Ad

Ad

18 November 2014

ໂຕໂຍຕ້າຈັບສະຫຼາກມອບໂຊກທ້າຍອາທິດທີ 6 ໃຫ້ລູກຄ້າ



         ວັນທີ 15 ພະຈິກນີ້ ບໍລິສັດ ລາວໂຕໂຍຕ້າບໍລິການຈຳກັດ, ໄດ້ຈັດພິທີ່ຈັບ ສະຫຼາກມອບລາງວັນໃຫ້ລູກຄ້າໃນໂຄງການລາວໂຕໂຍຕ້າແຈກໂຊກທຸກໆທ້າຍ ອາທິດຂຶ້ນ, ທີ່ບໍລິສັດດັ່ງກ່າວສາຂາທົ່ງຂັນຄຳ, ໃນນະຄອນຫຼວງ​ວຽງ​ຈັນເປັນອາທິດ ທີ 6, ໂດຍການເຂົ້າຮ່ວມຂອງທ່ານ ເພັດຕະ ວັນອິນທະວົງ ຜູ້ຈັດການຝ່າຍການ ຕະຫຼາດບໍລິສັດດັ່ງກ່າວ, ພ້ອມດ້ວຍລູກຄ້າເຂົ້າ ຮ່ວມເປັນຈຳນວນຫຼາຍ.
    ຜູ້ຈັດການຝ່າຍການຕະຫຼາດ ກ່າວວ່າ: ໂຄງການໂຕໂຍຕ້າ ແຈກໂຊກທຸກໆທ້າຍ ອາທິດໄດ້ເລີ່ມມາແຕ່ເດືອນຕຸລານີ້ໂດຍຈະ ດຳເນີນໄປຈົນຮອດທ້າຍ ປີ, ລວມມີ 12 ອາທິດ, ຊຶ່ງແຕ່ລະ ອາທິດຈະມີການຈັບ ສະຫຼາກເພື່ອແຈກໂຊກອາທິດລະ 3 ລາງວັນໃຫ້ລູກຄ້າຜູ້ທີ່ມາຊື້ລົດຈາກ ບໍລິສັດດັ່ງກ່າວນັບແຕ່ວັນ 1 ຕຸ ລານີ້ເປັນຕົ້ນໄປ, ຊຶ່ງລວມມີ ລາງວັນຕ່າງໆຄື ລາງວັນທີ 1 ທ່ຽວຍີ່ປຸ່ນມີ 12 ລາງວັນລາງວັນລະ 2 ຄົນ, ລາງວັນທີ 2 ລົດ ຈັກ YAMAHA
SPARK ມີ 12 ລາງວັນ, ລາງວັນທີ 3 ໂທລະພາບສີ 40 ນິວ 12 ລາງວັນ, ນອກຈາກນີ້ຍັງມີໂຄງການມ່ວນຫຼາຍທ້າຍ ປີຊຶ່ງຈະແຈກລາງວັນໃຫຍ່ຄື ລົດກະບະວີ ໂກ້ 1 ຄັນ, ພ້ອມກັບລົດເກັ່ງວີອອດ, ລົດຈັກຟີໂນ ແລະ ອື່ນໆ, ລວມມູນຄ່າ ລາງວັນທັງໝົດ 1,4 ຕື້ກີບ ແລະ ການຈັບສະຫຼາກ ມອບໂຊກໃນຄັ້ງນີ້ຜູ້ໂຊກດີໄດ້ຮັບລາງວັນທີ 1 ໄດ້ແກ່ທ່ານ ຄຳຫຼ້າ, ລາງວັນທີ 2 ທ່ານ  ບໍລິສັດລາວເວີນ, ລາງວັນ ທີ 3 ທ່ານ ອາລົນ ປັນຍາ.

No comments:

Post a Comment