Ad

Ad

17 November 2014

ນາຍົກລັດຖະມົນຕີແຫ່ງ ສປປ ລາວສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 25 ທີ່ມຽນມາ



     ໃນວັນທີ 13 ພະຈິກ 2014, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ  ລາວ ພ້ອມດ້ວຍຄະນະຜູ້ ແທນລາວໄດ້ສຳເລັດການເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງ ທີ 25 ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງອື່ນໆ ຊຶ່ງມີທັງໝົດ 10 ກອງປະຊຸມສຸດຍອດຄື ກອງ ປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 12, ກອງປະຊຸມສຸດຍອດ ອາຊຽນ-ຍີ່ ປຸ່ນຄັ້ງທີ 17, ກອງ ປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 17, ກອງປະຊຸມສຸດຍອດ ອາຊຽນບວກສາມຄັ້ງທີ 17, ກອງປະ ຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາ ຄັ້ງທີ 2, ກອງ ປະຊຸມສຸດຍອດສະເຫລີມສະ ຫລອງການພົວພັນອາຊຽນ-ອົດ ສະຕາລີ ຄົບຮອບ 40 ປີ ແລະ ກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 6, ຊຶ່ງຈັດຂຶ້ນແຕ່ ວັນທີ 12-13 ພະຈິກ 2014, ຢູ່ເນ ປີດໍ, ສາທາລະນະລັດ ສະຫະພາບມຽນມາ.

     ໃນກອງປະຊຸມສຸດຍອດອາ ຊຽນຄັ້ງທີ 26, ບັນດາຜູ້ນຳອາ ຊຽນໄດ້ປຶກສາຫາລືຫລາຍບັນ ຫາທີ່ສຳຄັນຄື  1.) ການສ້າງ ປະຊາຄົມອາຊຽນ ໃນປີ 2015 ແລະ ຫລັງການສ້າງປະຊາຄົມ, ຊຶ່ງ ໄດ້ສະແດງຄວາມຍິນດີທີ່ບັນດາຂະແໜງການທີ່ກ່ຽວ ຂ້ອງຂອງອາຊຽນຕໍ່ຄວາມເອົາໃຈໃສ່ການຈັດຕັ້ງປະຕິບັດແຜນແມ່ບົດ ປະຊາຄົມອາຊຽນທັງ 3 ເສົາຄ້ຳ ເພື່ອໃຫ້ສຳເລັດທັນເວ ລາກ່ອນການສ້າງຕັ້ງປະຊາຄົມອາຊຽນ ໃນປີ 2015, ຍ້ຳຄືນການເພີ້ມທະ ວີການຮັດແຄບແຕກໂຕນດ້ານການພັດທະນາໂດຍ ສະເພາະປະເທດສະມາຊິກໃໝ່. ພ້ອມກັນນີ້, ບັນດາຜູ້ນຳອາຊຽນກໍໄດ້ປຶກສາຫາລືກ່ຽວກັບອົງປະກອບລວມທີ່ເປັນພື້ນຖານ ໃນການຮ່າງວິໄສ ທັດອາຊຽນ ຫລັງປີ 2015 ແລະ ໄດ້ຮັບຮອງຖະແຫລງການເນປິດໍ ວ່າດ້ວຍແຜນງານສະເພາະ ກິດລະດັບ ສູງປຶກສາຫາລືລະອຽດ ແລະ ລາຍງານໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງຕໍ່ໄປຊາບ. ນອກຈາກນັ້ນ ບັນດາຜູ້ນຳອາຊຽນ ຍັງ ໄດ້ຊົມເຊີຍຕໍ່ຂໍ້ສະເໜີແນະຂອງໜ່ວຍງານສະເພາະກິດລະດັບສູງເພື່ອປັບປຸງກອງເລຂາອາຊຽນ ແລະ ທົບທວນບັນ ດາອົງ ກອນຂອງອາຊຽນ ແລະ ມອບໃຫ້ສະພາປະສານງານອາ ຊຽນພິຈາລະນາຂໍ້ສະເໜີແນະທີ່ແທດເໝະເພື່ອການປັບປຸງກອງ ເລ ຂາອາຊຽນ ໃຫ້ມີການດຳ ເນີນງານຢ່າງມີປະສິດທິພາບ ແລະ ແທດເໝາະກັບສະພາບ ການໃນປັດຈຸບັນ. ນອກຈາກນີ້ ບັນດາ ຜູ້ນຳອາຊຽນຍັງໄດ້ຢ້ຳ ເຖິງບົດບາດຄວາມເປັນແນກາງຂອງອາຊຽນໃຫ້ສຳເລັດໃນປີ 2015 ກໍຄືການປົກປັກຮັກສາສັນ ຕິພາບ, ຄວາມໝັ້ນຄົງ, ສະຖຽນ ລະພາບ ແລະ ວັດທະນາຖາວອນ ຂອງພາກພື້ນກໍຄືໃນໂລກໂດຍ ລວມ. 2.) ແລກປ່ຽນຄຳຄິດຄຳ ເຫັນຕໍ່ກັບບັນດາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນເຊັ່ນ: ສະພາບ ການຢູ່ຊີຣີ, ອຸແກຣນ, ຕາເວັນ ອອກກາງ, ແຫລມເກົາຫລີ ແລະ ອື່ນໆໂດຍໄດ້ຍ້ຳຄືນໃຫ້ທຸກຝ່າຍຢືດໝັ້ນຕໍການປົກປັກຮັກສາສັນຕິພາບກໍຄືການແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ. ພ້ອມ ນີ້, ບັນດາຜູ້ນຳອາຊຽນຍັງໄດ້ສະແດງ ຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຖະແຫລງການແຫ່ງການປະພຶດ ຂອງບັນດາຝ່າຍໃນທະເລຈີນໃຕ້, ລວມທັງການປຶກສາຫາລືກ່ຽວກັບ ການສ້າງກົດແຫ່ງການປະພຶດ ພາຍໃຕ້ຂອບການຈັດຕັ້ງ ປະຕິບັດຖະແຫລງການດັ່ງກ່າວ. ສຳລັບບັນດາກອງປະຊຸມສຸດຍອດອາຊຽນກັບບັນດາຄູ່ເຈລະຈາ, ໄດ້ຕີລາຄາສູງຕໍ່ໝາກຜົນ ຂອງການຮ່ວມມືໃນໄລຍະຜ່ານມາໂດຍສະເພາະແມ່ນການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດເພື່ອການ ເຊື່ອມ ຈອດອາຊຽນ, ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ແລະ ກິດຈະກຳ ຮ່ວມອື່ນໆ, ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນ ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນກໍຄື ການສ້າງປະຊາຄົມອາຊຽນໃນປີ 2015. ນອກນີ້, ຍັງໄດ້ປຶກສາ ຫາລືກ່ຽວກັບສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນພາກພື້ນ ແລະ ໃນໂລກເຊັ່ນ: ພະຍາດອີໂບລາ, ຄວາມໝັ້ນຄົງດ້ານ ສະບຽງອາຫານ ແລະ ພະລັງງານ, ການປ່ຽນແປງສະພາບດິນຟ້າອາກາດ, ໄພພິບັດທຳມະຊາດ, ການແຜ່ລະບາດຂອງພະ ຍາດຕິດແປດໂດຍສະເພາະພະຍາດອີໂບລາ ຊຶ່ງຈະຕ້ອງໄດ້ເພີ່ມທະວີ ການຮ່ວມມືກັນຢ່າງໃກ້ຊິດໃນການຮັບມືກັບບັນຫາ ເຫລົ່ານັ້ນ ອັນຈະເປັນການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາ ຊຽນກໍຄືການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມ ສົມບູນພູນສຸກຢູ່ໃນພາກພື້ນ ແລະ ໃນໂລກ.
     ໃນກອງປະຊຸມສຸດຍອດອາຊຽນກັບບັນດາຄູ່ເຈລະຈາຄັ້ງນີ້, ຜູ້ນຳອາຊຽນ ແລະ ບັນດາຜູ້ນຳ ຄູ່ຮ່ວມເຈລະຈາໄດ້ຮັບຮອງ ເອົາລາຍເອກະສານທີ່ສຳຄັນເພື່ອ ເປັນພື້ນຖານໃຫ້ແກ່ການຮ່ວມມືໃນຕໍ່ໜ້າເປັນຕົ້ນ ແມ່ນ: ຜູ້ນຳອາ ຊຽນ ແລະ ອົດສະຕຣາລີ ໄດ້ຮັບ ຮອງເອົາຖະແຫລງການຮ່ວມ ຂອງຜູ້ນຳອາຊຽນ-ອົດສະຕຣາລີເນື່ອງໃນໂອກາດຄົບຮອບ 40 ປີ ແຫ່ງການພົວພັນອາ ຊຽນ-ອົດ ສະຕຣາລີ,ຜູ້ນຳອາຊຽນ-ຍີ່ປຸ່ນ ໄດ້ຮັບຮອງເອົາຖະແຫລງການ ຮ່ວມອາຊຽນ-ຍີ່ປຸ່ນວ່າດ້ວຍ ການຕ້ານການກໍ່ການ ຮ້າຍ ແລະ ອາຊະຍາກຳຂ້າມຊາດ, ຜູ້ນຳອີ ເອເອສ (EAS) ໄດ້ຮັບຮອງເອົາ ຖະແຫລງການ EAS ວ່າດ້ວຍລະບຽບການ ຕອບໂຕ້ໄພພິບັດ ຢ່າງຮີບດ່ວນ, ຖະແຫລງການ EAS ວ່າດ້ວຍການຮັບມືກັບພະ ຍາດອີໂບລາ ແລະ ອື່ນໆ.
     ໃນໄລຍະເຂົ້າຮ່ວມກອງປະ ຊຸມຄັ້ງນີ້, ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຍັງໄດ້ພົບ ປະສອງຝ່າຍກັບພະນະທ່ານ ເດີມີຕຼີ ເມດເວດເດບ, ນາຍົກລັດ ຖະມົນຕີ ແຫ່ງ ສະຫະພັນລັດເຊຍ ແລະ ທ່ານ ນາເຮັນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ ເພື່ອປຶກສາຫາລືກ່ຽວກັບທິດ ທາງການຮ່ວມມືໃນຂອບສອງ ຝ່າຍກໍຄືໃນຂອບອາຊຽນນຳອີກ.

No comments:

Post a Comment