Ad

Ad

18 November 2014

ເຂົ້າຊ້າ-ເລີກໄວ ໄພໃກ້ໂຕຂອງ ວົງລັດຖະການ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ມີເລື່ອງຕະຫລົກກ້ອມສອງບົດ ເຊິ່ງເມື່ອຟັງແລ້ວບາງຄົນອາດຫົວຈົນໄສ້ຂົດໄສ້ ໂຂ ເພາະເປັນເລື່ອງທີ່ມັກເຫັນຕຳຕາຢູ່ຕາມສຳນັກງານອົງການບ່ອນທີ່ ລັດຖະກອນພາ ກັນເຮັດນາເງິນເດືອນເພື່ອລ້ຽງປາກ-ລ້ຽງທ້ອງ. ເລື່ອງທີໜຶ່ງເປີດສາກຂຶ້ນໃນຮູບການ ສົນທະນາລະຫວ່າງພະນັກ ງານຂັ້ນຫົວໜ້າກັບພະນັກງານທີ່ ເປັນລູກນ້ອງ. “ເປັນຫຍັງເຈົ້າຈຶ່ງ ມາການຊ້າທຸກມື້” ນາຍຖາມ, ຝ່າຍລູກນ້ອງຕອບວ່າ: “ຊ້າຍ້ອນ ລົດຕິດ...ອ້າຍ !”, ແຕ່ຝ່າຍນາຍ ຍັງສໍ້ຕື່ມ ວ່າ:: “ແຕ່ເວລາເລີກເດ ເປັນຫຍັງຈຶ່ງ ເລີກກ່ອນໂມງທຸກ ມື້”, ຝ່າຍລູກນ້ອງເອົາມືເກົາຫົວ ຍອກໆ ແລ້ວຕອບວ່າ: “ເພື່ອຈົ່ງ ເວລາໄວ້ສຳລັບລົດຕິດ !”. ເລື່ອງ ນີ້ຟັງແລ້ວກໍຕ້ອງຂໍຊົມເຊີຍທີ່ ຝ່າຍລູກນ້ອງຕອບເກັ່ງ ຈົນຝ່າຍ ຫົວໜ້າຕ້ອງງຽບໄປ ເພາະບໍ່ຮູ້ ແນວຊິຖາມຕໍ່. ແຕ່ເລື່ອງນີ້ ຈານ ແຍ່ສົນໃຈຢູ່ບ່ອນວ່າ: ຖ້າເປັນ ຝ່າຍລູກນ້ອງ ຖາມຄຳຖາມດຽວ ເດ, ຝ່າຍນາຍຊິ ຕອບວ່າ ແນວໃດ. ເສຍດາຍທີ່ບໍ່ມີບົດຕະຫລົກກ່ຽວ ກັບລູກນ້ອງຖາມນາຍ ເລື່ອງນາຍ ເຂົ້າການຊ້າແຕ່ເລີກໄວ. ຖ້າມີ, ນາຍ ຄົງຈະ ຕອບວ່າ: “ເຮົາແວ່ ກວດວຽກທາງນອກຈຶ່ງມາຊ້າ”, “ເຮົາເລີກໄວ ເພາະມີວຽກພົວ ພັນທາງນອກ”. ຈານແຍ່ວ່າ: ເລື່ອງລູກ ນ້ອງຊິກ້າຖາມນາຍວ່າ: ເປັນ ຫຍັງນາຍຈຶ່ງເຂົ້າການຊ້າ ແຕ່ ເລີກໄວນັ້ນ ຄົງຈະຫາຍາກ ສ່ຳໆກັບຊອກຫາຢືມຫີວນຳຄູບາ.

    ບົດຕະຫລົກອີກເລື່ອງໜຶ່ງ, ຈານແຍ່ອ່ານຈາກປຶ້ມໂຮມເລື່ອງ ຕະຫລົກຂອງ ກຸດສະວານຊິງ (ອິນເດຍ) ເປັນເລື່ອງການສົນ ທະນາລະຫວ່າງຜູ້ນຳຈາກສອງກະ ຊວງທີ່ມາພົບກັນ. ຜູ້ທີໜຶ່ງຖາມຜູ້ ທີສອງວ່າ: “ຢູ່ກະຊວງທ່ານມີພະນັກງານເຮັດວຽກຈັກ ຄົນ ?”, ຜູ້ທີສອງຕອບອອກມາຢ່າງທັນຄວັນ ວ່າ: “ມີພຽງ 3 ຄົນ”. ຜູ້ທີໜຶ່ງ ແປກໃຈວ່າ: ເຫດໃດໝົດກະຊວງ ຈຶ່ງມີແຕ່ຄົນ ເຮັດວຽກພຽງແຕ່ 3 ຄົນ. ທ່ານແກວ່ງຫົວ ແລະ ເວົ້າ ວ່າ: “ບໍ່ເຊື່ອ... ເປັນໄປບໍ່ໄດ້ດອກ, ໝົດກະຊວງມີພຽງ 3 ຄົນ”. ຜູ້ທີ ສອງໄດ້ໂອກາດກໍເລີຍອະທິບາຍ ວ່າ: “ທ່ານຖາມວ່າຢູ່ກະຊວງເຮົາ ມີພະນັກງານເຮັດວຽກຈັກຄົນ ?, ຂ້າພະເຈົ້າຕອບວ່າ ມີພຽງ 3 ຄົນ ກໍເພາະວ່າຜູ້ເຮັດວຽກແທ້ໆນັ້ນມີ ພຽງ 3 ຄົນ. ນອກນັ້ນ ອ່ານໜັງສື ພິມ, ຊຸມນ້ຳຊາ, ຫລິ້ນເກມ, ຖັກ ແສ່ວ ເສື້ອ...”. ເລື່ອງນີ້ກ່ອນຊິໄດ້ ຫົວກໍຕ້ອງຕິດຕາມຄຳຖາມ-ຄຳ ຕອບຄັກແນ່. ຜູ້ທີໜຶ່ງຕ້ອງການຮູ້ ຈຳນວນຄົນທັງໝົດ ຢູ່ໃນ ກະຊວງຜູ້ທີສອງ, ແຕ່ຜູ້ທີສອງພັດເຂົ້າໃຈ ວ່າຜູ້ທີໜຶ່ງຕ້ອງການຊາບສະ ເພາະແຕ່ຈຳນວນ “ຜູ້ເຮັດວຽກ” ເທົ່ານັ້ນ ເຊິ່ງກໍມີພຽງ 3 ຄົນແທ້ໆ ທີ່ເຮັດວຽກ.
     ອີກເລື່ອງໜຶ່ງທີ່ຈານແຍ່ຢາກ ຂໍບິແບ່ງກັບທ່ານຜູ້ອ່ານ ນັ້ນຄື ເລື່ອງທາງການອິນເດຍເລີ່ມເຮັດ ເສິກຕ້ານພະຍາດເຂົ້າການ ຊ້າແຕ່ເລີກກ່ອນໂມງ. ມັນເປັນຂໍ້ ເລີ່ມຂອງນາຍົກອິນເດຍຄົນໃໝ່ ຊື່ທ່ານ ນາເຣັນດາ ໂມດີ. ທ່ານ ອອກປາກແຕ່ມື້ຂຶ້ນນັ່ງຕັ່ງ ນາຍົກ ວ່າ: ຈະຕ້ອງໃຊ້ໄມ້ແສ້ ເພື່ອປ້ອງ ພະນັກງານລັດເຂົ້າສູ່ລະບຽບ. ເລີ່ມແຕ່ເດືອນສິງຫາປີນີ້, ທາງການອິນເດຍໄດ້ເລີ່ມ ຕິດຕັ້ງລະບົບບັນທຶກການເຂົ້າການ-ເລີກ ການຂອງພະນັກງານລັດ ດ້ວຍ ການບັນທຶກລາຍມືເຂົ້າຄອມພິວເຕີ. ວ່າກັນວ່າລະ ບົບນີ້ບໍ່ມີໃຜ ຕົວະກັນໄດ້ ແລະ ບໍ່ມີໃຜສາມາດ ລັກລົງທະບຽນແທນກັນໄດ້. ລາຍມືຂອງແຕ່ລະຄົນຍັງມີເລກ ລະຫັດປະ ຈຳສະເພາະ. ລະບົບ ບັນທຶກການເຂົ້າ ແລະ ເລີກການ ນີ້ຍັງຢູ່ໃນຂັ້ນທົດລອງ, ແຕ່ກໍມີ ພະນັກງານນຳໃຊ້ແລ້ວທັງໝົດ 50.000 ຄົນ. ຄາດວ່າຊາມຮອດມື້ ປະກາດນຳໃຊ້ຢ່າງເປັນທາງ ການນັ້ນກໍຄົງຈະມີຜູ້ນຳໃຊ້ຕື່ມ ອີກບໍ່ຫລຸດ 10.000 ຄົນ.
     ຈານແຍ່ນິຍົມຊົມຊອບລະບົບ ລົງທະບຽນດ້ວຍລາຍມືຂອງອິນ ເດຍນີ້ ບໍ່ແມ່ນຍ້ອນວ່າເປັນລະບົບ ນຳໃຊ້ “ໄຮເທັກ” ແຕ່ຫາກແມ່ນລະບຽບເຫລັກທີ່ບັງຄັບໃຫ້ພະນັກ ງານທຸກຄົນ ບໍ່ວ່າຈະເປັນຂັ້ນຫົວ ໜ້າສູງສຸດລົງໄປເຖິງພະນັກງານ ຜູ້ນ້ອຍ ຕ້ອຍຕ່ຳຈຳດິນກໍຕ້ອງໄດ້ ລົງທະບຽນເຂົ້າ-ເລີກການຢ່າງ ສະເໝີພາບ. ບໍ່ມີຄຳວ່າ: ຍົກເວັ້ນ ສຳລັບຜູ້ໃຫຍ່. ທາງການອິນເດຍ ໃຫ້ຊາບວ່າ: ແຕ່ກ່ອນກໍເຄີຍມີລະ ບົບບັນທຶກການເຂົ້າ ແລະ ເລີກ ການດ້ວຍການຈົດ, ແຕ່ສຸດທ້າຍ ກໍໄປບໍ່ລອດຍ້ອນວ່າມີ ນະໂຍບາຍສະເພາະພະນັກງານຂັ້ນຫົວ ໜ້າ ຄືຈົດກໍໄດ້ບໍ່ຈົດກໍໄດ້.
     ຢູ່ບ້ານເຮົາ, ຈານແຍ່ວ່າການ ລົງທະບຽນດ້ວຍການຈົດຊື່ນາມ ສະກຸນ, ຊົ່ວໂມງເຂົ້າ ແລະ ເລີກ ການກໍພໍໄດ້ແລ້ວ ທະ ແນມແຕ່ວ່າ ຕ້ອງເຮັດຢ່າງສະເໝີພາບກັນ, ດີ ທີ່ສຸດພະນັກງານຂັ້ນຫົວໜ້າຫັ້ນ ລະ ຄວນເຮັດເປັນຕົວຢ່າງ ເພາະ ເປັນທັງ “ຫົວ” ແລະ ເປັນທັງ “ໜ້າ”.
     ການເຂົ້າການ-ເລີກການຖືກ ໂມງນັ້ນ ມີຄວາມສຳຄັນຫລາຍ, ແຕ່ສຳຄັນກວ່ານັ້ນກໍຄືພະນັກ ງານເຮັດວຽກແທ້ ຫລື ບໍ່, ຫລື ພຽງແຕ່ມາເອົາຊົ່ວໂມງ ດ້ວຍ ການຂ້າເວລາກັບຈອກນ້ຳຊາ, ໜັງສືພິມ ຫລື ຫລິ້ນເກມ.
     ບົດສະຫລົກທີ່ເລົ່າໆມາໃນ ແຖວຕົ້ນໆນັ້ນ ຈະເປັນເລື່ອງເລົ່າ ເພື່ອເຊົາຄຽດໄດ້ກໍຕໍ່ເມື່ອບໍ່ມີປາ ກົດການ “ເຂົ້າຊ້າ-ເລີກໄວ”, ແຕ່ ຖ້າຍັງມີຢູ່ ແນ່ນອນກໍຄົງຫົວບໍ່ ອອກ ເພາະຕ້ອງໄດ້ຊອກແກ້ໄຂ ດ່ວນ.

No comments:

Post a Comment