Ad

Ad

18 November 2014

ລາຄາເຂົ້າສານຍັງຢູ່ໃນເກນປົກກະຕິ



     ລະດູຝົນຜ່ານມາໄດ້ສົ່ງຜົນ ກະທົບບໍ່ໜ້ອຍຕໍ່ເນື້ອທີ່ການປູກເຂົ້າຂອງກະສິ ກອນບາງສ່ວນໃນທົ່ວປະເທດ ແລະ ຫລາຍ ຄົນມີຄວາມຄິດວ່າເມືອງເປັນເຊັ່ນນັ້ນ ອາດເຮັດໃຫ້ລາຄາເຂົ້າມີລາຄາ ແພງ, ແຕ່ຕົວຈິງແລ້ວມາຮອດ ປັດຈຸບັນກໍຍັງເຫັນ ວ່າລາຄາ​ເຂົ້າ ທົ່ວໄປຢູ່ໃນເກນປົກກະຕິດີຄື ຢູ່ ຕະຫລາດໃຫຍ່ 3 ແຫ່ງໃນນະຄອນ ຫລວງວຽງຈັນ ເຊັ່ນ: ໜອງດ້ວງ, ທົ່ງຂັນຄຳ ແລະ ຕະຫລາດໜອງຈັນ​ ມີລາຄາປົກ ກະຕິ ແລະ ຄົງທີ່ດັ່ງປີຜ່ານມາ, ເຂົ້າຈ້າວ ຫອມມະລິ ກິໂລລະ 9 ພັນກີບ, ສ່ວນເຂົ້າ ບ້ານໂດນ, ເຂົ້າໄກ່ນ້ອຍ ແລະ ເຂົ້ານາແຊງລາຄາ 7-8 ພັນກີບຕໍ່ກິໂລ, ຕົກ ເປັນໜື່ນລະ 80-85 ພັນກີບ.
     ຜູ້ເກັບຊື້ ແລະ ໃຫ້ບໍລິການ ເຄື່ອງກົນຈັກກະສິກຳ​ໃຫ້​ຮູ້ວ່າ:​ ປັດຈຸບັນເຖິງວ່າການປູກເຂົ້າ ຂອງຊາວນານັບມື້ຫລຸດໜ້ອຍ ລົງ, ເນື້ອທີ່ນາໄດ້ຖືກຫັນປ່ຽນ ໄປເຮັດຢ່າງອື່ນ, ຊາວນາປະລະ ການເຮັດນາຍ້ອນຂາດແຫລ່ງ ທຶນ, ຂາດການນຳໃຊ້ເຄື່ອງກົນ ຈັກ, ຂາດການໃຫ້ຄຳປຶກສາ ດ້ານການຜະລິດ, ເຮັດໃຫ້ຜົນ ຜະລິດຕົກຕ່ຳ ແລະ ມີຕົ້ນທຶນສູງ ແຕ່ລາຄາເຂົ້າຍັງຢູ່ເກົ່າຈຶ່ງຫັນ ໄປປະກອບອາຊີບອື່ນແທນ ແລະ ບາງຄົນຍັງຄິດວ່າການເຮັດນາ ແມ່ນມີຄວາມສ່ຽງຈາກໄພທຳ ມະຊາດສູງ​. ດັ່ງ​ນັ້ນຕໍ່​ສະພາບ​ຄື​ແນວ​ນີ້ພາກສ່ວນກ່ຽວຂ້ອງ, ຕ້ອງ​ໄດ້​ຊອກທາງແກ້ໄຂຢ່າງ ເອົາຈິງເອົາຈັງຈຶ່ງ​ຈະ​ເຮັດ​ໃຫ້​ປະ​ເທດ​ເຮົາ​ສາມ​າດຄ້ຳປະກັນ​ສະ ບຽງ​ອາຫານ​ໄດ້.

No comments:

Post a Comment