ ອຳນວຍການໃຫຍ່ລັດວິສາຫະກິດນ້ຳປະປາ ນະຄອນ ຫລວງວຽງຈັນ, ຊຶ່ງທ່ານໄດ້ໃຫ້ຄຳກະ ຈ່າງແຈ້ງຕື່ມຕໍ່ກັບຂໍ້ຂ້ອງໃຈດັ່ງກ່າວວ່າ: ຄືດັ່ງທີ່ພວກເຮົາຮູ້ນຳ ກັນແລ້ວ, ການເກັບ ຄ່ານ້ຳປະປາ, ຄ່າໄຟຟ້ານັບທັງການເກັບ ຄ່າບຳລຸງຮັກສາໝໍ້ແທກນ້ຳຈາກຜູ້ຊົມໃຊ້ແມ່ນລັດຖະບານເປັນຜູ້ ກຳນົດໃຫ້ໃນ ແຕ່ລະໄລຍະ, ໂດຍ ລັດວິສາຫະກິດຂອງຕົນຈະບໍ່ສາ ມາດຂຶ້ນ-ລົງລາຄາຕໍ່ຜູ້ຊົມໃຊ້ ຕາມພາລະການ. ຄືດັ່ງທີ່ຜູ້ໃຊ້ຫລາຍ ຄົນເຂົ້າໃຈສະ ເໜີຢາກ
ໃຫ້ນ້ຳປະປາເຊົາເກັບຄ່າບຳລຸງຮັກສາໝໍ້ວັດແທກນ້ຳ, ໂດຍສະ ເພາະໃນກໍລະນີເປ່ເພຕ່າງໆເຊັ່ນ: ບໍ່ ສາມາດອ່ານຕົວເລກໄດ້, ແຕກຫັກ ແລະ ໝໍ້ແທກນ້ຳຕາຍ, ຕໍ່ກັບບັນຫານີ້ມີຫາງສຽງຈຳນວນໜຶ່ງຢາກໃຫ້ຜູ້ບໍລິໂພກ ເປັນ ຜູ້ຮັບພາລະເອງໃນການປ່ຽນ ຖ່າຍຕ່າງໆດ້ວຍການໃຊ້ທຶນຕົນ ເອງເມື່ອມາເບິ່ງຕົວຈິງແລ້ວທາງລັດວິສາຫະກິດ ນ້ຳປະປາກໍບໍ່ມີ ຍັງຂັດຂ້ອງ, ແຕ່ເມື່ອໄດ້ຮັບ ຄຳສັ່ງຂອງຂັ້ນເທິງລັດວິສາຫະກິດຂອງຕົນແມ່ນຍິນດີປະຕິບັດ, ເພາະວ່າທີ່ຜ່ານມາການ ເກັບຄ່າ ບຳລຸງຮັກສາມັນກໍບໍ່ຕົກ ເປັນຈຳນວນຫລາຍພຽງແຕ່ເກັບ 3.600 ກີບ/ເດືອນ ຄິດສະເລ່ຍຈະຕົກ ເປັນປະມານ 40.000 ກີບ/ປີ, ເຊິ່ງເງິນຈຳນວນນີ້ ພວກເຮົາ ໄດ້ເກັບແຮໄວ້ເພື່ອອຳນວຍຄວາມສະດວກໃນເວລາໝໍ້ແທກນ້ຳຊຸດໂຊມເປ່ເພທາງລັດ ວິສາຫະກິດຈະຕ້ອງ ໄດ້ທຳການປ່ຽນ ຖ່າຍທັນກັບເວລາ, ໂດຍບໍ່ຄິດ ໄລ່ຄ່າປ່ຽນຖ່າຍກັບຜູ້ຊົມໃຊ້ແຕ່ຢ່າງໃດ, ຊຶ່ງທີ່ຜ່ານມາ ຫລາຍ ຄົນເຂົ້າໃຈວ່າ ການເກັບເງິນດັ່ງ ກ່າວຂອງລັດວິສາຫະກິດແມ່ນ ຫວັງຜົນກຳໄລຫາກທຸກຄົນຍັງ ຄິດເຖິງບັນຫານີ້ເຫັນ ວ່າເປັນ ຄວາມຄິດທີ່ບໍ່ສົມເຫດສົມຜົນ ເພາະວ່ານ້ຳປະປາແມ່ນມາຈາກປະຊາຊົນ ແລະ ເພື່ອປະຊາຊົນ ນັບວ່າເປັນການຢາກ ທີ່ຈະໂກງກິນຜົນກຳໄລຈາກປະຊາຊົນຄື ດັ່ງທີ່ຄິດໄວ້.

No comments:

Post a Comment