Ad

Ad

22 September 2014

ລາວຈະໃຫ້ສຳເລັດການສຳຫລວດມາດຕາສ່ວນທໍລະນີສາດ-ແຮ່ທາດຫລາຍເຂດໃນປີ 2017



    ກົມທໍລະນີສາດ-ບໍ່ແຮ່, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ປັດຈຸບັນ ,ພວມຈັດຕັ້ງປະ ຕິບັດໂຄງການສຳຫລວດທໍລະນີສາດ-ແຮ່ທາດໃນມາດຕາສ່ວນ 1:200.000 ຢູ່ ຫລາຍເຂດໃຫ້ສຳ ເລັດໃນປີ 2017 ຄື ເຂດ ຕາເວັນຕົກສ່ຽງໃຕ້ຂອງແຂວງຫລວງ ພະບາງ-ຕາເວັນອອກສ່ຽງໃຕ້ ຂອງແຂວງໄຊຍະບູລີ, ໃນເນື້ອ ທີ່ 16.309 ກິໂລຕາ ແມັດ, ໂດຍການຊ່ວຍເຫລືອຈາກ ສປ ຈີນ ໃນມູນຄ່າ 21,5 ລ້ານຢວນ (ສະ ກຸນເງິນຈີນ) ຫລື ປະມານ 3,3 ລ້ານກວ່າໂດ ລາສະຫະລັດ, ຢູ່ ເຂດໃຕ້ຫລວງພະບາງ-ເໜືອ ແຂວງວຽງຈັນໃນເນື້ອທີ່ປະ ມານ 15.519 ກິໂລຕາແມັດ, ເຊິ່ງ ແມ່ນ ສສ ຫວຽດນາມໃຫ້ການ ຊ່ວຍເຫລືອໃນມູນຄ່າ 69,9 ຕື້ ດົງ (ສະກຸນເງິນຫວຽດນາມ) ຫລື ປະມານ 3,2 ລ້ານກວ່າໂດລາສະ ຫະລັດ.
    ນອກຈາກນີ້, ລັດຖະບານໄທ, ຍັງໄດ້ໃຫ້ການຊ່ວຍເຫລືອທຶນ ປະມານ 19 ລ້ານກວ່າບາດ (ສະ ກຸນເງິນໄທ) ເພື່ອເຝິກອົບ ຮົມ ແລະ ຍົກລະດັບວິຊາການດ້ານ ການວິໃຈ, ການສຳຫລວດແຮ່ ທາດ, ສຶກສາຊາກພືດ-ສັດ-ຫີນ ດຶກດຳບັນ ແລະ ວິເຄາະ ຮູບຖ່າຍທາງອາກາດ-ອາວະກາດ, ສຶກ ສາໂຄງການສ້າງທໍລະນີສາດ ແລະ ແຜ່ນດິນໄຫວ ແລະ ໂຄງການຊ່ວຍເຫລືອລ້າຈາກ
ທະນາຄານໂລກ (WB) ເພື່ອຍົກລະດັບ ວິຊາການລາວໃຫ້ມີຄວາມເຂັ້ມ ແຂງໃນມູນຄ່າ 3 ລ້ານໂດລາສະຫະລັດ, ໂດຍການ ສຳຫລວດດັ່ງກ່າວກໍເພື່ອນຳຂໍ້ມູນຕົວຈິງມາ ສ້າງເປັນແຜນພັດທະນາແຮ່ທາດໃຫ້ມີຄວາມຍືນຍົງ, ສິ່ງສຳຄັນ ຂໍ້ມູນຈາກການສຳ ຫລວດຍັງສາມາດເປັນບ່ອນອິງໃຫ້ລັດຖະ ບານນຳໄປໝູນໃຊ້ໃນຮູບແບບ ປະມູນຂາຍຂໍ້ມູນ, ຄ້ຳປະກັນ ກັບທະນາຄານ ຫລື ຫັນຊັບສີນ ເປັນທຶນ ແລະ ອື່ນໆ ເພື່ອພັດທະ ນາຊັບພະຍາກອນແຮ່ທາດໃຫ້ ເກີດປະໂຫຍດສູງສຸດແກ່ປະເທດ ຊາດ ແລະ ຮັກສາໄວ້ເພື່ອອາ ນຸຊົນຄົນລຸ້ນຫລັງໃຫ້ມີໂອກາດ ຊົມໃຊ້ຊັບພະຍາກອນແຮ່ທາດ ຫລື ມູນມໍລະດົກຂອງຊາດຮອດ ຍາມໃດ ໜຶ່ງທີ່ມີຄວາມສາມາດ ທາງດ້ານເຕັກນິກ, ເຕັກໂນໂລ ຊີໃນການຊອກຄົ້ນ, ສຳຫລວດ, ຂຸດຄົ້ນ, ປຸງແຕ່ງດີກວ່າປັດຈຸບັນ.

No comments:

Post a Comment