Ad

Ad

17 November 2014

ທະນາຄານຫວຽດຕີນລົງທຶນ 200 ຕື້ກີບຍົກລະດັບສາຂາເປັນ ສຳນັກງານໃຫຍ່ຢູ່ລາວ


      ທະນາຄານຫຸ້ນສ່ວນອຸດສະຫະກຳການຄ້າຫວຽດນາມ (ຫວຽດຕິນແບ໋ງ VietinBank), ໄດ້ລົງທຶນ 25 ລ້ານໂດລາສະ ຫະ ລັດ ຫລື ປະມານ 200 ຕື້ກີບເພື່ອສ້າງອາຄານຫລັງໃໝ່ຕັ້ງຢູ່ແຄມຖະໜົນລ້ານຊ້າງ (ໂຮງແຮມດອກໄມ້ ແດງເກົ່າ), ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເປັນສຳນັກງານໃຫຍ່ທະນາ ຄານດັ່ງກ່າວຢູ່ ສປປ ລາວ, ເພື່ອຮອງຮັບການຂະຫຍາຍຕົວທາງດ້ານເສດຖະກິດ ຂອງລາວ ແລະ ພາກພື້ນ, ໂດຍສະເພາະຮອງຮັບການເຊື່ອມໂຍງລະບົບເສດຖະ ກິດຂອງອາ ຊຽນໃນປີ 2015 ນີ້.
   ອຳນວຍການທະນາຄານ ຫວຽດຕີນ ຫງວຽນ ວັນ ຢຸງ ກ່າວວ່າ: ອາຄານຫລັງໃໝ່ນີ້, ຕັ້ງຢູ່ຈຸດຍຸດທະສາດດ້ານເສດຖະກິດ ຂອງນະຄອນຫລວງວຽງ ຈັນ, ໃນເນື້ອທີ່ 18 ພັນກວ່າຕາ ແມັດ, ໂດຍຈະສ້າງອາຄານສູງ 9 ຊັ້ນ, ໃນນັ້ນມີຊັ້ນໃຕ້ດິນ 2 ໂດຍ ແມ່ນບໍລິສັດຈິດຈະເລີນຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2017, ເຊິ່ງຈະເປັນອາຄານທີ່ມີ ຄວາມທັນສະໄໝສວຍງາມອີກ ແຫ່ງໜຶ່ງໃນໃຈກາງນະຄອນຫລວງວຽງຈັນ.
ປັດຈຸບັນທະນາຄານຫວຽດຕີນມີສຳນັກງານໃຫຍ່ຢູ່ນະ ຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ມີ 152 ສາຂາ ແລະ ພັນກວ່າ ໜ່ວຍບໍລິການຢູ່ ຫລາຍປະເທດໃນໂລກ, ມີຊັບ ສິນ ຫລາຍກວ່າ 618 ພັນຕື້ດົງ (ສະກຸນເງິນຫວຽດນາມ) ຫລື ປະມານ 30 ຕື້ໂດລາສະຫະລັດ, ເປັນທະນາຄານທຸລະກິດຂະ ໜາດໃຫຍ່ ແລະ ເຂັ້ມແຂງໃນອັນ ດັບແຖວໜ້າຂອງຫວຽດນາມ ແລະໄດ້ ຮັບການຄັດເລືອກຈາກ ວາລະສານ ຟໍເບສ (Forbes) ຂອງສະຫະລັດອາເມລິກາສອງປີຕິດຕໍ່ກັນຄືປີ 2013-2014 ໃຫ້ ເປັນວິສາຫະກິດຂອງຫວຽດ ນາມແຫ່ງດຽວໃນ ກຸ່ມວິສາຫະ ກິດ 2 ພັນແຫ່ງໃຫຍ່ທີ່ສຸດໃນ ໂລກ. ສຳລັບຢູ່ລາວ, ທະນາຄານ ຫວຽດຕີນໄດ້ເຂົ້າມາດຳເນີນທຸລະກິດໂດຍເປີດ ເປັນສາຂາບໍລິ ການໃນເດືອນກຸມພາ 2012 ເປັນ ຕົ້ນມາ, ເຊິ່ງເຫັນວ່າມີການ ເຕີບໃຫຍ່ຂະຫຍາຍຕົວ ແລະ ບັນລຸ ໝາກ ຜົນ ເປັນທີ່ໜ້າພໍໃຈ, ມາຮອດປັດຈຸບັນມີຊັບສີນປະມານ 108 ລ້ານໂດລາສະຫະ ລັດ ຫລື ປະມານ 864 ຕື້ກວ່າກີບ, ອັນໄດ້ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ນັບ ມື້ເຂັ້ມແຂງ ແລະ ເປັນການເພີ່ມທະວີການ ຮ່ວມມືດ້ານເສດຖະກິດ, ການ ຄ້າ, ການລົງທຶນລະຫວ່າງສອງ ປະເທດລາວ- ຫວຽດນາມ ໃຫ້ແໜ້ນແຟ້ນກວ່າເກົ່າ.
    ພິທີວາງສີລາເລີກການກໍ່ສ້າງ ອາຄານສຳນັກງານໃຫຍ່ດັ່ງ ກ່າວມີຂຶ້ນໃນວັນທີ 14 ພະຈິກນີ້, ໂດຍມີທ່ານ ດຣ ສີນລະວົງ ຄຸດ ໄພທູນ ເຈົ້າຄອງນະຄອນ ຫລວງວຽງຈັນ, ທ່ານ ລຽນ ທິ ແກ້ວ ລັດຖະມົນຕີວ່າການກະ ຊວງການເງິນ, ທ່ານ ຫງວຽນ ແມ໋ງ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ລາວ, ທ່ານຜູ້ວ່າທະນາຄານ ແຫ່ງ ສປປ ລາວ, ຄະນະອຳ ນວຍການທະນາຄານຫວຽດ ຕິນ, ພ້ອມດ້ວຍພະນັກງານທ່ີ ກ່ຽວຂ້ອງເຂົ້າຮ່ວມຢ່າງຫລວງຫລາຍ.

No comments:

Post a Comment