Ad

Ad

18 November 2014

ຈັດກິດຈະກຳວັນແຫ່ງຄວາມຊົງຈຳເຖິງຜູ້ເຄາະຮ້າຍຈາກອຸປະຕິເຫດເທິງຖະໜົນ



     ໃນທ້າຍອາທິດຜ່ານມາ, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ ວຽງຈັນຮ່ວມກັບພະແນກຕຳຫລວດຈະ ລາຈອນນະຄອນຫລວງວຽງຈັນ ແລະກຸ່ມ ສົ່ງເສີມຄວາມປອດໄພ ເທິງຖະໜົນ ຫລື ກຸ່ມອາຊີພີ, ໄດ້ຈັດກິດຈະກຳວັນແຫ່ງ ຄວາມຊົງຈຳເຖິງຜູ້ເຄາະຮ້າຍຈາກອຸປະຕິ ເຫດທາງຖະໜົນໂລກ, ຂຶ້ນຢູ່ນະ ຄອນ ຫລວງວຽງຈັນເປັນຄັ້ງທຳອິດ, ໂດຍການເຂົ້າ ຮ່ວມຂອງທ່ານ ແກ້ວພິລາວັນ ອາໄພ ລາດ ຮອງເຈົ້າຄອງນະຄອນຫລວງ ວຽງຈັນຄະນະກຳມະການຄຸ້ມຄອງຄວາມປອດ ໄພ ເທິງຖະໜົນຂັ້ນນະຄອນຫລວງວຽງຈັນ, ມີພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເຂົ້າຮ່ວມເປັນຈຳນວນຫລາຍ.
     ການຈັດກິດຈະກຳດັ່ງກ່າວ ເພື່ອສະແດງຄວາມຊົງຈຳຕໍ່ຜູ້ທີ່ ເຄາະຮ້າຍຈາກອຸປະຕິເຫດທາງຖະໜົນ ແລະ ເປັນການເຕືອນ ສະຕິຜູ້ຂັບຂີ່ຍານພາຫະນະທຸກ ຄົນໃຫ້ເຄົາລົບນັບຖືກົດລະບຽບຈະລາຈອນຢ່າງເຂັ້ມງວດ. ດັ່ງ ນັ້ນໃນວັນທີ 25 ຕຸລາຜ່ານ ມາ, ອົງການສະຫະປະຊາຊາດ ຈຶ່ງໄດ້ຮັບຮອງເອົາວິທີການແກ້ໄຂ ບັນຫາທີ່ເປັນການຮຽກຮ້ອງໃຫ້ລັດຖະບານປະເທດຕ່າງໆ,
ກຳ ນົດເອົາອາທິດທີສາມຂອງເດືອນ ພະຈິກໃນແຕ່ລະປີ, ເປັນວັນ ແຫ່ງຄວາມຊົງຈຳເຖິງຜູ້ເຄາະ ຮ້າຍຈາກອຸປະຕິເຫດທາງ ຖະໜົນໂລກ, ພ້ອມດຽວກັນນັ້ນ ກໍ ເພື່ອເປັນການໂຄສະນາ ແລະເຜີຍແຜ່ຜົນຮ້າຍຂອງການເກີດອຸປະຕິເຫດ ໃຫ້ສັງຄົມໄດ້ ຮັບຮູ້ຢ່າງກວ້າງຂວາງ ແລະ ເປັນ ການປູກຈິດສຳນຶກໃນການຂັບຂີ່ໃຫ້ມີຄວາມປອດໄພ ແລະ ເພື່ອ ຫລີກລ້ຽງການເກີດອຸປະ ຕິເຫດ ເທິງຖະໜົນ.
     ອົງການອະນາໄມໂລກ ໃຫ້ຮູ້ວ່າ: ປັດຈຸບັນໃນທົ່ວໂລກ ມີຄົນເສຍຊີວິດຍ້ອນອຸປະຕິເຫດ ເທິງຖະໜົນສະເລ່ຍ 1,2 ລ້ານ ຄົນຕໍ່ປີ ຫລື 3.000 ຄົນຕໍ່ມື້ ແລະ ມີຜູ້ໄດ້ຮັບບາດເຈັບປີໜຶ່ງປະ ມານ 50 ລ້ານຄົນ. ໃນນີ້ ເສຍອົງ ຄະ 5 ລ້ານຄົນ, ໂດຍສະ ເລ່ຍອາຍຸຜູ້ທີ່ໄດ້ຮັບບາດເຈັບ ຫລື ເສຍຊີວິດນັ້ນແມ່ນຢູ່ລະຫວ່າງ 15-40 ປີ, ເຊິ່ງໃນປີ 2014 ຢູ່ນະຄອນຫລວງວຽງຈັນ, ມີອຸປະຕິເຫດເກີດຂຶ້ນທັງໝົດ 1.472 ເລື່ອງ, ມີ ຜູ້ເສຍຊີວິດ 175 ຄົນ, ບາດເຈັບ 2.348 ຄົນ ແລະ ຍານພາຫະນະ ເປ່ເພ 2.896 ຄັນ.    

No comments:

Post a Comment