Ad

Ad

22 September 2014

ສປ ຈີນ ເປັນອັນດັບໜຶ່ງການລົງທຶນໃນລາວ



     ທ່ານ ດຣ ບຸນທະວີ ສີສຸພັນ ທອງລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ແລະ ການລົງທຶນລາວໄດ້ກ່າວຕໍ່ກອງປະ ຊຸມທຸລະກິດການຄ້າ ແລະ ການ ລົງທຶນ ໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 11 (CAEXPO 11th) ທີ່ໜານໜີງ ສປ ຈີນ ໃນວັນທີ 17 ກັນຍາ 2014 ວ່າ: ສະພາບການລົງທຶນ ຂອງຕ່າງປະເທດໃນ ສປປ ລາວ ໂດຍລວມແຕ່ລະປີມີທ່າອ່ຽງເພີ່ມ ຂຶ້ນຢ່າງຕໍ່ເນື່ອງ, ພາຍຫລັງທີ່ມີການເປີດກວ້າງເສດຖະກິດເລີ່ມແຕ່ມີກົດໝາຍ ສົ່ງເສີມການລົງ ທຶນຕ່າງປະເທດສະບັບປີ 1988 ເປັນຕົ້ນມາ. ປັດຈຸບັນມີໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ 4.500 ໂຄງການ, ມີມູນ ຄ່າທັງໝົດ 25.281 ຕື້ໂດລາສະ ຫະລັດມາຈາກ 53 ປະເທດຢູ່ໃນ 15 ຂະແໜງການຫລັກເປັນ ຕົ້ນ: ຂະແໜງບໍ່ແຮ່, ພະລັງງານໄຟ ຟ້າ, ກະສິກຳ, ບໍລິການ ແລະ ອື່ນໆ, ເຊິ່ງໃນນັ້ນ 6 ປະເທດ ທີ່ມີການລົງທຶນຫລາຍ ກວ່າໝູ່ໄດ້ແກ່ສປ ຈີນ, ສສ ຫວຽດນາມ, ໄທ, ສ ເກົາ ຫລີ, ຝຣັ່ງ ແລະ ປະ ເທດຍີ່ປຸ່ນ.
     ສຳລັບການລົງທຶນຂອງ ສປ ຈີນເຫັນວ່າມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງເປັນອັນດັບໜຶ່ງນັບແຕ່ປີ 2008 ມາຮອດປັດ ຈຸບັນ ສາມາດສັງລວມໄດ້ທັງໝົດ 755 ໂຄງການ, ມີມູນຄ່າການລົງທຶນ ທັງໝົດ 6.501 ຕື້ໂດລາສະຫະ ລັດໃນ 14 ຂະແໜງ ການໃນທົ່ວປະເທດ, ກິດຈະການການລົງ ທຶນທີ່ໄດ້ຮັບຄວາມສົນໃຈກວ່າໝູ່ແມ່ນຂະແໜງພະລັງງານໄຟຟ້ານ້ຳຕົກ, ກະສິກຳ, ອຸດສາຫະກຳ, ຫັດຖະກຳ, ການບໍລິການ ແລະ ອື່ນໆ.

     ທ່ານ ດຣ.ບຸນທະວີ ສີສຸພັນ ທອງ ກ່າວຕື່ມວ່າ: ເວົ້າສະເພາະການພັດທະນາເຂດເສດຖະກິດພິເສດ ແລະ ເສະເພາະຢູ່ ລາວແມ່ນມີຄວາມຄືບໜ້າເປັນຢ່າງດີເປັນສັນຍານເຮັດໃຫ້ບັນດານັກລົງທຶນຫັນມາສົນໃຈຫລາຍຂຶ້ນເຫັນໄດ້ຈາກການພັດທະນາໃນ ເຂດດັ່ງກ່າວມີການສ້າງເສັ້ນທາງ, ໄຟຟ້າ, ນ້ຳປະປາ, ຄົມມະນາຄົມ, ອາຄານສະຖານທີ່, ສ້າງວຽກເຮັດງານທຳນັບມື້ນັບເພີ່ມ ຂຶ້ນ, ເປັນການສ້າງໜໍ່ແໜງຫັນເປັນອຸດສາຫະກຳທີ່ທັນສະໄໝ, ຫັນດິນເປັນທຶນ ແລະ ນຳໃຊ້ທ່າ ແຮງເສັ້ນທາງຍຸດທະສາດ ຂອງເສັ້ນທາງເຊື່ອມຈອດຕາເວັນຕົກ, ທັງນີ້ກໍເພື່ອແນໃສ່ພັດທະນາໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະ ນາໃນປີ 2020.
     ພາຍໃນກອງປະຊຸມໃນຄັ້ງນີ້, ຝ່າຍລາວຍັງໄດ້ນຳສະເໜີແຜນ ນະໂຍບາຍກ່ຽວກັບການລົງທຶນຂອງຕ່າງປະເທດໃນ ສປປ ລາວ ແລະ ການພັດທະນາເຂດສາມ ຫລ່ຽມຄຳແຂວງບໍ່ແກ້ວ, ພ້ອມທັງເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ ແລກປ່ຽນຄຳຄິດຄຳເຫັນ, ເຊິ່ງໄດ້ຮັບຄວາມສົນໃຈຈາກບັນດານັກລົງທຶນຂອງ ສປ ຈີນ ເປັນຈຳນວນຫລາຍ.

No comments:

Post a Comment